ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ ເປີດກອງປະຊຸມເຜີຍແຜ່ຂໍ້ຕົກລົງ ຂອງທ່ານເຈົ້າແຂວງ ວ່າດ້ວຍ ການແຕ່ງຕັ້ງຄະນະກຳມະການ ຄຸ້ມຄອງອິນເຕີເນັດຂັ້ນແຂວງ ຄັ້ງວັນທີ 08 ພຶດສະພາ 2024.

10/05/2024 ~ 10/05/2024

ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ ເປີດກອງປະຊຸມເຜີຍແຜ່ຂໍ້ຕົກລົງ ຂອງທ່ານເຈົ້າແຂວງ ວ່າດ້ວຍ ການແຕ່ງຕັ້ງຄະນະກຳມະການ ຄຸ້ມຄອງອິນເຕີເນັດຂັ້ນແຂວງ ຄັ້ງວັນທີ 08 ພຶດສະພາ 2024.

ໃນວັນທີ 08 ພຶດສະພາ 2024 ນີ້ ທີ່ຫ້ອງປະຊຸມຂອງ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມເຜີຍແຜ່ຂໍ້ຕົກລົງ ຂອງເຈົ້າແຂວງ ວ່າດ້ວຍ ການແຕ່ງຕັ້ງຄະນະກຳມະການ ຄຸ້ມຄອງອິນເຕີເນັດຂັ້ນແຂວງຂຶ້ນ ໂດຍການເປັນປະທານຂອງ ທ່ານ ສົມຈິດ ຈັນທະວົງ ກຳມະການປະຈຳພັກແຂວງ ຮອງເຈົ້າແຂວງ, ປະທານຄະນະກຳມະການອິນເຕີເນັດຂັ້ນແຂວງ, ມີຄະນະກຳມະການຄຸ້ມຄອງອິນເຕີເນັດ ຈາກບັນດາພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດ 23 ທ່ານ, ຍິງ 04 ທ່ານ.

ທ່ານ ອິນສະຫວັນ ພົມປັນຍາ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ຮອງປະທານ ຄະນະກໍາມະການຄຸ້ມຄອງອິນເຕີເນັດແຂວງ ທັງເປັນຜູ້ປະຈໍາການ ໄດ້ກ່າວເປີດກອງປະຊຸມ ແລະ ໄດ້ຜ່ານຂໍ້ຕົກລົງ ຂອງທ່ານເຈົ້າແຂວງ ສະບັບເລກທີ 960/ຈຂ.ຊຍ ວ່າດ້ວຍ ການແຕ່ງຕັ້ງຄະນະກຳມະການ ຄຸ້ມຄອງອິນເຕີເນັດຂັ້ນແຂວງ. ຈາກນັ້ນກອງປະຊຸມຍັງໄດ້ຮັບຟັງ ຮ່າງບົດສະຫຼຸບການຈັດຕັ້ງປະຕິບັດ ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຂວງໄຊຍະບູລີ ປະຈໍາປີ 2023 ແລະ ທິດທາງແຜນການ ປີ 2024 ເຊິ່ງມີດ້ານດີທີ່ພົ້ນເດັ່ນ ແລະ ດ້ານອອ່ນຂໍ້ຄົງຄ້າງ ທີ່ຈະໄດ້ແກ້ໄຂໃນຕໍ່ໜ້າ, ເປັນຕົ້ນ ການຄຸ້ມຄອງ ແລະ ພັດທະນາວຽກງານ ໂທລະຄົມມະນາຄົມ ແລະ ອິນເຕີເນັດ, ເຊີ່ງປັດຈຸບັນ ມີບໍລິສັດໂທລະຄົມມະນາຄົມ ໄດ້ມີການຂະຫຍາຍໂຄງລ່າງພື້ນຖານໂທລະຄົມມະນາຄົມ ແລະ ອີນເຕີເນັດ ຢູ່ພາຍໃນແຂວງໄຊຍະບູລີ ເປັນຕົ້ນແມ່ນໄດ້ຂະຫຍາຍສາຍກາບໄຍແກ້ວ (Optic Fiber) ມີທັງໝົດ 10,233 Km, ກວມເອົາ 11 ເມືອງ, ມີເສົາສະຖານີຮັບ-ສົ່ງສັນຍານໂທລະສັບທັງໝົດ 339 ຕົ້ນ, ມີສະຖານີ (2G, 3G, 4G) ທັງໝົດ: 911 ສະຖານີ; ເບີໂທລະສັບມືຖື 2G, 3G, 4G ມີທັງໝົດ 251.715 ເລກໝາຍ, ບ້ານທີ່ມີສັນຍານ ອິນເຕີເນັດ ລະບົບ 3G ກວມເອົາ 401 ບ້ານ, ເທົ່າກັບ 93,25%; ອິນເຕີເນັດລະບົບ 4G ກວມເອົາ 399 ບ້ານ ເທົ່າກັບ 92,79%; ບ້ານທີ່ບໍ່ມີສັນຍານອິນເຕີເນັດ 29 ບ້ານ, ເທົ່າກັບ 6,74%;  ອິນເຕີເນັດ (User) ທັງໝົດ 7.364 ເລກໝາຍ, ມີຜູ້ນຳໃຊ້ອີນເຕີເນັດ 126,663 ເລກໝາຍ. ຈາກນັ້ນຜູ້ແທນກອງປະຊຸມ ໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນ ຕໍ່ບົດສະຫຼຸບ, ປຶກສາຫາລືແບບວິທີເຮັດວຽກ, ການພົວພັນປະສານງານຂອງຄະນະກຳມະການ ບົນພຶ້ນຖານເພື່ອຄວາມເປັນເອກກະພາບໃນການຈັດຕັ້ງປະຕິບັດ ແລະ ກຳນົດທິດທາງແຜນການ ວຽກງານຄຸ້ມຄອງອິນເຕີເນັດໃນຕໍ່ໜ້າ

ໃນໂອກາດນີ້, ທ່ານ ສົມຈິດ ຈັນທະວົງ ກຳມະການປະຈຳພັກແຂວງ ຮອງເຈົ້າແຂວງ, ປະທານຄະນະກຳມະການອິນເຕີເນັດຂັ້ນແຂວງ, ໄດ້ມີຄໍາເຫັນໂອ້ລົມ ຕໍ່ກອງປະຊຸມເຊິ່ງທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຄະນະກຳມະການ ຄຸ້ມຄອງອິນເຕີເນັດໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາ ແລະ ທ່ານໄດ້ເນັ້ນໜັກໃຫ້ບັນດາຄະນະກໍາມະການທຸກພາກສ່ວນຕ້ອງເປັນເຈົ້າການຍົກສູງຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ຕາມຂອບເຂດສິດ, ໜ້າທີ່ ແລະ ພາລະບົດບາດຂອງຕົນໃຫ້ມີປະສິດທິພາບສູງຂື້ນກວ່າເກົ່າ.

---------------------------

ພາບ-ຂ່າວໂດຍ: ນາງ ສຸນິດາ ສົມສີ

 

ວາລະສານ ດ້ານໄອຊີທີ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ