ແນກກເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ ສະຫຼຸບຕີລາຄາ ການເຄື່ອນໄຫວວຽກງານກວດກາ ຂອງຄະນະພັກຮາກຖານປະຈໍາປີ 2023 ແລະ ທິດທາງແຜນການປະຈໍາປີ 2024

03/05/2024 ~ 03/05/2024

ແນກກເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ ສະຫຼຸບຕີລາຄາ ການເຄື່ອນໄຫວວຽກງານກວດກາ ຂອງຄະນະພັກຮາກຖານປະຈໍາປີ 2023 ແລະ ທິດທາງແຜນການປະຈໍາປີ 2024

ກອງປະຊຸມສະຫຼຸບວຽກງານກວດກາ ປະຈໍາປີ 2023 ແລະ ທິດທາງແຜນການປະຈໍາປີ 2024 ໄດ້ຈັດຂຶ້ນໃນວັນທີ 26 ເມສາ 2024 ນີ້ ທີ່ຫ້ອງປະຊຸມພະແນກກເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ ໂດຍການເປັນປະທານຂອງ ສະຫາຍ ອິນສະຫວັນ ພົມປັນຍາ ເລຂາຄະນະພັກຮາກຖານ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ມີບັນດາ ເລຂາ-ຮອງເລຂາໜ່ວຍພັກ ແລະ ສະມາຊິກພັກ-ພະນັກງານເຂົ້້າຮ່ວມ.

ໃນວາລະຂອງກອງປະຊຸມ ພາຍຫຼັງສະຫາຍ ອິນສະຫວັນ ພົມປັນຍາ ເລຂາຄະນະພັກຮາກຖານ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ. ຈາກນັ້ນ ທ່ານ ທອງສຸກ ອິນທະວົງ ເລຂາໜ່ວຍພັກ ອຳນວຍການ ບໍລິສັດ ໄປສະນີລາວ ຈຳກັດ ໄດ້ຂຶ້ນຜ່ານຮ່າງບົດສະຫຼຸບຕີລາຄາ ການເຄື່ອນໄຫວວຽກງານກວດກາຂອງຄະນະພັກຮາກຖານ ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ເພື່ອພ້ອມກັນແກ້ໄຂຈຸດທີຍັງບົກພ່ອງ ແລະ ພ້ອມກັນເສີມຂະຫຍາຍຈຸດທີ່ພວກເຮົາປະຕິບັດໄດ້ໃນໄລຍະຜ່ານມາ ເຊິ່ງບາງຕອນທ່ານກ່າວວ່າ: ໂດຍພາຍໃຕ້ການຊີ້ນໍາໆພາຢ່າງໃກ້ສິດຂອງອົງຄະນະພັກແຂວງ ຈຶ່ງເຮັດໃຫ້ວຽກງານໄດ້ຮັບການຈັດຕັ້ງປະຕິບັດຕາມແຜນການ, ແຜນງານ ແລະ ໂຄງການຕ່າງໆ ເຊິ່ງສະແດງອອກໃນປີ 2023 ຜ່ານມາ ວຽກງານເຕັກໂນໂລຊີ ແລະ ການສື່ສານ ມີ 04 ໜ່ວຍພັກຂື້ນກັບຄະນະພັກຮາກຖານ: (ໜ່ວຍພັກພະແນກຕັກໂນໂລຊີ ແລະ ການສື່ສານ, ໜ່ວຍພັກບໍລິສັດໄປສະນີລາວ ຈຳກັດ, ໜ່ວຍພັກບໍລິສັດລາວໂທລະຄົມມະນາຄົມ ມະຫາຊົນ ແລະ ໜ່ວຍພັກບໍລິສັດອີທີແອລ ຈຳກັດ), ປະຈຸບັນມີສະມາຊິກພັກທັງໝົດ 70 ສະຫາຍ, ຍິງ 30 ສະຫາຍ.

ໃນໄລຍະຜ່ານມາຄະນະພັກແຕ່ລະໜ່ວຍພັກ ກໍ່ໄດ້ເອົາໃຈໃສ່ ຕິດຕາມ-ກວດກາ ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ຄວາມຮັບຜິດຊອບການເມືອງຂອງສະມາຊິກພັກ ເຫັນວ່າຄະນະພັກ, ສະມາຊິກພັກ ມີຄວາມເຊື່ອໝັ້ນຕໍ່ແນວທາງການນຳພາຂອງພັກ, ເປັນເຈົ້າການໃນການຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງໂດຍໄດ້ນໍາເອົາບັນດາກົດໝາຍ ແລະ ນິຕິກໍາອື່ນໆ ທີ່ພົວພັນເຖິງວຽກງານສະກັດກັ້ນ, ຕ້ານການສໍ້ລາດບັງຫຼວງ ມາເຜີຍແຜ່, ເຊື່ອມຊຶ່ມໃຫ້ຖັນແຖວສະມາຊິກພັກ, ພະນັກງານ ເພື່ອແນ່ໃສ່ໂຄສະນາປຸກລະດົມ ໃຫ້ທຸກພາກສ່ວນມີສ່ວນຮ່ວມຕໍ່ວຽກງານກວດກາພັກ, ກວດກາລັດ, ສະກັດກັ້ນ ຕ້ານການສໍ້ລາດບັງຫຼວງ ແລະ ການແກ້ໄຂບັນດາຄໍາຮ້ອງ-ຄໍາສະເໜີໃຫ້ກວ້າງຂວ້າງຂຶ້ນກວ່າເກົ່າ ແລະ ໃນໂອກາດນີ້ຜູ້ເຂົ້າຮ່ວມກອງປະຊຸມໄດ້ຜັດປ່ຽນກັນຂື້ນປະກອບຄໍາຄິດຄຳເຫັນເພຶ່ອຊອກຫາວິທີແກ້ໄຂບັນດາດ້ານອ່ອນທີ່ຍັງຄົງຄ້າງ; ຈາກນັ້ນ ຜູ້ແທນກອງປະຊຸມຍັງໄດ້ຮັບຟັງການເຜີຍແຜ່ຄຳສັ່ງແນະນຳ ສະບັບເລກທີ 169/ຄລສພ ວ່າດ້ວຍການເພີ່ມທະວີ ການນຳພາ-ຊີ້ນຳຕໍ່ການເຄື່ອນໄຫວວຽກງານກວດກາ ແລະ ແກ້ໄຂຜົນຂອງການກວດກາ; ຄໍາແນະນໍາຂອງອົງການກວດກາແຫ່ງລັດສະບັບເລກທີ 331/ອກຫລ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການກວດກາລັດ (ສະບັບປັບປຸງ); ເຜີຍແຜ່ຄໍາແນະນໍາ ຂອງຄະນະກວດກາສູນກາງພັກ ສະບັບເລກທີ 379/ຄກສພ ກ່ຽວກັບການປັບປຸງການຈັດຕັ້ງຄະນະກວດກາພັກ ແລະ ອົງການກວດກາລັດແຕ່ລະຂັ້ນ ຕື່ມອີກ.

ໃນກອງປະຊຸມທີ່ມີຄວາມໝາຍຄວາມສຳຄັນນີ້ ສະຫາຍ ອິນສະຫວັນ ພົມປັນຍາ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ເຊີ່ງສະຫາຍໄດ້ຮຽກຮ້ອງມາຍັງຄະນະພັກ, ສະມາຊິກພັກ ຕ້ອງສຸມໃສ່ນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນຢ່າງທົ່ວເຖິງ ແລະ ສຸມໃສ່ປັບປຸງດ້ານອ່ອນຂໍ້ຄົງຄ້າງ, ປະຕິບັດບັນດາທິດທາງແຜນການປີ 2024 ໃຫ້ບັນລຸຕາມຈຸດປະສົງ ແລະ ເປົ້າໝາຍທີ່ວາງໄວ້.

 

ວາລະສານ ດ້ານໄອຊີທີ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ