ອົງການປົກຄອງແຂວງ ໄຊຍະບູລີ ສະຫຼຸບວຽກງານ ປະຈໍາເດືອນ ເມສາ 2024.

02/05/2024 ~ 02/05/2024

ອົງການປົກຄອງແຂວງ ໄຊຍະບູລີ ສະຫຼຸບວຽກງານ ປະຈໍາເດືອນ ເມສາ 2024.

ໃນຕອນເຊົ້າຂອງວັນທີ 29 ເມສາ ປີນີ້, ທີ່ສະໂມສອນຫ້ອງວ່າການແຂວງ ໄຊຍະບູລີ ໄດ້ຈັດກອງປະຊຸມອົງການປົກຄອງແຂວງ ປະຈໍາເດືອນ ເມສາ ແລະ ທິດທາງແຜນການປະຈໍາເດືອນ ພຶດສະພາ 2024 ຂຶ້ນ, ໂດຍການເປັນປະທານຂອງ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ, ເຂົ້າຮ່ວມມີຮອງເຈົ້າແຂວງ, ມີ 2 ຫົວໜ້າກອງບັນຊາການ, ມີຫົວໜ້າ, ຮອງຫົວໜ້າພະແນກການ, ກົມກອງອ້ອມຂ້າງແຂວງ, ມີເຈົ້າເມືອງ ແລະ ພະນັກງານຫຼັກແຫຼ່ງຈາກ 11 ເມືອງເຂົ້າຮ່ວມໂດຍຜ່ານລະບົບວີດີໂອທາງໄກ.
ໃນກອງປະຊຸມທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ຈະໄດ້ພ້ອມກັນສະຫຼຸບຕີລາຄາ ດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ ໃນການຈັດຕັ້ງປະຕິບັດວຽກງານ, ເປັນການຕີລາຄາຄວາມຮັບຜິດຊອບຂອງອົງການປົກຄອງຂັ້ນຕ່າງໆ ໃນການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດມະຕິ, ຄໍາສັ່ງ, ລະບຽບກົດໝາຍ, ບັນດາຄາດໝາຍຕ່າງໆ ທີ່ຂັ້ນເທິງ ກໍຄືແຂວງວາງອອກມີຜົນສໍາເລັດ, ພ້ອມນີ້ຜູ້ແທນກອງປະຊຸມຈະໄດ້ເອກະພາບກັນໃນການກໍານົດທິດທາງ, ວຽກງານຈຸດສຸມ, ຄາດໝາຍສູ້ຊົນແຕ່ລະດ້ານ ໃນເດືອນຕໍ່ໄປ, ໃນໄລຍະ 1 ເດືອນຜ່ານມາແຂວງ ໄຊຍະບູລີ ແມ່ນຍັງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ, ຮັກສາໄດ້ບັນຍາກາດທີ່ດີຢູ່ບໍລິເວນຊາຍແດນ, ບໍ່ມີເຫດການຮ້າຍແຮງໃດໆເກີດຂຶ້ນ, ການຄ້າ-ຂາຍຊາຍແດນ, ການຜະລິດສະບຽງອາຫານ, ຜະລິດສິນຄ້າ ຂອງປະຊາຊົນເຫັນໄດ້ວ່າເປັນຂະບວນການດີ, ພ້ອມດຽວກັນກໍ່ໄດ້ສຸມໃສ່ຈັດເກັບລາຍຮັບເຂົ້າງົບປະມານ ໄດ້ 115,63 ຕື້ກີບ, ລວມລາຍຮັບຮອດປະຈຸບັນໄດ້ທັງໝົດ 722,54 ຕື້ກີບ, ເທົ່າກັບ 34,53% ຂອງແຜນການປີ, ຄຸ້ມຄອງລາຍຈ່າຍປະຕິບັດໄດ້ 70,13 ຕື້ກີບ, ລວມລາຍຈ່າຍຮອດປະຈຸບັນ 196,06 ຕື້ກີບ, ເທົ່າກັບ 37,30% ຂອງແຜນການປີ, ການຜະລິດສະບຽງອາຫານຂອງປະຊາຊົນຍັງສືບຕໍ່ເປັນຂະບວນຕໍ່ເນື່ອງໂດຍຕິດພັນກັບການຕ້ານແລ້ງ-ຕ້ານຖ້ວມ, ຊຶ່ງໄດ້ສຸມໃສ່ປູກເຂົ້ານາແຊງໃນເນື້ອທີ່ 1.881,09 ເຮັກຕາ, ປະຈຸບັນເກັບກູ້ໄດ້ 3,02 ເຮັກຕາ, ເທົ່າກັບ 0,16%, ເກັບກູ້ພືດລະດູແລ້ງໄດ້ 11.628,34 ເຮັກຕາ, ເທົ່າກັບ72,88%, ກວດກາການສົ່ງອອກພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມທັງໝົດ 12 ລາຍການ, ມີຈໍານວນ 128.625,75 ໂຕນ, ມູນຄ່າເກືອບ 20 ລ້ານ ໂດລາສະຫະລັດ, ນໍາເຂົ້າ 4 ລາຍການ, ມີຈໍານວນ 1.797,5 ໂຕນ, ມູນຄ່າ 2 ແສນກວ່າໂດລາສະຫະລັດ, ວຽກງານວັດທະນະທໍາ-ສັງຄົມແມ່ນໄດ້ຈັດສັນເອົາຄູປະຖົມຊ່ວຍສອນຫ້ອງກຽມ ແລະ ລະດົມນັກຮຽນທີ່ປະລະໃຫ້ມາເຂົ້າຮຽນ, ເອົາໃຈໃສ່ປັບປຸງການປິ່ນປົວ ແລະ ການບໍລິການດ້ານສາທາລະນະສຸກຢ່າງຖົ່ວເຖິງ, ໄດ້ເຄື່ອນໄຫວໂຄສະແນວທາງຂອງພັກ-ລັດຜ່ານສື່ມວນຊົນຕ່າງໆຢ່າງກວ້າງຂວາງ, ກອງປະຊຸມດັ່ງກ່າວຜູ້ເຂົ້າຮ່ວມຍັງໄດ້ປະກອບຄໍາຄິດຄໍາເຫັນ ແລະ ໄດ້ດໍາເນີນເປັນເວລາ 1 ວັນຈຶ່ງສໍາເລັດ.

 

ວາລະສານ ດ້ານໄອຊີທີ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ