ແຜນພັດທະນາ 05 ປີ ວຽກງານເຕັກໂນໂລຊີ ແລະ ການສື່ສານແຂວງ ໄຊຍະບູລີ ໄດ້ກຳນົດວິໄສທັດຮອດປີ 2045 ແລະ ຍຸດທະສາດ 10 ປີ (2026-2035) ອອກເປັນ 04 ຍຸດທະສາດສຳຄັນ ແລະ ເພື່ອໃຫ້ບັນລຸວິໄສທັດ ແລະ ຍຸດທະສາດໄດ້ກຳນົດໃນແຜນ 05 ປີ (2026-2030) ປະກອບມີ 07 ທິດທາງລວມ; ເມື່ອຮອດປີ 2030 ສູ້ຊົ
03/02/2026 ~ 03/02/2026
ໃນກອງປະຊຸມປະຈຳປີ 2025 ທິດທາງແຜນການປີ 2026 ທ່ານ ສອນສະຫວັນ ຈັນທະວົງ ໄດ້ຂຶ້ນນຳສະ ເໜີກ່ຽວກັບແຜນພັດທະນາວຽກງານເຕັກໂນໂລຊີ ແລະ ການສື່ສານ 05 ປີ (2026-2030) ຂອງແຂວງໄຊຍະບູລີ ເຊີ່ງບາງຕອນທ່ານໄດ້ກ່າວວ່າ:
I. ກອບແນວຄວາມຄິດຂອງການສ້າງແຜນພັດທະນາວຽກງານເຕັກໂນໂລຊີ ແລະ ການສື່ສານ 5 ປີ (2026-
2030), ຍຸດທະສາດ 10 ປີ (2026-2035) ແລະ ວິໄສທັດ ຮອດປີ 2045 ຂອງແຂວງ ໄຊຍະບູລີ ສ້າງຂື້ນເພື່ອໃຫ້ສອດຄ່ອງກັບເງື່ອນໄຂ ແລະ ຄວາມຮຽກຮ້ອງຕ້ອງການຂອງການພັດທະນາເສດຖະກິດ-ສັງຄົມໃນໄລຍະໃໝ່, ການປັບຕົວຕາມທ່າອ່ຽງການປ່ຽນແປງໃໝ່ ແລະ ການຂະຍາຍຕົວ ຂອງຍຸກອຸດສາຫະກຳ 4.0 ເຊິ່ງເປັນຍຸກ ຂອງການນໍາໃຊ້ ຜົນສໍາເລັດທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ເຂົ້າໃນການພັດທະນາ ໃນໄລຍະໃໝ່ ເຊີ່ງມີຄວາມຈໍາເປັນຢ່າງພາວະວິໄສ ຈະຕ້ອງຫັນເປັນດິຈິຕອນ.
ການຫັນເປັນດີຈິຕອນ ຕ້ອງດໍາເນີນຢ່າງເລິກເຊິ່ງໃນ 03 ດ້ານ ທີ່ກ່ຽວພັນຊຶ່ງກັນ ແລະ ກັນ ແບບກາຍອິນ
ຊີ ຄື: ສ້າງເສດຖະກິດດິຈິຕອນ, ສ້າງສັງຄົມດິຈິຕອນ ແລະ ສ້າງການບໍລິຫານລັດແບບດິຈິຕອນ ໂດຍຕິດພັນກັບການ ພັດທະນາຊັບພະຍາກອນມະນຸດ ທີ່ມີຄຸນະພາບສູງ, ສ້າງພື້ນຖານໂຄງລ່າງ ICT ທີ່ທັນສະໄໝ, ປົກປັກຮັກສາ ສິ່ງແວດລ້ອມ ແລະຮັບປະກັນຄວາມປອດໄພດ້ານໄຊເບີຢ່າງໜັກແໜ້ນ; ຂະບວນການຫັນເປັນດິຈິຕອນ ຕ້ອງຕິດພັນຢ່າງສະໜິດແໜ້ນ ກັບການຈັດຕັ້ງຜັນຂະຫຍາຍ ແນວທາງຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະໄລຍະເພື່ອໃຫ້ຮັບປະກັນຄວາມໝັ້ນຄົງຂອງລະບອບປະຊາທິປະໄຕປະຊາຊົນ, ສ້າງການຫັນປ່ຽນ ການພັດທະນາເສດຖະກິດ-ສັງຄົມ ໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ ໂດຍໃຫ້ມີຄວາມສົມດຸນລະຫວ່າງ ການພັດທະນາເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ ຕາມທິດການພັດທະນາແບບຍືນຍົງ ແລະ ສີຂຽວ; ທົ່ວພັກ, ທົ່ວລັດ ແລະ ທົ່ວສັງຄົມ ຕ້ອງໄດ້ຮີບຮ້ອນຫັນປ່ຽນຈິນຕະນາການຢ່າງເລິກເຊິ່ງ ເພື່ອກຳເອົາກາລະໂອກາດບຸກທະລຸພັດທະນາແຂວງ, ເພີ່ມທະວີການປະຕິບັດຍຸດທະສາດຫັນເປັນອຸດສາຫະກຳທັນສະໄໝ ຕາມທິດອຸດສາຫະກຳ 4.0 ຕິດພັນກັບການສ້າງຄວາມເຂັ້ມແຂງ; ສຸມໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນເປັນໜ້າທີ່ຈຸດສຸມ ແລະ ຕັ້ງໜ້າ ແກ້ໄຂຈຸດອ່ອນ, ຂໍ້ຄົງຄ້າງໃນການພັດທະນາເສດຖະກິດ-ສັງຄົມ ທີ່ມີລັກສະນະຊໍ້າເຮື້ອໃນໄລຍະຜ່ານມາ
ດັ່ງນັ້ນ, ການສ້າງແຜນພັດທະນາວຽກງານເຕັກໂນໂລຊີ ແລະ ການສື່ສານແຂວງໄຊຍະບູລີ 05 ປີ (2026-2030) ບົນພື້ນຖານການຜັນຂະຫຍາຍ ແຜນພັດທະນາວຽກງານເຕັກໂນໂລຊີ ແລະ ການສື່ສານ 05 ປີ ຄັ້ງທີ IV ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ, ແຜນພັດທະນາ ເສດຖະກິດ-ສັງຄົມ 05 ປີ ຄັ້ງທີ VIII (2026-2030) ຂອງແຂວງໄຊຍະບູລີ ໃນແຜນດັ່ງກ່າວ ວຽກເຕັກໂນໂລຊີ ແລະ ການສື່ສານ ໄດ້ຖືເອົາ ການພັດທະນາບຸກຄະລາກອນ ພາກລັດ ແລະ ເອກະຊົນ ໃຫ້ມີຄວາມຮູ້, ຄວາມສາມາດ ໃນການນໍາໃຊ້ເຄື່ອງມື ໄອຊີທີ, ສົ່ງເສີມການບໍລິຫານລັດດ້ວຍເອເລັກໂຕນິກ ເຂົ້າໃນທຸກຂະແໜງການໃນການຫັນເປັນທັນສະໄໝ, ການພັດທະນາ ແລະ ປັບປຸງໂຄງລ່າງພື້ນຖານ ດ້ານໂທລະຄົມມະນາຄົມ ແລະ ເຕັກໂນໂລຊີສື່ສານ ແລະ ຂໍ້ມູນຂ່າວສານ ໃຫ້ກາຍເປັນລະບົບຄວາມໄວສູງ ທີ່ມີຄວາມທັນສະໄໝກວມເອົາທຸກພື້ນທີ່ຍຸດທະສາດຂອງແຂວງ, ມີຄວາມໝັ້ນຄົງປອດໄພ, ສາມາດເຊື່ອມໂຍງກັບດາແຂວງ, ກະຊວງ; ກຳນົດມາດຕະການທີ່ເໝາະສົມໃນການບໍລິການຢ່າງທົ່ວເຖິງ ສ້າງເງືຶ່ອນໄຂອຳນວຍຄວາມສະດວກໃຫ້ປະຊາຊົນຢູ່ເຂດຫ່າງໄກສອກຫຼີກ ສາມາດເຂົ້າເຖິງ ແລະ ນໍາໃຊ້ເຕັກໂນໂລຊີສື່ສານ ແລະ ຂໍ້ມູນຂ່າວສານ ເພື່ອຍົກລະດັບຊິວິດການເປັນຢູ່, ແກ້ໄຂຄວາມທກຍາກ ແລະ ມີສ່ວນຮ່ວມຫຼາຍຂື້ນ.
ໂຄງປະກອບຂອງແຜນພັດທະນາວຽກງານເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ 05 ປີ
(2026-2030) ມີ 3 ພາກໃຫຍ່ຄື: ພາກທີ I : ສະພາບການພັດທະນາ ວຽກງານເຕັກໂນໂລຊີ ແລະ ການສື່ສານ ແຂວງ 05 ປີ (2021-2025) ຍົກໃຫ້ເຫັນຜົນສຳເລັດ, ສັງເກດຕີລາຄາຜົນສໍາເລັດທີ່ພົ້ນເດັ່ນ, ສາເຫດ ແລະ ປັດໃຈທີ່ພາໃຫ້ມີຜົນສໍາເລັດ, ຂໍ້ຄົງຄ້າງ ແລະ ສາເຫດ, ບົດຮຽນທີ່ຖອດຖອນໄດ້; ພາກທີ II: ແຜນພັດທະນາວຽກງານ ເຕັກໂນໂລຊີ ແລະ ການສື່ສານແຂວງໄຊຍະບູລີ 05 ປີ (2026-2030) ເຊີ່ງປະກອບມີ : ຍຸດທະສາດການພັດທະນາວຽກງານເຕັກໂນໂລຊີ ແລະ ການສື່ສານ ໄລຍະ 10 ປີ (2026-2035) ແລະ ວິໄສທັດຮອດປີ 2045, ແຜນພັດທະນາຂະແໜງເຕັກໂນໂລຊີ ແລະ ການສື່ສານ 05 ປີ (2025-2030) ມີ 07 ທິດທາງລວມ ແລະ 03 ເປົ້າໝາຍການພັດທະນາ ແລະ 08 ແຜນງານຈຸດສຸມ; ສໍາລັບພາກທີ III: ກົນໄກ ແລະ ມາດຕະການຈັດຕັ້ງປະຕິບັດ ຍົກໃຫ້ເຫັນວິທີການຈັດຕັ້ງປະຕິບັດແຜນຍຸດທະສາດ.
II. ວິໄສທັດ ຮອດປີ 2045: “ຫັນວຽກງານ ເຕັກໂນໂລຊີ ແລະ ການສື່ສານແຂວງ ໃຫ້ກາຍເປັນອຸດສາຫະກຳ
ແລະ ທັນສະໄໝ ເປັນເຄື່ອງມືຂັບເຄື່ອນເສດຖະກິດ-ສັງຄົມ ໃຫ້ເຂັ້ມແຂງ ຍືນຍົງ, ເປັນຈຸດເຊື່ອມໂຍງ ກັບ ທ້ອງຖິ່ນ ແລະ ສູນກາງ, ປະຊາຊົນມີສ່ວນຮ່ວມຢ່າງກ້ວາງຂວາງ”
ຮອດປີ 2045 ໂຄງລ່າງພື້ນຖານດ້ານ ໂທລະຄົມມະນາຄົມ, ເຕັກໂນໂລຊີການສື່ສານ ແລະ ຂໍ້ມູນຂ່າວສານ ພາຍໃນແຂວງ ໃຫ້ເປັນລະບົບຄວາມໄວສູງ, ໄດ້ມາດຕະຖານສາກົນ, ສາມາດເຊື່ອມໂຍງທຸກພື້ນທີ່ໃນທົ່ວແຂວງ ແລະ ທົ່ວປະເທດ, ການບໍລິຫານລັດ, ການບໍລິການປະຊາຊົນ ແລະທຸລະກິດເປັນລະບົບເອເລັກໂຕນິກ ທີ່ທັນສະໄໝ ຢ່າງກ້ວາງຂວາງ, ບຸກຄະລາກອນ ແລະ ປະຊາຊົນໃນທົ່ວແຂວງ ມີທັກສະດ້ານເຕັກໂນໂລຊີການສື່ສານ ແລະ ຂໍ້ມູນຂ່າວສານສູງ, ເປັນກໍາລັງແຮງໃນການກ້າວສູ້ສັງຄົມເສດຖະຖະກິດພູມປັນຍາ, ມີສ່ວນຮ່ວມໃນການພັດທະນາເສດຖະກິດ-ສັງຄົມ ຍົກລະດັບຊີວິດການເປັນຢູ່ສູງຂື້ນ ແລະ ຫັນເອົາການບໍລິການດ້ານໄປສະນີ, ໂທລະຄົມມະນາຄົມ, ໄອຊີທີ ແລະ ສື່ທຸກປະເພດ ໃຫ້ມີຄຸນນະພາບ, ໄດ້ມາດຕະຖານສາກົນ, ມີຄວາມສະດວກ, ວ່ອງໄວ, ປອດໄພ, ຄຸນນະພາບສູງ ແລະ ຄົ້ນຄວ້ານໍາໃຊ້ນະວັດຕະກຳ ໃຫ້ມີປະສິດທິພາບ, ໃຫ້ເຕັກໂນໂລຊີສື່ສານ ແລະ ຂໍ້ມູນຂ່າວສານ ຊ່ວຍພັດທະນາຂະແໜງການ ຫັນເປັນອຸດສາຫະກຳ ແລະ ທັນສະໄໝ ໄດ້ຢ່າງໝັ້ນຄົງ ແລະ ຍືນຍົງ.
III. ຍຸດທະສາດ ຮອດປີ 2035: 10 ປີ (2026-2035) ແມ່ນຍຸດທະສາດບຸກທະລຸເພື່ອນໍາພາວຽກງານເຕັກໂນໂລຊີ ແລະ ການສື່ສານແຂວງ ກາຍເປັນອຸດສາຫະກຳ ແລະ ທັນສະໄໝ, ເປັນເຄື່ອງມືສໍາຄັນໃນການຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ ໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ ເປັນຈຸດເຊື່ອມໂຍງ ກັບທ້ອງຖິ່ນ ແລະ ສູນກາງ ປະກອບມີ 04 ຍຸດທະສາດ ດັ່ງນີ້:
1 ຍຸດທະສາດການພັດທະນາບຸກຄະລາກອນ.
2 ຍຸດທະສາດການພັດທະນາລະບົບບໍລິຫານລັດ ແລະ ການບໍລິການແບບດິຈິຕອນ.
3 ຍຸດທະສາດການພັດທະນາໄປສະນີ ແລະ ພື້ນຖານໂຄງລ່າງ ໂທລະຄົມມະນາຄົມ.
4 ຍູດທະສາດການສ້າງນະວັດຕະກຳ ໄອຊີທີ.
IV. ສໍາລັບແຜນພັດທະນາ ວຽກງານເຕັກໂນໂລຊີ ແລະ ການສື່ສານ 05 ປີ (2026-2030) ປະກອບມີ 07 ທິດທາງລວມຄື:
ໜື່ງ: ສ້າງ ແລະ ຍົກລະດັບບຸກຄະລາກອນ ໃຫ້ມີຄວາມໜັກແໜ້ນ ທາງດ້ານການເມືອງ-ແນວຄິດ ສຶກສາອົບຮົມໃຫ້ ພະນັກງານ-ລັດຖະກອນ ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງ, ມີສະຕິລະວັງຕົວຕໍ່ກົນອຸບາຍມ້າງເພຂອງອິດທິກຳລັງປໍລະປັກ, ກວດກາການປະຕິບັດໜ້າທີ່ຢ່າງໃກ້ຊິດ, ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆຢ່າງທັນການ ປະສານສົມທົບ, ຫັດແໜ້ນສາຍພົວພັນອົງການຈັດຕັ້ງ, ວຽກ ປກສ, ປກຊ ຕາມລະບຽບການ, ຮັບປະກັນຄວາມສາມັກຄີ, ຄວາມປອດໄພຂອງສຳນັກງານອົງການຊັບສິນຂອງສ່ວນລວມ ແລະ ບຸກຄົນ;
ສອງ: ຍົກລະດັບພະນັກງານວິຊາການດ້ານເຕັກໂນໂລຊີສື່ສານ ແລະ ຂໍ້ມູນຂ່າວສານ ເຂົ້າໃນວຽກງານວິຊາສະເພາະ ຢ່າງມີຄຸນນະພາບ ພຽງພໍກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານຂະແໜງການ, ໃຫ້ມີຄວາມຮູ້ພື້ນຖານທັນກັບຍຸກສະໄໝ (ICT);
ສາມ: ພັດທະນາ ແລະ ສົ່ງເສີມໃຫ້ພະນັກງານພາກລັດ, ພາກທຸລະກິດ ແລະ ປະຊາຊົນຮູ້ນໍາໃຊ້ເຕັກໂນໂລຊີສື່ສານຂໍ້ມູນຂ່າວສານ, ນຳໃຊ້ເຄື່ອງມືທີ່ທັນສະໄໝໃນການຄຸ້ມຄອງບໍລິຫານລັດ, ການຜະລິດ, ການຄ້າ, ການເງິນ ແລະ ການບໍລິການ ຮັບປະກັນໃຫ້ວຽກງານມີຄວາມສະດວກວ່ອງໄວ, ປອດໄພ, ມີສະຖຽນລະພາບ,ໂປ່ງໃສ ແລະ ຮັບປະກັນມີຄວາມສະຫງົບ;
ສີ່: ສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກ ໃນການພັດທະນາການບໍລິການໄປສະນີ ຫັນເປັນແບບເອເລັກໂຕຼນິກ, ໂລຈິດສະຕິກ, ການເງິນໄປສະນີ ແລະ ການບໍລິການຕ່າງໆ ໃຫ້ທັນສະໄໝໄດ້ມາດຕະຖານ, ສະດວກ, ວ່ອງໄວ, ປອດໄພ ແລະ ມີຄຸນນະພາບສູງ, ສ້າງເຄືອຂ່າຍໄປສະນີ ໃຫ້ກວ້າງຂວາງຮັບປະກັນປະຊາຊົນບັນດາເຜົ່າທັງຕົວເມືອງຕະຫຼອດຮອດພື້ນຖານເຂດຫ່າງໄກສອກຫຼິກ ໃຫ້ສາມາດເຂົ້າເຖິງໄດ້ສະດວກ;
ຫ້າ: ສົ່ງເສີມ, ສ້າງເງື່ອນໄຂໃນການພັດທະນາເຄືອຄ່າຍໂທລະຄົມມະນາຄົມ ແລະ ອິນເຕີເນັດຄວາມໄວສູງ ແບບມີສາຍ ແລະ ບໍ່ມີສາຍ ລົງສູ່ບັນດາເມືອງ, ຕາແສງ ແລະ ເຂດຫ່າງໄກສອກຫຼີກ ໃຫ້ທົ່ວເຖີງ ແລະ ມີຄຸນນະພາບດີ, ຮັບປະກັນການບໍລິການ ແລະ ເປັນທຳ ເຮັດໃຫ້ທຸກຄົນສາມາດເຂົ້າເຖິງຂໍ້ມູນຂ່າວສານໄດ້ຢ່າງສະດວກວ່ອງໄວ;
ຫົກ: ປົກປັກຮັກສາ ພື້ນຖານໂຄງລ່າງທາງດ້ານໂທລະຄົມມະນາຄົມ ໃຫ້ຮັບປະກັນຄວາມປອດໄພ ເພື່ອສະກັດກັ້ນການທໍາລາຍອຸປະກອນເຄືອຂ່າຍ, ສິ່ງປຸກສ້າງ, ປົກປ້ອງສິດຜົນປະໂຫຍດຂອງຜູ້ໃຫ້ບໍລິການ ແລະ ຜູ້ໃຊ້ບໍລິການ; ຕ້ານ ແລະ ສະກັດກັ້ນ ອາຊະຍາກຳທາງລະບົບຄອມພີວເຕີ ແລະ ການໂຈນລະກໍາຂໍ້ມູນຂ່າວສານທຸກຮູບແບບ;
ເຈັດ: ສະໜັບສະໜູນໃຫ້ມີການຄົ້ນຄິດປະດິດສ້າງເຕັກໂນໂລຊີດິຈິຕອນ ແລະ ນໍາໃຊ້ນະວັດຕະກຳໃໝ່ ທີ່ເປັນປະໂຫຍດຕໍ່ການພັດທະນາເສດຖະກິດ-ສັງຄົມ.
V. ການພັດທະນາວຽກງານເຕັກໂນໂລຊີ ແລະການສື່ສານ 05 ປີ (2026-2030) ປະກອບມີ 03 ເປົ້າໝາຍຕົ້ນຕໍຄື:
ເປົ້າໝາຍທີ I: ພັດທະນາບຸກຄະລະກອນ ທັງພາກລັດ ແລະ ເອກະຊົນ ໃຫ້ມີຄວາມຮູ້ ແລະ ຄວາມສາມາດ ນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ, ມີຄວາມພ້ອມໃນຂະບວນການຫັນເປັນລັດດິຈິຕອນ ເພື່ອປະກອບສ່ວນພັດທະນາແຂວງຢ່າງມີປະສິດທິພາບ.
ກ. ຄາດໝາຍຕົວຊີ້ວັດ ປະກອບມີ 05 ຕົວຊີ້ວັດຄື:
1). ສືບຕໍ່ສຶກສາອົບຮົມ ທາງດ້ານການເມືອງ-ແນວຄິດ ຂອງພະນັກງານໃຫ້ມີຄວາມໜັກແໜ້ນ, ຍົກສູງຄວາມເປັນເອກະພາບ ພາຍໃນພະແນກ, ມີຄວາມສາມັກຄີເປັນປຶກແຜ່ນ ແລະ ມີຄວາມສະຫງົບ;
2). ສ້າງພະນັກງານ ນໍາພາ-ຄຸ້ມຄອງ, ຊັບຊ້ອນພະນັກງານໃຫ້ສົມຄູ່ກັບຄວາມຮູ້ວິຊາສະເພາະ ໃນການພັດທະນາບຸກຄະລາກອນ, ຂຽນກຳນົດຕໍາແໜງງານເພີ້ມຕໍາແໜງຮອງຂະແໜງຢູ່ພາຍໃນພະແນກໃຫ້ໄດ້ 02 ຕໍາແໜງຂື້ນໄປ;
3). ສ້າງບຸກຄະລາກອນຢູ່ບັນດາພະແນກການ ແລະ ບັນດາເມືອງ ໃຫ້ມີຄວາມຮູ້ຄວາມສາມາດດ້ານ ICT ໃຫ້ໄດ້: 250 ຄົນຂື້ນໄປ ໂດຍຜ່ານການຈັດຝຶກອົບຮົມ ໃຫ້ບັນລຸ 10 ຊຸດ; ສ້າງ ແລະ ປັບປຸງກົງຈັກການຈັດຕັ້ງ ຫ້ອງການ ຕສ ຂັ້ນເມືອງ ໃນເມືອງທີ່ມີເງື່ອນໄຂ 05 ເມືອງຂື້ນໄປ ພ້ອມທັງສຶບຕໍ່ແບ່ງຂັ້ນຄຸ້ມ ລະຫວ່າງ ແຂວງ, ເມືອງ ແລະ ຕາແສງ ຄືນໃໝ່.
4). ຊຸກຍູ້ໃຫ້ບັນດາ ພະແນກການອ້ອມຂ້າງແຂວງ ແລະ ເມືອງ ນຳໃຊ້ລະບົບການສື່ສານຂອງພາກລັດ G-Chat, G-share/G-Drive, ລະບົບຫ້ອງການທັນສະໄໝ (E-Office), ການເຊັນເອກະສານແບບດິຈິຕອນ, ລະບົບລົງຄະແນນສຽງ, ລະບົບສ້າງນາມບັດທັນສະໄໝ (QRv- Card), ລະບົບກະດານຂໍ້ມູນຊຸມຊົນລາວພາກລັດ (LAO Pedia), ສ້າງລະບົບເວັບໄຊ ຂອງພາກລັດ (G-web platform) ໂດຍຊຸກຍູ້ໃຫ້ 15 ພະແນກການ, ອົງການ, ກົມກອງຂັ້ນແຂວງ, 11 ເມືອງ ແລະ ພາກສ່ວນອື່ນໆທີມີເງື່ຶອນໄຂໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ແລະ ຂະຫຍາຍເຄືອຂ່າຍ ຂອງພາກລັດ (G-Net) ອອກສູ່ບັນດາພະແນກການອ້ອມຂ້າງແຂວງ, ເມືອງ ແລະ ຕາແສງ ທີ່ມີເງື່ອນໄຂ;
5). ສູ້ຊົນໃຫ້ 06 ມາດຖານ (DMA) ຂອງການຫັນເປັນແຂວງດິຈິຕອນ ຄະແນນສະເລ່ຍໃຫ້ໄດ້ 04 (Digital Maturity Assessment).
ຂ. ເພື່ອບັນລຸ 05 ຕົວຊີ້ວັດ ຕ້ອງດໍາເນີນແຜນງານຈຸດສຸມ ປະກອບມີ 03 ແຜນວຽກຈຸດສຸມຄື:
ວຽກຈຸດສຸມທີ 1: ພັດທະນາບຸກຄະລາກອນ, ປັບປຸງກົງຈັກການຈັດຕັ້ງ ແລະ ແບ່ງຂັ້ນຄຸ້ມຄອງ ປັບປຸງການວາງແຜນບຸກຄະລາກອນ ແລະ ແຜນສະເໜີສ້າງຕັ້ງຫ້ອງການເຕັກໂນໂລຊີ ແລະ ການສື່ສານ ປະຈໍາເມືອງທີ່ມີເງື່ອນໄຂ.
ວຽກຈຸດສຸມທີ 2: ພັດທະນາ ແລະ ສົ່ງເສີມລະບົບການບໍລິຫານລັດດິຈິຕອນໃຫ້ແຂງແຮງ ແລະ ກວ້າງຂວາງ ໂດຍການຂະຫຍາຍເຄືອຂ່າຍ ແລະ ເຊື່ອມຕໍ່ລະບົບເຄືອຂ່າຍຖານຂໍ້ມູນສະຖິຕິພາກລັດ (G-Net) ພາຍໃນແຂວງໄຊຍະບູລີ ໃຫ້ເປັນເສັ້ນທາງໃນການຮັບ-ສົ່ງ ຂໍ້ມູນຂ່າວສານຕ່າງໆ ລະຫວ່າງ ພະແນກການດ້ວຍກັນ ໃຫ້ມີຄວາມສະດວກ, ວ່ອງໄວ, ຮັບປະກັນຄວາມປອດໄພ ແລະ ຮອງຮັບການຫັນເປັນດິຈິຕອນໂດຍສຸມໃສ່ສ້າງລະບົບເຄືອຂ່າຍລິ້ງຖານຂໍ້ມູນສະຖິຕິ 05 ປີ (2026-2030) ຂອງພະແນກການເງິນ ຮ່ວມກັບບັນດາພະແນກການທີ່ມີຄວາມຮັບຜິດຊອບໃນການສະຫຼູບເປົ້າໝາຍ, ຄາດໝາຍ ແລະ ຕົວຊີ້ວັດໃນແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ, ກາງສະໄໝ ແລະ ດຳເນີນການສະຫຼູບທ້າຍສະໄໝ 05 ປີ ໃຫ້ມີຄວາມວ່ອງໄວ, ທັນກັບສະພາບການ.
ຊຸກຍູ້ບັນດາພະແນກການທີ່ນອນໃນຄະນະກຳມະການປົກຄອງແຂວງ 14 ພະແນກການ, 02 ຫ້ອງການທຽບເທົ່າ ຫັນເປັນລະບົບຫ້ອງການທັນສະໄໝ (E-Office) ດ້ວຍມີການຈັດເກັບເອກະສານເຂົ້າ-ອອກ ທີ່ເຊື່ອມໂຍງກັນ, ລວມທັງການມອບໝາຍວຽກ ຂອງຫົວໜ້າພະແນກ, ຫົວໜ້າຂະແໜງ, ວິຊາການ ທີ່ສາມາມາດຕິດຕາມເອກະສານໃນແຕ່ລະຂັ້ນຕອນ ຂອງພະນັກງານພາຍໃນຫ້ອງການ, ມີຕາຕາລາງເຄື່ອນໄຫວວຽກປະຈຳອາທິດ, ປະຈໍາເດືອນ, ມີໂຄງການແຜນເຄື່ອນໄຫວປະຈໍາປີ.
ສົ່ງເສີມການນໍາໃຊ້ລະບົບກອງປະຊຸມທາງໄກ (video conference), ຄວບຄູ່ກັບການນໍາໃຊ້ໂປຼແກຼມກອງປະຊຸມທາງໄກຂອງພາກລັດ (True Conference) ໃຫ້ກວ້າງຂວາງ ແລະ ມີປະສິດ ທິພາບດີຂື້ນ ຮ່ວມກັບເມືອງ ແລະ ຕາແສງ
ຊຸກຍູ້ໃຫ້ບັນດາພະແນກ, ອົງການ, ກົມກອງອ້ອມຂ້າງແຂວງ ແລະ 11 ເມືອງ ໄດ້ນຳໃຊ້ລະບົບການສື່ສານຂອງພາກລັດ (G-Chat), ການຈັດເກັບ ແລະ ນຳໃຊ້ເອກະສານຮ່ວມກັນຂອງພາກລັດ G-share/G-Drive, ການເຊັນເອກະສານແບບດິຈິຕອນ, ລະບົບລົງຄະແນນສຽງ, ລະບົບສ້າງນາມບັດທັນສະໄໝ (QRv- Card), ລະບົບກະດານຂໍ້ມູນຊຸມຊົນລາວພາກລັດ (LAO Pedia).
ຊຸກຍູ້ສົ່ງເສີມໃຫ້ບັນດາພະແນກການ, ອົງການ ອ້ອມຂ້າງແຂວງ ແລະ ບັນດາເມືອງທີ່ມີເງື່ອນໄຂ ເປີດນຳໃຊ້ລະບົບເວັບໄຊ ຂອງພາກລັດ (G-web platform) ສູ້ຊົນໃຫ້ໄດ້ 15 ເວັບໄຊ, ເພື່ອຄວາມສະດວກ, ວ່ອງໄວ, ປອດໄພ ແລະ ປະຊາຊົນສາມາດເຂົ້າເຖິງຂໍ້ມູນພາກລັດໄດ້ງ່າຍ; (ເນັ້ນໃສ່ພະແນກ ຕສ ແຂວງ, ພະແນກການເງິນ, ພະແນກການອື່ນໆ)
ສຸມໃສ່ໃນການຕິດຕາມ, ກວດກາ ປະເມີນຜົນການຈັດຕັ້ງປະຕິບັດ ການຫັນເປັນດິຈິຕອນ ຢູ່ພາຍໃນແຂວງ ແລະ ສະຫຼຸບຖອດຖອນບົດຮຽນ; ຄົ້ນຄວ້າສະໜອງອຸປະກອນໄອຊີທີ ທີ່ຈຳເປັນພື້ນຖານໃຫ້ແກ່ບັນດາພະແນກການ, ອົງການ ແລະ ບັນດາເມືອງຕາມຄວາມອາດສາມາດຕົວຈິງ.
ຄົ້ນຄວ້າປັບປຸງເວບໄຊ ຂອງພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ພ້ອມທັງນຳເອົາຂ່າວສານດ້ານໄອຊີທີ ແລະ ຂ່າວເດັ່ນຂອງແຂວງ ລົງເຜີຍແຜ່ໃຫ້ໄດ້ ຈຳນວນ 900 ຂ່າວຂື້ນໄປ;
ວຽກຈຸດສຸມທີ 3: ພົວພັນຮ່ວມມື ແລກປ່ຽນບົດຮຽນ ກັບບັນດາແຂວງ ພາຍໃນ ແລະ ຕ່າງປະເທດ ໃຫ້ໄດ້ 02 ຄັ້ງຂື້ນໄປ; ພົວພັນຮ່ວມມືແລກປ່ຽນບົດຮຽນດ້ານວິຊາການ ແລະ ການຊ່ວຍເຫຼືອ ຈາກ ແຂວງເຊີນລ່າ ແລະ ແຂວງອື່ນໆ ສສ ຫວຽດນາມ ຕາມເງື່ອນໄຂຕົວຈິງ ໃນແຕ່ລະສົກປີ.
ເປົ້າໝາຍທີ II: ການຫັນເປັນເສດຖະກິດດິຈິຕອນ ເພື່ອຍູ້ແຮງການພັດທະນາເສດຖະກິດ-ສັງຄົມ ໃຫ້ຂະຫຍາຍຕົວໄວໃນຍຸກ 4.0.
ກ. ຄາດໝາຍຕົວຊີ້ວັດ ປະກອບມີ 06 ຕົວຊີ້ວັດເມືອຮອດປີ 2030:
1). ຊຸກຍູ້ການບໍລິຫານ ແລະ ບໍລິການຂອງພາກລັດ ໃຫ້ເປັນການບໍລິການເອກະສານແບບອອນລາຍໃນແຕ່ລະພະແນກການໃຫ້ໄດ້ 50% ຂອງຈໍານວນພະແນກການ ທັງໝົດ; ຂັ້ນເມືອງແມ່ນຊຸກຍູ້ບາງຫ້ອງການເປົ້າໝາຍທີ່ມີທ່າແຮງ.
2). ຊຸກຍູ້ ບໍລິສັດໄປສະນີລາວຈໍາກັດ ສາຂາແຂວງໄຊຍະບູລີ ແລະ ບໍລິສັດໄປສະນີເອກະຊົນ (ຮັບ-ຝາກພັດສະດຸ) ຂະຫຍາຍການບໍລິການ ລົງສູ່ເມືອງ, ຕາແສງ ແລະ ເຂດຊຸມຊົນ ທີ່ຍັງບໍ່ທັນມີການບໍລິການ ເພື່ອໃຫ້ປະຊາຊົນເຂົ້າເຖີງການໃຊ້ການບໍລິການດ້ານໄປສະນີຢ່າງທົ່ວເຖີງ ເມື່ອຮອດປີ 2030 ໃຫ້ມີປ່ອງບໍລິການດ້ານໄປສະນີ ກວມເອົາ 35 ຕາແສງຂື້ນໄປ ແລະ ບັນດາຕາແສງສາມາດໃຫ້ບໍລິິການດ້ານເອກະສານຜ່ານລະບົບ Online ໃນເຂດຕາແສງເທດສະບານເມືອງ ໃຫ້ກວມ 100%;
3). ຂະຫຍາຍ ອິນເຕີເນັດຄວາມໄວສູງ ແບບມີສາຍ (FTTH) ໃຫ້ໄດ້ 8,685 User ເພື່ອໃຫ້ປະຊາຊົນເຂົ້າເຖີງ ແລະ ນໍາໃຊ້ຢ່າງສະດວກ, ວ່ອງໄວ, ມີຄຸນນະພາບ ແລະ ຮັບປະກັນດ້ານວຽກງານ ປກສ-ປກຊ; ຊຸກຍູ້ສາຂາບໍລິສັດ ຂະຫຍາຍສາຍກາບໄຍແກ້ວນໍາແສງ (Optical Fiber Cable) ໃຫ້ໄດ້ທັງໝົດ 200 ກິໂລແມັດຂື້ນໄປ, ຂະຫຍາຍສັນຍານໂທລະສັບມືຖືລະບົບ 2G, 3G ກວມເອົາ 100%, 4G ກວມເອົາ 90% ແລະ 5G ໃຫ້ໄດ້ບັນດາບ້ານເທດສະບານ 11 ເມືອງ.
4). ຂະຫຍາຍໂຄງລ່າງພື້ນຖານຕາໜ່າງໂທລະຄົມ ບ້ານທີ່ບໍ່ມີສັນຍານ ຈໍານວນ 05 ບ້ານ, ແລະ ບ້ານບໍ່ມີສັນຍານອິນເຕີເນັດ ຈໍານວນ 18 ບ້ານ; ສະເລ່ຍ ເລກໝາຍໂທລະສັບ ໃສ່ພົນລະເມືອງທົ່ວແຂວງ ໃຫ້ໄດ້ 90 ເລກໝາຍ/100 ຄົນ;
5). ຕິດຕາມ, ກວດກາການຂື້ນທະບຽນເລກໝາຍໂທລະສັບໃໝ່ ພາຍໃນແຂວງ ໃຫ້ເຂົ້າລະບົບ 100%.
6). ສູ້ຊົນສ້າງລາຍຮັບ ດ້ານໄປສະນີ ແລະ ໂທລະຄົມມະນາຄົມໃຫ້ໄດ້ 1,500 ຕື້ຂື້ນໄປ; ເມື່ອຮອດປີ 2030 ສ້າງລາຍຮັບດ້ານໄປສະນີ ແລະ ໂທລະຄົມມະນາຄົມ ໃຫ້ກວມເອົາ 5% ຂອງ GDP;
ຂ. ເພື່ອບັນລຸ 06 ຄາດໝາຍຕົວຊີ້ວັດດັ່ງກ່າວ ພວກເຮົາຕ້ອງໄດ້ພ້ອມກັນສຸມໃສ່ 04 ໜ້າວຽກຕົ້ນຕໍຄື:
ວຽກຈຸດສຸມທີ 1: ພັດທະນາວຽກງານ ໄປສະນີ ໃຫ້ມີການພັດທະນາ ກ້າວໜ້າ ແລະເຂັ້ມແຂງ.
ວຽກຈຸດສຸມທີ 2: ພັດທະນາພື້ນຖານໂຄງລ່າງດ້ານໂທລະຄົມມະນາຄົມໃຫ້ກວ້າງຂວາງ ແລະທົ່ວເຖິງ
ວຽກຈຸດສຸມທີ 3: ຄຸ້ມຄອງຄື້ນຄວາມຖີ່ວິທະຍຸສື່ສານໃຫ້ເປັນລະບົບ ແລະຄຸ້ມຄອງຢ່າງມີປະສິດທິພາບ; ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງເພື່ອຂໍຄວາມຮ່ວມມື ໃນການສະຫນອງຂໍ້ມູນການນໍາໃຊ້ຄື້ນຄວາມຖີ່, ອຸປະກອນເຄື່ອງບິນບໍ່ມີຄົນຂັບ (ໂດຣນ) ເພື່ອອອກອະນຸຍາດນໍາໃຊ້ໃຫ້ຖືກຕ້ອງຕາມລະບຽບການ.
ວຽກຈຸດສຸມທີ 4: ສ້າງໃຫ້ອົງການປົກຄອງຂັ້ນທ້ອງຖິ່ນໃຫ້ມີຄວາມເຂັ້ມແຂງດ້ານການຫັນເປັນດິຈິຕອນ ມີຄວາມເຂັ້ມແຂງໃນການຄຸ້ມຄອງສື່ສັງຄົມອອນລາຍ; ປັບປຸງແບບແຜນວິທີເຮັດວຽກ ຂອງຄະນະກຳມະການຫັນເປັນດິຈິຕອນ ແລະ ຄຸ້ມຄອງອິນເຕີເນັດໃຫ້ມີຄວາມເຂັ້ມແຂງ; ສ້າງແບບແຜນການດຳເນີນວຽກງານ ຂອງຄະນະກຳມະການ ໃຫ້ສອດຄ່ອງໃນແຕ່ລະປີ, ມີການຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນໃນແຕ່ລະໄລຍະຢ່າງເປັນປົກກະຕິ; ສາມາດຕອບໂຕ້ຂ່າວທີ່ບິດເບືອນຢ່າງທັນການ, ເປັນເຈົ້າການຕ້ານການໂຈມຕີທາງໄຊເບີ ແລະ ການຫຼອກລວງທາງສັງຄົມ, ອອນລາຍຢ່າງທັນການ; ສ້າງແນວຄວາມຄິດ ເພື່ອສ້າງແຜນພັດທະນາຕົວເມືອງໃຈກາງຂອງແຂວງ ໄຊຍະບູລີ, ໃຫ້ເປັນ ຕົວເມືອງອັດສະລິຍະ (Smart City) ໂດຍເລີ່ມຈາກການປັບປຸງກ້ອງວົງຈອນປິດໃຫ້ສາມາດນໍາໃຊ້ໄດ້ທຸກຈຸດເຂົ້າ-ອອກຕົວເມືອງ; ອອກບັດປະຈໍາຕົວ ແລະ ປື້ມຄຸ້ມຄອງສໍາມະໂນຄົວ ຫັນໄປສູ່ການຄຸ້ມຄອງການເຄື່ອນເໜັງຂອງພົນລະເມືອງແບບດິຈິຕອນ ໃນນີ້ເກນອາຍຸອອກບັດປະຈໍາຕົວໃຫ້ໄດ້ອອກບັດໃນລະບົບດິຈິຕອນກວມເອົາ 80% ຂອງເປົ້າໝາຍເກນອາຍຸ ແລະ ລະບົບສໍາມະໂນຄົວດິຈິຕອນ ກວມເອົາ 90% ຂື້ນໄປ ເພື່ອໃຫ້ຖານຂໍ້ມູນພາກລັດເຊື່ອມໂຍງຢ່າງມີປະສິດທິພາບກັບລະບົບທຸລະກໍາດ້ານການເງີນ, ການຄ້າ, ການປ້ອງກັນການຫລອກລວງທາງອອນລາຍ ແລະອາຊະຍາກໍາອື່ນໆ ຢ່າງເປັນລະບົບ.
ເປົ້າໝາຍທີ III: ສົ່ງເສີມ ແລະ ນໍາໃຊ້ວິທະຍາສາດ, ນະວັດຕະກໍາໃໝ່ ແລະ ພູມປັນຍາ ເພື່ອຍົກສູງປະສິດ ທິພາບການຜະລິດ.
ກ. ປະກອບມີຄາດໝາຍຕົວຊີ້ວັດ 3 ຄາດໝາຍຄື:
1). ອອກແຮງໂຄສະນາ ເຜີຍແຜ່ ພາລະບົດບາດ, ສິດ, ໜ້າທີ່ ແລະ ບັນດານິຕິກໍາ ທີ່ກ່ຽວຂ້ອງກັບວຽກງານເຕັກໂນໂລຊີ ແລະ ນະວັດຕະກໍາ ເພື່ອໃຫ້ສັງຄົມຮັບຮູ້ ແລະ ເຂົ້າໃຈຢ່າງກ້ວາງຂວາງ ກວມເອົາ 65% ຂອງກຸ່ມເປົ້າໝາຍ;
2). ເກັບກຳຂໍ້ມູນສະຖິຕິການນຳໃຊ້ເຕັກໂນໂລຊີ ຢູ່ໃນຂົງເຂດການຜະລິດອຸດສາຫະກຳ, ກະສິກຳ ແລະ ການບໍລິການ ພາຍໃນຂອບເຂດຄວາມຮັບຜິດຊອບ ໃຫ້ໄດ້ 85% ຂອງຫົວໜ່ວຍທຸລະກິດທັງໝົດ;
3). ເຂົ້າຮ່ວມສຳມະນາ ແລະ ຝຶກອົບຮົມພາລະບົດບາດ, ຄວາມຮູ້ກ່ຽວກັບເຕັກໂນໂລຊີ ແລະນະວັດຕະກຳ, ການສົ່ງເສີມທຸລະກິດສະຕາດອັບ ແລະ ການຖ່າຍທອດເຕັກໂນໂລຊີ ແລະ ພົວພັນປະສານງານກັບພາກສ່ວນ ກ່ຽວຂ້ອງເພື່ອຖອດຖອນບົດຮຽນວຽກງານເຕັກໂນໂລຊີ ແລະ ນະວັດຕະກຳເປັນແຕ່ລະໄລຍະ.
ຂ. ເພື່ອບັນລຸຄາດໝາຍດັ່ງກ້າວຈະໄດ້ສືບຕໍ່ຢູ້ແຮງ 1 ແຜນງານຈຸດຄື: ການອອກແຮງ ສົ່ງເສີມ ແລະ ນໍາໃຊ້ວິທະຍາສາດ, ນະວັດຕະກໍາໃໝ່ ແລະ ພູມປັນຍາ ເພື່ອຍົກສູງປະສິດທິພາບການຜະລິດ.ໂດຍການລົງສຳຫຼວດ, ເກັບກຳຂໍ້ມູນສະຖິຕິບັນດາຫົວໜ່ວຍທຸລະກິດ, ຜູ້ປະກອບການການຜະລິດ, ການບໍລິການ, ການນຳເຂົ້າ-ຈັດຈຳໜ່າຍ ຜະລິດຕະພັນເຕັກໂນໂລຊີ ແລະ ນະວັດຕະກຳພາຍໃນແຂວງ 1-2 ຄັ້ງຕໍ່ປີ
ຂ່າວສານ : ຕສ ແຂວງໄຊຍະບູລີ

