ແຂວງໄຊຍະບູລີ ໄດ້ມີການບົ່ງຕົວແຕ່ງຕັ້ງ ສະຫາຍເລຂາຄະນະພັກຮາກຖານ, ຮັກສາການຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ (ຜູ່ໃໝ່)

29/08/2025 ~ 29/08/2025

ແຂວງໄຊຍະບູລີ ໄດ້ມີການບົ່ງຕົວແຕ່ງຕັ້ງ ສະຫາຍເລຂາຄະນະພັກຮາກຖານ, ຮັກສາການຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ (ຜູ່ໃໝ່)

ໃນຕອນເຊົ້າຂອງວັນທີ 20 ສິງຫາ 2025 ແຂວງ ໄຊຍະບູລີໄດ້ມີການປະກາດການຈັດຕັ້ງບັນດາພະແນກການອ້ອມຂ້າງແຂວງຂຶ້ນ, ຊຶ່ງໃນນັ້ນ ໄດ້ປະກາດບົ່ງຕົວແຕ່ງຕັ້ງ ທ່ານ ສອນສະຫວັນ ຈັນທະວົງ ເປັນເລຂາຄະນະພັກຮາກຖານ, ຮັກສາການຫົວໜ້າພະແນກເຕັກໂນໂລຊີ ແລະການສື່ສານແຂວງ ຜູ່ໃໝ່ ຂຶ້ນຢູ່ທີ່ສະໂມສອນໃຫຍ່ຂອງແຂວງ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ໄຊຍະບູລີ.

          ພະແນກເຕັກໂນໂລຊີ ແລະການສື່ສານແຂວງ ເປັນພະແນກການໜຶ່ງທີ່ມີບົດບາດສໍາຄັນ ເປັນເສນາທິການໃຫ້ແກ່ອົງການປົກຄອງແຂວງ ແລະກະຊວງສາຍຕັ້ງໃນການຄຸ້ມຄອງວຽກງານໄປສະນີ ແລະ ການສື່ສານ; ວຽກງານບໍລິຫານລັດດີຈີຕອນ ແລະ ຄວາມປອດໄພໄຊເບີ; ວຽກງານເຕັກໂນໂລຊີ ແລະນະວັດຕະກຳ, ປະກອບມີສະມາຊິກພັກ-ພະນັກງານຂັ້ນແຂວງ ທີ່ຂຶ້ນກັບຄະນະພັກຮາກຖານພະແນກປະກອບມີ 4 ຄື: ໜ່ວຍພັກເຕັກໂນໂລຊີ ແລະການສື່ສານ, ໜ່ວຍພັກໄປສະນີ, ໜ່ວຍພັກລາວໂທລະຄົມ ແລະໜ່ວຍພັກໂທລະຄົມມະນາຄົມລາວ; ມີ 4 ຂະແໜງການຂຶ້ນກັບພະແນກ ແລະ ມີພະນັກງານ-ສະມາຊິກພັກທີ່ຂຶ້ນກັບການຄຸ້ມຄອງຂອງຄະນະພັກຮາກຖານທັງໝົດ 102 ຄົນ, ຍິງ 46 ຄົນ; ໄລຍະຜ່ານມາ ພະແນກໄດ້ມີຄວາມພະຍາຍາມ ຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມຂອງແຂວງ ຕິດພັນກັບການຊຸກຍູ້ຊ່ວຍໜູນໃຫ້ບັນດາຂະແໜງການຫັນເປັນທັນສະໄໝໃນຫລາຍຂົງເຂດເປັນຕົ້ນແມ່ນ ຂົງເຂດລະບົບການເງີນ, ການທະນາຄານ, ການຄ້າ, ການລົງທຶນ, ການບໍລິການດ້ານການທ່ອງທ່ຽວ ແລະອື່ນໆ ນໍາໃຊ້ເຕັກໂນໂລຊີ-ຂໍ້ມູນຂ່າວສານຜ່ານ ແພັດຟອມຕ່າງໆ ເຂົ້າມາຊ່ວຍອໍານວຍຄວາມສະດວກ, ເພື່ອໃຫ້ປະຊາຊົນ, ທຸລະກິດຜູ້ປະກອບການ ແລະຊັ້ນຄົນ ໄດ້ເຂົ້າເຖິງການສື່ສານໂທລະຄົມມະນາຄົມຫລາຍຂຶ້ນ, ສ່ວນພາກລັດກໍ່ໄດ້ຫັນມານໍາໃຊ້ລະບົບທັນສະໄໝໃນຫລາຍຮູບແບບເປັນຕົ້ນການຈັດກອງປະຊູມທາງໄກ, ການສົ່ງຂໍ້ມູນຂ່າວສານ, ການຫັນເປັນດີຈີຕອນ ເຂົ້າໃນການບໍລິຫານລັດເອເລັກໂຕນິກ; ປະຈຸບັນທົ່ວແຂວງ ມີສະຖານີຮັບ-ສົ່ງສັນຍານໂທລະສັບ ທັງໝົດ 1,093 ສະຖານີ; ນໍາໃຊ້ເບີໂທລະສັບມືຖືລະບົບ(020)ມີ 270,712 ເລກໝາຍ, ລະບົບ(030) ມີ 52,397 ເລກໝາຍ ແລະ ລະບົບສາຍ (074) ມີທັງໝົດ 492 ເລກໝາຍ; ລະບົບອິນເຕີເນັດ (User) ມີທັງໝົດ 9,791 User; ທົ່ວແຂວງໃນ 100 ຄົນໃດມີໂທລະສັບນໍາໃຊ້ 76 ເລກໝາຍ ແລະ 98% ຂອງບ້ານທັງໝົດໄດ້ມີສັນຍານໂທລະສັບເຂົ້າເຖິງ.

 

ວາລະສານ ດ້ານໄອຊີທີ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ