ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງໄຊຍະບູລີ ສະຫຼຸບການຈັດຕັ້ງປະຕິບັດວຽກງານ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການປະຈໍາ 6 ເດືອນ ທ້າຍປີ 2025.
15/07/2025 ~ 15/07/2025

ໃນຕອນເຊົ້າວັນທີ 2 ກໍລະກົດ 2025 ນີ້ ຢູ່ທີ່ຫ້ອງປະຊຸມພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການປະຈໍາ 6 ເດືອນ ທ້າຍປີ 2025 ພາຍໃຕ້ການເປັນປະທານຂອງທ່ານ ຄໍາເພັດ ພົມມະລາດ ກໍາມະການພັກແຂວງ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງໄຊຍະບູລີ, ມີບັນດາຄະນະພະແນກ, ຫົວໜ້າ, ຮອງຫົວໜ້າຂະແໜງການ, ຫົວໜ້າຫ້ອງການເຕັກໂນໂລຊີ ແລະ ການສື່ສານເມືອງ, ບໍລິສັດ, ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນພະແນກເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ຄໍາເພັດ ພົມມະລາດ ກໍາມະການພັກແຂວງ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງໄຊຍະບູລີ ໄດ້ກ່າວເປີດກອງປະຊຸມ ຈາກນັ້ນ ທ່ານ ນິລັນດອນ ຈິດຕະກອນ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງໄຊຍະບູລີ ໄດ້ສະຫຼຸບການຈັດຕັ້ງປະຕິບັດວຽກງານເຕັກໂນໂລຊີ ແລະ ການສື່ສານແຂວງ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ ປະຈໍາ 6 ເດືອນ ທ້າຍປີ 2025 ວ່າ: ສືບຕໍ່ສຶກສາອົບຮົມ ທາງດ້ານການເມືອງ-ແນວຄິດໃຫ້ແກ່ຖັນແຖວ ພະນັກງານ-ລັດຖະກອນ ໃນຂອບເຂດຄວາມຮັບຜິດຊອບ ໃຫ້ເປັນປົກກະຕິ ແລະ ຕໍ່ເນື່ອງ ໂດຍການນໍາເອົາແນວທາງນະໂຍບາຍ, ລະບຽບ, ກົດໝາຍ, ມະຕິ, ຄໍາສັ່ງ ນໍາມາຈັດຕັ້ງເຜີຍແຜ່, ເຊື່ອມຊຶມໃຫ້ທົ່ວເຖິງທຸກເປົ້າໝາຍ, ເດັດຂາດ ຕ້ານທຸກກະແສແນວຄິດ ແລະ ການກະທໍາ ທີ່ພາໃຫ້ເກີດ ຄວາມບໍ່ສະຫງົບ, ຄວາມແຕກແຍກສາມັກຄີ ແລະ ອື່ນໆ ອັນເປັນຜົນສະທ້ອນທີ່ບໍ່ດີຕໍ່ກົມກອງ ເອົາໃຈໃສ່ຊຸກຍູ້ໃຫ້ພະນັກງານໄດ້ເຂົ້າຮ່ວມຂະບວນການຕ່າງໆທີ່ທາງແຂວງຈັດຂື້ນໃນແຕ່ລະໄລຍະ ປະຈຸບັນມີ 03 ບໍລິສັດທີ່ໃຫ້ການບໍລິການດ້ານໂທລະຄົມ ແລະ ອິນເຕີເນັດ, ໂຄງລ່າງພື້ນຖານໂທລະຄົມມະນາຄົມ ໄດ້ມີການຂະຫຍາຍແຕ່ແຂວງລົງຮອດທ້ອງຖິ່ນເຂດຫ່າງໄກສອກຫຼີກ, ເຮັດໃຫ້ປະຊາຊົນສາມາດເຂົ້າເຖິງ ແລະ ນໍາໃຊ້ໄດ້ສະດວກສະ
ບາຍ ຄື: ຂະຫຍາຍສາຍກາບໄຍແກ້ວນໍາແສງ 20 Km ທຽບໃສ່ແຜນ ປີ 2025 ປະຕິບັດໄດ້ 8.77%, ປັດຈຸບັນມີສາຍກາບໄຍແກ້ວ (ສາຍແມ່) ທັງໝົດ 4,466 Km, ກວມເອົາ 11 ເມືອງ, ສາຍກາບໄຍແກ້ວສາເຫດຫຼຸດລົງຍ້ອນຕັດສາຍສົ່ງຫາສະຖານີອອກຕັ້ງເສົາສະຖານີຮັບ-ສົ່ງສັນຍານໂທລະສັບໄດ້ຈໍານວນ 02 ຕົ້ນ, ທຽບໃສ່ແຜນ ປີ 2025 ປະຕິບັດໄດ້ 22.22%, ປັດຈຸບັນມີເສົາສະຖານີ ທັງໝົດ 484 ຕົ້ນ, ຕິດຕັ້ງສະຖານີຮັບ-ສົ່ງສັນຍານໂທລະ
ສັບໄດ້ຈໍານວນ: 02 ສະຖານີ (2G, 3G, 4G), ທຽບໃສ່ແຜນ ປີ 2025 ປະຕິບັດໄດ້ 15,38%, ປະຈຸບັນມີເສົາສະຖານີ ທັງໝົດ: 1,093 ສະຖານີ, ຂະຫຍາຍເບີໂທລະສັບມືຖື 2G, 3G, 4G ໄດ້ຈໍານວນ 3.479 ເລກໝາຍ ປະຈຸບັນມີເບີທີ່ເປີດນໍາໃຊ້ທັງໝົດ 270,712 ເລກໝາຍ, ຂະຫຍາຍເບີໂທລະສັບຕັ້ງໂຕະບໍ່ມີສາຍ (030) ໄດ້: 101 ເລກໝາຍ, ປະຈຸບັນມີທັງໝົດ 52,397 ເລກໝາຍ ແລະ ມີສາຍ (074) ມີທັງໝົດ 492 ເລກໝາຍ,ຂະຫຍາຍ ອິນເຕີເນັດ (User) ໄດ້ຈໍານວນ 330 ເລກໝາຍ, ທຽບໃສ່ແຜນປີ 2025 ປະຕິບັດໄດ້ 26,94%, ລວມ ທັງໝົດ 9,791 ເລກໝາຍ.ບັນດາບໍລິສັດໃຫ້ບໍລິການດ້ານໂທລະຄົມມະນາຄົມ ສາມາດສ້າງລາຍຮັບໄດ້ ທັງໝົດ 47,456 ລ້ານກີບ ທຽບໃສ່ ແຜນປີ 2025 ປະຕິບັດໄດ້ 27,70%, ກຳໄລ 19,085 ລ້ານກີບ ທຽບໃສ່ແຜນປີ 2025 ປະຕິບັດໄດ້ 16,35%, ມອບພັນທະເຂົ້າງົບປະມານໄດ້ 5,445 ລ້ານກີບ, ທຽບໃສ່ແຜນປີ 2025 ປະຕິບັດໄດ້ 43,45%. ພ້ອມນີ້ ໄດ້ປະກອບຄໍາຄິດຄໍາເຫັນຕໍ່ກັບກອງປະຊຸມເພື່ອໃຫ້ບັນລຸຕາມທີ່ຄາດໝາຍທີ່ວາງໄວ້.


