ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ ປະກາດການຈັດຕັ້ງຫົວໜ້າ ແລະ ຮອງຫົວໜ້າຂະແໜງບໍລິຫານ, ຈັດຕັ້ງ ແລະ ກວດກາ.

16/05/2024 ~ 16/05/2024

 ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ ປະກາດການຈັດຕັ້ງຫົວໜ້າ ແລະ ຮອງຫົວໜ້າຂະແໜງບໍລິຫານ, ຈັດຕັ້ງ ແລະ ກວດກາ.

ໃນຕອນບ່າຍຂອງວັນທີ 15 ພຶດສາພາ 2024 ນີ້ຢູ່ທີ່ຫ້ອງປະຊຸມຂອງ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ ໄດ້ຈັດພິທີປະກາດການຈັດຕັ້ງຫົວໜ້າ ແລະ ຮອງຫົວໜ້າຂະແໜງບໍລິຫານຈັດຕັ້ງແລະກວດກາ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ອິນສະຫວັນ ພົມປັນຍາ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ມີຮອງຫົວໜ້າພະແນກ, ຫົວໜ້າ-ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານ ພາຍໃນພະແນກເຂົ້າຮ່ວມທັງໝົດ 27 ທ່ານ, ຍິງ 08 ທ່ານ.

ໃນພິທີ ທ່ານ ບຸນຊູ ວິໄລສັກ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 696  ຕົກລົງເຫັນດີໃຫ້ ທ່ານ ຄຳພັນ ສຸວັນນາລີ ຮອງຫົວໜ້າຂະແໜງບໍລິຫານ, ຈັດຕັ້ງ ແລະ ກວດກາ ຂື້ນເປັນຫົວໜ້າຂະແໜງບໍລິຫານ, ຈັດຕັ້ງ ແລະ ກວດກາ ແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 697 ຕົກລົງເຫັນດີໃຫ້ ນາງ ວັນສົງການ ມາສຸວັນ ວິຊາການຂະແໜງບໍລິຫານ, ຈັດຕັ້ງ ແລະ ກວດກາ ຂື້ນເປັນຮອງຫົວໜ້າຂະແໜງບໍລິຫານ, ຈັດຕັ້ງ ແລະ ກວດກາ.

ຈາກນັ້ນກໍ່ໄດ້ຮັບຟັງການໂອ້ລົມໃຫ້ທິດຊີ້ນຳຈາກຫົວໜ້າພະແນກ, ສອງທ່ານທີ່ຖືກແຕ່ງຕັ້ງກໍ່ຂື້ນຮັບຄຳໂອລົມ ແລະ ກ່າວຄຳຂອບໃຈ.

ພາບ-ຂ່າວໂດຍ: ນາງ ສຸນິດາ ສົມສີ

 

 

ວາລະສານ ດ້ານໄອຊີທີ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ