ສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນແຂວງໄຊຍະບູລີ ຊຸດທີ II.

31/12/2024 ~ 31/12/2024

ສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນແຂວງໄຊຍະບູລີ ຊຸດທີ II.

ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນແຂວງໄຊຍະບູລີ ຊຸດທີ II ໄດ້ສໍາເລັດລົງຢ່າງຈົບງາມໃນຕອນເຊົ້າຂອງວັນທີ 28 ທັນວາ 2024 ນີ້ ພາຍຫຼັງທີ່ໄດ້ດໍາເນີນມາເປັນເວລາ 3 ວັນ ເຄິ່ງ ຢູ່ທີ່ຫໍປະຊຸມໃຫຍ່ຂອງແຂວງ, ໂດຍການເປັນປະທານ ຂອງທ່ານ ເພັງນິລັນ ຄໍາພັນເພັງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມ ຂອງທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊຍະບູລີ, ທ່ານ ພົນໂທ ສຸວອນ ເລືອງບຸນມີ ກໍາມະການສູນກາງພັກ ຮອງປະທານສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ, ທ່ານ ປອ ລິເບີ ລີບົວປາວ ກໍາມະການສູນກາງພັກ ຄະນະປະຈໍາສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ, ມີບັນດາຄະນະປະຈໍາພັກແຂວງ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7 , ຄະນະປະຈໍາສະພາປະຊາຊົນແຂວງ, ກໍາມະການພັກແຂວງ, ອາດິດການນໍາຂອງແຂວງ, ຕາງໜ້າອົງການຈັດຕັ້ງພັກ-ລັດ ອົງການຈັດຕັ້ງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ, ນາຍບ້ານເທດສະບານ, ນັກທຸລະກິດ ແລະ ຜູ້ປະກອບການເຂົ້າຮ່ວມ.
ໃນໂອກາດນີ້ ທ່ານ ເພັງນິລັນ ຄໍາພັນເພັງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ໄດ້ກ່າວປິດກອງປະຊຸມຢ່າງເປັນທາງການເຊິ່ງບາງຕອນໄດ້ກ່າວວ່າ: ກອງປະຊຸມໄດ້ຄົ້ນຄ້ວາພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນພື້ນຖານຂອງແຂວງ ເຊິ່ງໄດ້ອອກເປັນມະຕິ ຈໍານວນ 8 ສະບັບ ຄື: ມະຕິ ກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ- ສັງຄົມ ປະຈໍາປີ 2024 ແລະ ທິດທາງແຜນການ ປີ 2025 ຕິດພັນກັບ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານ ເສດຖະກິດ-ການເງິນ, ມະຕິ ກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາ ບົດ ລາຍງານ ກ່ຽວກັບການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດຂອງ ແຂວງ ປະຈໍາປີ 2024 ແລະ ທິດທາງແຜນການ ປີ 2025, ມະຕິ ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ປະຈຳປີ 2024 ແລະ ແຜນການເຄື່ອນ ໄຫວວຽກ ປະຈໍາປີ 2025 ຂອງອົງການກວດສອບປະຈໍາພາກເໜືອ; ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຂອງແຂວງ ປະຈໍາປີ 2023, ມະຕິ ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ປະຈຳປີ 2024 ແລະ ແຜນການເຄື່ອນໄຫວ ວຽກງານ ປະຈໍາປີ 2025 ຂອງອົງການກວດກາລັດແຂວງ; ບົດລາຍງານຜົນ ການກວດກາ ຕາມຜົນຂອງການກວດສອບ ປະຈຳປີ 2022, ມະຕິ ກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານສາມສ້າງ ແຂວງ ເປັນຫົວໜ່ວຍຍຸດທະສາດ, (ການສ້າງເມືອງເປັນຫົວໜ່ວຍເຂັ້ມແຂງ ຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ), ມະຕິກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາບົດ ລາຍງານຂອງສານປະຊາຊົນແຂວງ ກ່ຽວກັບການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2024 ແລະ ແຜນການ ປະຈຳປີ 2025, ມະຕິກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງ ເອົາບົດລາຍງານຂອງອົງການໄອຍະການປະຊາຊົນແຂວງ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ກ່ຽວກັບ ປະຈໍາປີ 2024 ແລະ ແຜນການ ປະຈໍາປີ 2025 ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ, ມະຕິ ກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳ ປີ 2024 ແລະ ແຜນການ ປະຈຳປີ 2025 ຂອງສະພາປະຊາຊົນ ແຂວງ ຊຸດທີ II; ນອກນັ້ນ, ກອງປະຊຸມພວກເຮົາ ຍັງໄດ້ພິຈາລະນາ ແລະ ຮັບຮອງເອົາ ການປັບປຸງນິຕິກໍາໃຕ້ກົດໝາຍ ຈໍານວນ 1 ສະບັບ ຄື: ຂ້ໍຕົກລົງ ຂອງທ່ານເຈົ້າແຂວງ ວ່າດ້ວຍການຄຸ້ມຄອງ ແລະ ນໍາໃຊ້ທີ່ດິນກະສິກໍາ (ສະບັບປັບປຸງ) ແລະ ແຈ້ງຜົນ ການຮັບຮອງເອົາການແຕ່ງຕັ້ງບຸກຄະລາກອນ ຂອງອົງການປົກຄອງແຂວງ ຈໍານວນ 2 ທ່ານຄື: ທ່ານ ຄໍາເພັດ ພົມມະລາດ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ ໄປເປັນຫົວໜ້າພະແນກເຕັກໂນໂລຊີ ແລະ ການສືສານ, ທ່ານ ສົມມະນາ ປິ່ນທິບ ປະທານຄະນະກໍາມະການຍຸຕິທໍາ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄປເປັນຫົວໜ້າອົງການໄອຍະການປະຊາຊົນແຂວງ.

 

ວາລະສານ ດ້ານໄອຊີທີ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ