ສປປ ລາວ ຮ່ວມກັບ ສ.ເກົາຫຼີ ຈັດສຳມະນາກາງເທີມໂຄງການ ທີ່ປຶກສາເພື່ອຍົກລະດັບ ລະບົບອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ຂອງ ສປປ ລາວ

16/05/2024 ~ 16/05/2024

ສປປ ລາວ ຮ່ວມກັບ ສ.ເກົາຫຼີ ຈັດສຳມະນາກາງເທີມໂຄງການ ທີ່ປຶກສາເພື່ອຍົກລະດັບ ລະບົບອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ຂອງ ສປປ ລາວ

ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ຮ່ວມກັບ ກະຊວງເສດຖະກິດ ແລະ ການເງິນ ສ.ເກົາຫຼີ ຈັດສຳມະນາກາງເທີມໂຄງການ ທີ່ປຶກສາເພື່ອຍົກລະດັບ ລະບົບອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ຂອງ ສປປ ລາວ ໂດຍການເປັນປະທານຮ່ວມຂອງ ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ແລະ ທ່ານ ເຊ ຊູຮອນ ທີ່ປຶກສາອາວຸໂສ ຈາກ ສະຖາບັນການພັດທະນາ ສ.ເກົາຫຼີ (KDI), ຊຶ່ງມີ ຜູ້ຕາງໜ້າຈາກ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ກະຊວງ ການເງິນ ຂອງ ສປປ ລາວ, ສະຖານເອກອັກຄະລັດຖະທູດ ສປປ ລາວ ປະຈຳ ສ.ເກົາຫຼີ ແລະ ຊ່ຽວຊານ ຈາກ ສ.ເກົາຫຼີ ຫຼາຍກວ່າ 20 ທ່ານ ເຂົ້າຮ່ວມ. ສຳມະນາດັ່ງກ່າວ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 24 ເມສາ 2024, ທີ່ໂຮງແຮມ THE PLAZA Seoul, ສ.ເກົາຫຼີ.

 

ຈຸດປະສົງໃນການຈັດສຳມະນາກາງເທີມ ຂອງໂຄງການ ທີ່ປຶກສາເພື່ອຍົກລະດັບ ລະບົບອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ຂອງ ສປປ ລາວ (Interim report Seminar on Consultation for Improvement of Lao National Certificate Authority) ໃນຄັ້ງນີ້ ແມ່ນເພື່ອປຶກສາຫາລື ກ່ຽວກັບບົດລາຍງານກາງເທີມຮ່ວມກັນ ພ້ອມທັງເປີດກວ້າງໃຫ້ບັນດາທ່ານຜູ້ຕາງໜ້າຈາກ ສປປ ລາວ ໄດ້ປະກອບຄຳຄິດຄຳເຫັນໃສ່ບົດລາຍງານກາງເທີມ ເພື່ອໃຫ້ ມີຄວາມຄົບຖ້ວນສົມບູນ, ສາມາດນຳໄປເປັນແບບແຜນ-ແນວທາງໃນການຍົກລະດັບລະບົບອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ຂອງ ສປປ ລາວ ໃຫ້ມີປະສິດທິພາບທຽບເທົ່າກັບສາກົນ.
ສຳມະນາດັ່ງກ່າວ, ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ແລະ ທ່ານ ເຊ ຊູຮອນ ທີ່ປຶກສາອາວຸໂສ ຈາກ ສະຖາບັນການພັດທະນາ ສ.ເກົາຫຼີ (KDI) ໄດ້ມີຄຳເຫັນຕໍ່ກັບສຳມະນາ ເຮັດໃຫ້ຜູ້ເຂົ້າຮ່ວມສຳມະນາໄດ້ຮັບຮູ້ເຖິງຄວາມໝາຍຄວາມສຳຄັນຂອງໂຄງການປຶກສາເພື່ອຍົກລະດັບ ລະບົບອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ຂອງ ສປປ ລາວ ຊຶ່ງປຽບເໝືອນເປັນຕົວຊີ້ວັດ, ຕົວປະເມີນຄືນຄວາມອາດສາມາດຂອງລະບົບລາຍເຊັນເອເລັກໂຕຣນິກ ຂອງ ສປປ ລາວ ທີ່ມີຢູ່ໃນປັດຈຸບັນ, ວິເຄາະຫາຄວາມຕ້ອງການໃນການປັບປຸງຍົກລະດັບລະບົບເກົ່າ, ແຜນການຂະຫຍາຍ ແລະ ສ້າງລະບົບໃໝ່ ໂດຍປຽບທຽບໃສ່ແນວທາງການຫັນເປັນດິຈິຕອນ ແລະ ການພັດທະນາເສດຖະກິດດິຈິຕອນ ຂອງ ສປປ ລາວ ໃນປັດຈຸບັນ ສ້າງເປັນແຜນເພີ່ມຂີດຄວາມສາມາດທັງດ້ານນິຕິກຳ, ດ້ານມາດຕະຖານເຕັກນິກ, ດ້ານການບໍລິການ, ດ້ານເຕັກນິກ ແລະ ດ້ານບຸກລະຄາກອນ ເພື່ອໃຫ້ຮັບປະກັນໃນການຮັບໃຊ້ແກ່ສັງຄົມ
ນອກຈາກນັ້ນ, ຄະນະຜູ້ແທນ ສປປ ລາວ ກໍໄດ້ມີໂອກາດໄປຢ້ຽມຢາມສະຖານທີ່ສໍາຄັນຕ່າງໆທີ່ເປັນ ອົງກອນ, ບໍລິສັດ ແລະ ທະນາຄານ ທີ່ໃຫ້ບໍລິການ ກ່ຽວກັບ ເຕັກໂນໂລຊີທີ່ທັນສະໄໝ, ການຄຸ້ມຄອງ ແລະ ບໍລິການ ລາຍເຊັນເອເລັກໂຕຣນິກ, ການຢັ້ງຢືນຕົວຕົນທາງດິຈິຕອນ, ການເງິນ ດິຈິຕອນ ແລະ ສູນຂໍ້ມູນ ເປັນຕົ້ນ.
ພາບ ແລະ ຂ່າວ: ສູນອິນເຕີເນັດ ແຫ່ງຊາດ

 

ວາລະສານ ດ້ານໄອຊີທີ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ