01/09/2025 ~ 01/09/2025

ໃນຕອນແລງຂອງວັນທີ 28 ສິງຫາ 2025, ທີ່ໂຮງແຮມ ຄຣາວ ພລາຊ່າ, ນະຄອນຫຼວງວຽງຈັນ ກົມເຕັກໂນໂລຊີດິຈິຕ໋ອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ບໍລິສັດ ລິ້ງອິດລາວ ຈຳກັດ (LINKIT LAO CO.LTD) ໄດ້ລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ສຶກສາຄວາມເປັນໄປໄດ້ໃນການພັດທະນາຖານລະບົບບໍລິການ ເພື່ອເປັນພື້ນຖານໂຄງລ່າງຂອງລະບົບຕົວເມືອງອັດສະລິຍະ ແນໃສ່ເພື່ອສ້າງພື້ນຖານໂຄງລ່າງຖານລະບົບດິຈິຕອນ ແລະ ການນໍາໃຊ້ລະບົບການບໍລິການສາທາລະນະທີ່ທັນສະໄໝ ເຂົ້າໃນການຄຸ້ມຄອງ ແລະ ບໍລິການຂອງ ອົງການປົກຄອງ ຂັ້ນບ້ານ, ຂັ້ນເມືອງ ແລະ ຂັ້ນແຂວງ ເພື່ອຮອງຮັບການຫັນເປັນດິຈິຕອນ ຂອງ ສປປ ລາວ ປະກອບສ່ວນເຂົ້າໃນການຈັດຕັ້ງຜັນຂະຫຍາຍ ວິໄສທັດການພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 20 ປີ (2021-2040), ຍຸດທະສາດການພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 10 ປີ (2021-2030) ແລະ ແຜນພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 5 ປີ (2021-2025) ໃຫ້ປາກົດຜົນເປັນຈິງເທື່ອລະກ້າວ.

ພາຍຫຼັງລົງນາມເຊັນບົດບັນທຶກຄວາມເຂົ້າໃຈດັ່ງກ່າວແລ້ວ ທັງສອງຝ່າຍຈະໄດ້ຮ່ວມກັນສຶກສາຄວາມເປັນໄປໄດ້ໃນການພັດທະນາຖານລະບົບ ແລະ ການນໍາໃຊ້ລະບົບການບໍລິການສາທາລະນະທີ່ທັນສະໄໝ ເປັນຕົ້ນ ແມ່ນການພັດທະນາຖານໂຄງລ່າງຮອງຮັບລະບົບຕົວເມືອງອັດສະຣິຍະ(Smart City), ການພັດທະນາຖານລະບົບດິຈິຕອນ (Platform) ແລະ ຖານລະບົບບໍລິການສາທາລະນະ (Public Service Platform) ຊຶ່ງກວມເອົາຂອບເຂດວຽກງານ ຄື: ການປົກຄອງດິຈິຕອນ (Digital Governance), ລະບົບສຸຂະພາບດິຈິຕອນ (Digital Health & Wellbeing), ການສຶກສາ ແລະ ການຮຽນຮູ້ອັດສະລິຍະ (Intelligent Education & Learning), ການຂົນສົ່ງ ແລະ ການເຄື່ອນຍ້າຍອັດສະລິຍະ (Smart Transportation & Mobility), ພະລັງງານ ແລະ ສິ່ງແວດລ້ອມອັດສະລິຍະ (Smart Energy & Environment), ການດຳລົງຊີວິດອັດສະລິຍະ ແລະ ການບໍລິການສັງຄົມ (Smart Living & Social Services), ການຫັນເປັນດິຈິຕອນດ້ານວັດທະນະທຳ, ສິລະປະ ແລະ ມໍລະດົກ (Culture, Arts & Heritage Digitization) ແລະ ການບໍລິການແຮງງານ ແລະ ສະຫວັດດີການສັງຄົມ (Labor and social welfare services).

ຮ່ວມລົງນາມຄັ້ງນີ້ ໂດຍ ທ່ານ ນາງ ສິຣິລັກ ໄຊຍະບຸນຊູ, ຫົວໜ້າກົມເຕັກໂນໂລຊີດິຈິຕອນ ແລະ ທ່ານ ຈິດຕິພົງ ບັນຈົງພານິດ ປະທານ ບໍລິສັດ ລິ້ງອິດລາວ ຈຳກັດ (LINKIT LAO CO.LTD) ໂດຍມີ ທ່ານ ບັນດິດ ສຈ ບໍ່ວຽງຄໍາ ວົງດາລາ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ບັນດາທ່ານຮອງລັດຖະມົນຕີ, ບັນດາທ່ານຫົວໜ້າ ກົມ/ທຽບເທົ່າ ພາຍໃນ ກຕສ, ບັນດາກະຊວງອ້ອມຂ້າງ ພ້ອມດ້ວຍຄະນະຜູ້ບໍລິຫານບໍລິສັດ ລິ້ງອິດລາວ ຈຳກັດ ແລະ ບັນດາທ່ານແຂກທີ່ຖືກເຊີນເຂົ້າຮ່ວມເປັນສັກຂີພິຍານ.
ແຫຼ່ງຂ່າວຈາກ: https://www.facebook.com/mtcoflaos

