ສູນອິນເຕີເນັດ ແຫ່ງຊາດ (LANIC) ຮ່ວມກັບ ອົງການອິນເຕີເນັດ ແລະ ຄວາມປອດໄພ ສ.ເກົາຫຼີ (KISA) ລົງນາມ ວ່າດ້ວຍການຮ່ວມມື ໃນວຽກງານລາຍເຊັນເອເລັກໂຕຣນິກ (CA) ແລະ ໂຄງລ່າງພື້ນຖານອິນເຕີເນັດ

16/05/2024 ~ 16/05/2024

ສູນອິນເຕີເນັດ ແຫ່ງຊາດ (LANIC) ຮ່ວມກັບ ອົງການອິນເຕີເນັດ ແລະ ຄວາມປອດໄພ ສ.ເກົາຫຼີ (KISA) ລົງນາມ ວ່າດ້ວຍການຮ່ວມມື ໃນວຽກງານລາຍເຊັນເອເລັກໂຕຣນິກ (CA) ແລະ ໂຄງລ່າງພື້ນຖານອິນເຕີເນັດ

ໃນຕອນບ່າຍຂອງວັນທີ 23 ເມສາ 2024 ຜ່ານມານີ້, ທີ່ຫ້ອງປະຊຸມຂອງ ອົງການອິນເຕີເນັດ ແລະ ຄວາມປອດໄພ ສ.ເກົາຫຼີ (KISA), ປະເທດ ສ.ເກົາຫຼີ ໄດ້ມີພິທີລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມື ໃນວຽກງານລາຍເຊັນເອເລັກໂຕຣນິກ (CA) ແລະ ໂຄງລ່າງພື້ນຖານອິນເຕີເນັດ ລະຫວ່າງ ສູນອິນເຕີເນັດ ແຫ່ງຊາດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ແລະ ອົງການອິນເຕີເນັດ ແລະ ຄວາມປອດໄພ ສ.ເກົາຫຼີ (KISA). ຊຶ່ງຈຸດປະສົງໃນການລົງນາມດັ່ງກ່າວກໍເພື່ອຮ່ວມມືແລກປ່ຽນບົດຮຽນໃນການພັດທະນາ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນ ໃນວຽກງານຄຸ້ມຄອງລາຍເຊັນເອເລັກໂຕຣນິກ (CA) ແລະ ໂຄງລ່າງພື້ນຖານອິນເຕີເນັດ ຂອງສອງປະເທດ. ນອກຈາກນັ້ນ, ຜູ້ເຂົ້າຮ່ວມທັງໝົດຍັງໄດ້ຮັບຟັງການນຳສະເໜີພາມລວມກ່ຽວກັບ ສູນອິນເຕີເນັດ ແຫ່ງຊາດ, ການຄຸ້ມຄອງ ແລະ ໃຫ້ບໍລິການລາຍເຊັນເອເລັກໂຕຣນິກຂອງ ສປປ ລາວ, ການຫັນເປັນດິຈິຕອນ ແລະ ການພັດທະນາເສດຖະກິດດິຈິຕອນ ຂອງ ສປປ ລາວ ແລະ ຍັງໄດ້ຮັບຟັງການນຳສະເໜີພາບລວມກ່ຽວກັບ ອົງການອິນເຕີເນັດ ແລະ ຄວາມປອດໄພ ສ.ເກົາຫຼີ (KISA), ນິຕິກໍາທີ່ກ່ຽວຂ້ອງກັບລາຍເຊັນເອເລັກໂຕຣນິກ, ການຄຸ້ມຄອງ ແລະ ໃຫ້ບໍລິການລາຍເຊັນເອເລັກໂຕຣນິກ ຂອງ ສ. ເກົາຫຼີ ແລະ ແຜນພັດທະນາລາຍເຊັນເອເລັກໂຕຣນິກໃນອານາຄົດ ຂອງ ສ.ເກົາຫຼີ ອີກດ້ວຍ.

 

ລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ໃນຄັ້ງນີ້ ໂດຍ ທ່ານ ມີນາໄຊ ພິລາວົງ ຫົວໜ້າສູນອິນເຕີເນັດ ແຫ່ງຊາດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ແລະ ທ່ານ ລີຊັງຈຸງ (Lee Sang joong) ປະທານອົງການອິນເຕີເນັດ ແລະ ຄວາມປອດໄພ ສ.ເກົາຫຼີ (KISA) ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາທ່ານຕາງໜ້າຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ, ກະຊວງການເງິນ ຂອງ ສປປ ລາວ, ຕາງໜ້າຈາກອົງການອິນເຕີເນັດ ແລະ ຄວາມປອດໄພ ສ.ເກົາຫຼີ (KISA) ແລະ ບັນດາແຂກທີ່ມີກຽດທັງໝົດທີ່ເຂົ້າຮ່ວມ.
ພາບ ແລະ ຂ່າວ: ສູນອິນເຕີເນັດ ແຫ່ງຊາດ

 

ວາລະສານ ດ້ານໄອຊີທີ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ