ທິດທາງແຜນການປີ 2026 ວຽກງານເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ ໄດ້ເອກະພາບຮັບຮອງເອົາ 03 ເປົ້າໝາຍ, 14 ຄາດໝາຍຕົວຊີ້ວັດ ກັບ 08 ແຜນວຽກຈຸດສຸມ, 10 ແຜນງານ ຂັບເຄື່ອນວຽກໃຫ້ປະກົດຜົນເປັນຈິງ.

03/02/2026 ~ 03/02/2026

ທິດທາງແຜນການປີ 2026 ວຽກງານເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ ໄດ້ເອກະພາບຮັບຮອງເອົາ 03 ເປົ້າໝາຍ, 14 ຄາດໝາຍຕົວຊີ້ວັດ ກັບ 08 ແຜນວຽກຈຸດສຸມ, 10 ແຜນງານ ຂັບເຄື່ອນວຽກໃຫ້ປະກົດຜົນເປັນຈິງ.

ທ່ານ ສອນສະຫວັນ ຈັນທະວົງ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ໄດ້ລາຍງານຕໍ່ກອງປະຊຸມວ່າປີ 2026 ເປັນປີເລີ່ມຕົ້ນຂອງການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດສັງຄົມ 5 ປີ, ຄັ້ງທີ VIII ຂອງແຂວງໄຊຍະບູລີ ທັງເປັນປີທຳອິດ ຂອງການຈັດຕັ້ງປະຕິບັດແຜນພັດທະນາເຕັກໂນໂລຊີ ແລະ ການສື່ສານ 5 ປີ (2026-2030) ຂອງແຂວງໄຊຍະບູລີ ສະນັ້ນ ແຜນພັດທະນາປີ 2026 ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ຈະໄດ້ສຸມໃສ່ 03 ເປົ້າໝາຍ, 14 ຄາດໝາຍຕົວຊີ້ວັດ, 08 ແຜນວຽກຈຸດສຸມ ແລະ 10 ແຜນງານ:
ເປົ້າໝາຍທີ I : ພັດທະນາບຸກຄະລະກອນ ທັງພາກລັດ ແລະ ເອກະຊົນ ໃຫ້ມີຄວາມຮູ້ ແລະ ຄວາມສາມາດ ນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ ເພື່ອປະກອບສ່ວນພັດທະນາແຂວງຢ່າງມີປະສິດທິພາບ ປະກອບມີ 06 ຄາດໝາຍສູ້ຊົນ, 4 ວຽກຈຸດສຸມ, 5 ແຜນງານ:
1. ສືບຕໍ່ສຶກສາອົບຮົມ ທາງດ້ານການເມືອງ-ແນວຄິດ ຂອງພະນັກງານໃຫ້ມີຄວາມໜັກແໜ້ນ, ຍົກສູງຄວາມເປັນເອກະພາບ ພາຍໃນພະແນກ, ມີຄວາມສາມະຄີເປັນປຶກແຜ່ນ ແລະ ມີຄວາມສະຫງົບ;
2. ສ້າງພະນັກງານ ນໍາພາ-ຄຸ້ມຄອງ, ຊັບຊ້ອນພະນັກງານໃຫ້ສົມຄູ່ກັບຄວາມຮູ້ວິຊາສະເພາະ ໃນການພັດທະນາບຸກຄະລາກອນ, ສ້າງໃຫ້ໄດ້ 02 ຕໍາແໜງຂັ້ນຮອງຂະແໜງການ;
3. ສ້າງບຸກຄະລາກອນຢູ່ບັນດາພະແນກການ ແລະ ບັນດາເມືອງ ໃຫ້ມີຄວາມຮູ້ຄວາມສາມາດດ້ານ ICT ໃຫ້ໄດ້: 50 ຄົນຂື້ນໄປ ໂດຍຜ່ານການຈັດຝຶກອົບຮົມ ໃຫ້ບັນລຸ 02 ຊຸດ;
4. ສ້າງ ແລະ ປັບປຸງກົງຈັກການຈັດຕັ້ງ ຫ້ອງການ ຕສ ຂັ້ນເມືອງ ໃນເມືອງທີ່ມີເງື່ອນໄຂ 03 ເມືອງຂື້ນໄປ ພ້ອມທັງສຶບຕໍ່ແບ່ງຂັ້ນຄຸ້ມ ລະຫວ່າງ ແຂວງ, ເມືອງ ແລະ ຕາແສງ ຄືນໃໝ່.
5. ຊຸກຍູ້ໃຫ້ບັນດາ ພະແນກການອ້ອມຂ້າງແຂວງ ແລະ ເມືອງ ນຳໃຊ້ລະບົບການສື່ສານຂອງ ພາກລັດ G-Chat, G-share/G-Drive ແລະ ລະບົບບໍລິຫານຫ້ອງການທັນສະໄໝ (E-Office), ສ້າງລະບົບເວັບໄຊ ຂອງພາກລັດ (G-web platform) ໂດຍຊຸກຍູ້ໃຫ້ 03 ພະແນກການຂັ້ນແຂວງ, 03 ເມືອງ ແລະ ພາກສ່ວນອື່ນໆທີ່ມີເງື່ຶອນໄຂໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ແລະ ຂະຫຍາຍເຄືອຂ່າຍ ຂອງພາກລັດ (G-Net) ພາຍໃນພະແນກ ຕສ ແຂວງ;
6. ສູ້ຊົນໃຫ້ 06 ມາດຖານ (DMA) ຂອງການຫັ້ນເປັນແຂວງດິຈິຕອນ ຄະແນນສະເລຍໃຫ້ໄດ້ 1,7 ຂື້ນໄປ (Digital Maturity Assessment).
ເປົ້າໝາຍທີ II : ການຫັນເປັນເສດຖະກິດດິຈິຕອນ ເພື່ອຍູ້ແຮງການພັດທະນາເສດຖະກິດ-ສັງຄົມ ໃຫ້ຂະຫຍາຍ ຕົວໄວ ໃນຍຸກ 4.0 ປະກອບມີ 05 ຄາດໝາຍຕົວຊີ້ວັດ, 3 ແຜນວຽກຈຸດສຸມ, 4 ແຜນງານ:
1. ສູ້ຊົນໃຫ້ລາຍຮັບດ້ານ ໄປສະນີ ແລະ ໂທລະຄົມມະນາຄົມ ພາຍໃນແຂວງ ບັນລຸ 98,163 ລ້ານກີບຂື້ນໄປ ຫຼື ເທົ່າກັບ 0,4% ຂອງ GDP ຂອງແຂວງ;
2. ສູ້ຊົນຂະຫຍາຍສັນຍານໂທລະສັບເຂົ້າຫາ ບ້ານທີີ່ຍັງບໍ່ມີສັນຍານໃຫ້ໄດ້ 03 ບ້ານ ( ບ້ານຫ້ວຍງູ, ບ້ານວັງພະໝອນ ເມືອງປາກລາຍ, ບ້ານນໍ້າງີມ ເມືອງພຽງ ) ເມື່ອຮອດທ້າຍປີ 2026 ກວມເອົາ 428 ບ້ານ ເທົ່າກັບ 99,5% ຂອງບ້ານທັງໝົດ, ສະເລ່ຍການນໍາໃຊ້ ເລກໝາຍໂທລະສັບ 100 ຄົນຕໍ່ 80 ເລກໝາຍ;
3. ແກ້ໄຂບ້ານທີ່ບໍ່ມີສັນຍານອິນເຕີເນັດໃຫ້ໄດ້ 09 ບ້ານ, ກວມເອົາ 426 ບ້ານເທົ່າກັບ 99% ຂອງບ້ານທັງໝົດ; ຂະຫຍາຍການນໍາໃຊ້ອິນເຕີເນັດ (ID) ເຂົ້້າຄົວເຮືອນໃຫ້ເພີ້ມຂື້້ນ 20% ຂອງຈໍານວນອີນເຕີເນັດ (ID) ທັງໝົດ; ສູ້ຊົນຂະຫຍາຍສາຍກາບໄຍແກ້ວນໍາແສງ ໃຫ້ໄດ້ທັງໝົດ 50Km, ເສົາສະຖານີຮັບ-ສົ່ງສັນຍານໂທລະສັບມືຖື ໃຫ້ໄດ້ 22 ເສົາ, ສະຖານີຮັບ-ສົ່ງສັນຍານໂທລະສັບມືຖື (2G, 3G, 4G) ໃຫ້ໄດ້ທັງໝົດ 41 ສະຖານີ; ເປີດນໍາໃຊ້ ແລະ ລົງທະບຽນ ເບີໂທລະສັບມືຖື ໃຫ້ໄດ້ຫລາຍກວ່າ 1,200 ເລກໝາຍ, ຂະຫຍາຍ ອິນເຕີເນັດ (User) ໃຫ້ໄດ້ຫລາຍກວ່າ 2,737 ເລກໝາຍ;
4. ສູ້ຊົນຂະຫຍາຍປ່ອງບໍລິການ ດ້ານໄປສະນີ ກວມ 60% ຂອງຕາແສງທັງໝົດ (27 ຕາແສງ);
5. ການໃຫ້ບໍລິການ ດ້ານໄປສະນີພັນພາຍໃນ 245 ສະບັບ, ສິ່ງຂອງຫໍ່ນ້ອຍ (ທຳມະດາ ແລະ ລົງທະບຽນ) 270 ກິໂລ, ພັດສະດຸ 217.8 ກິໂລ, ເມດ່ວນ 835 ສະບັບ; ການໃຫ້ບໍລິການດ້ານໄປສະນີພັນຕ່າງປະເທດ 165 ສະບັບ, ສິ່ງຂອງຫໍ່ນ້ອຍ (ທຳມະດາ ແລະ ລົງທະບຽນ) 104 ກິໂລ, ພັດສະດຸ 648.8 ກິໂລ, ເມດ່ວນ 424 ສະບັບ.
ເປົ້າໝາຍທີ III: ສົ່ງເສີມ ແລະ ນໍາໃຊ້ວິທະຍາສາດ, ນະວັດຕະກໍາໃໝ່ ແລະ ພູມປັນຍາ ເພື່ອຍົກສູງປະສິດ ທິພາບການຜະລິດ ປະກອບມີ 03 ຄາດໝາຍຕົວຊີ້ວັດ, 1 ວຽກຈຸດສຸມ, 1 ແຜນງານ:
1. ສູ້ຊົນລົງເກັບກຳຂໍ້ມູນດ້ານເຕັກໂນໂລຊີ ແລະ ນະວັດຕະກຳ ຢູ່ບັນດາໂຮງງານປຸງແຕ່ງກະສິກຳ, ອຸດສະຫະກຳ ແລະການບໍລິການທີ່ຕິດພັນກັບວຽກງານ ຕສ ພາຍໃນແຂວງ 20% ຂອງເປົ້າໝາຍທັງໝົດ;
2. ໂຄສະນາເຜີຍແຜ່ໃຫ້ສັງຄົມຮູ້ຈັກ ແລະ ນໍາໃຊ້ຜະລິດຕະພັນ ແລະ ການບໍລິການ ທີ່ກ່ຽວຂ້ອງກັບວຽກງານເຕັກໂນໂລຊີ ແລະ ນະວັດຕະກຳໃໝ່ ໃຫ້ໄດ້ 01 ຄັ້ງຂື້ນໄປ;
3. ເຂົ້າຮ່ວມສຳມະນາ ແລະ ຝຶກອົບຮົມພາລະບົດບາດ, ຄວາມຮູ້ກ່ຽວກັບເຕັກໂນໂລຊີ ແລະນຳວັດຕະກຳ, ການສົ່ງເສີມທຸລະກິດສະຕາດອັບ ແລະ ການຖ່າຍທອດເຕັກໂນໂລຊີ ແລະ ພົວພັນປະສານງານກັບພາກ ສ່ວນ ກ່ຽວຂ້ອງເພື່ອຖອດຖອນບົດຮຽນວຽກງານເຕັກໂນໂລຊີ ແລະ ນະວັດຕະກຳເປັນແຕ່ລະໄລຍະ ໂດຍເນັ້ນໃນ 03 ຜະລິດຕະພັນໂອດອບ ທີ່ແຂວງມີທ່າແຮງຄື: ເຫຼົ້າບັ້ງໄມ້ໄຜ່ ເມືອງໄຊຍະບູລີ, ຜ້າລາຍຄາມ ເມືອງຫົງສາ ແລະ ແຜ່ນແພເຜົ່າລື້ ເມືອງເງິນ-ເມືອງຊຽງຮ່ອນ.
ຂ່າວສານ : ຕສ ແຂວງໄຊຍະບູລີ

 

ວາລະສານ ດ້ານໄອຊີທີ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ