13/02/2024 ~ 13/02/2024

ໃນວັນທີ 01 - 03 ກຸມພາ 2024, ທ່ານ ປອ. ສັນຕິສຸກ ສິມມາລາວົງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ນໍາພາຄະນະຜູ້ແທນກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ. ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີດິຈິຕອນອາຊຽນ (ADGMIN) ຄັ້ງທີ 04 ແລະ ກອງປະຊຸມປິ່ນອ້ອມ (The 4th ASEAN Digital Ministers Meeting and Related Meetings) ທີ່ປະເທດ ສິງກະໂປ ໂດຍການເປັນປະທານຂອງ ທ່ານ ນາງ ໂຈຊີຟີນ ເທວ, ລັດຖະມົນຕີ ກະຊວງການສື່ສານ ແລະ ຖະແຫຼງຂ່າວ, ສິງກະໂປ ແລະ ທ່ານ ປຣະເສີດ ຈັນທະຣວງທອງ, ລັດຖະມົນຕີ ກະຊວງດິຈິຕອນ ເພື່ອເສດຖະກິດ ແລະ ສັງຄົມ, ໄທ ເປັນຮອງປະທານ, ພາຍໃຕ້ຄຳຂວັນ “ການສ້າງລະບົບນິເວດດ້ານດິຈິຕອນ ທີ່ກວມລວມ ແລະ ເຊື່ອຖືໄດ້ (Building Inclusive and Trusted Digital Ecosystem)” ໄດ້ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ເຈົ້າໜ້າທີ່ອາວຸໂສ, ບັນດາປະເທດຄູ່ເຈລະຈາຂອງອາຊຽນ ແລະ ທ່ານ ຮອງເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ.
ໂອກາດນີ້, ທ່ານ ປອ. ສັນຕິສຸກ ສິມມາລາວົງ, ຮອງລັດຖະມົນຕີ ໄດ້ກ່າວສະແດງຄວາມຊົມເຊີຍ ສິງກະໂປ ໃນຖານະເປັນປະເທດເຈົ້າພາບ ແລະ ປະທານກອງປະຊຸມ ໂດຍສະເພາະຄວາມເອົາໃຈໃສ່ຢ່າງຕັ້ງຫນ້າ ໃນການຊຸກຍູ້ການຫັນເປັນດິຈິຕອນຂອງບັນດາປະເທດສະມາຊິກອາຊຽນ ກໍຄືການຈັດຕັ້ງປະຕິບັດ ແຜນແມ່ບົດດິຈິຕອນອາຊຽນ 2025 ຢ່າງມີໝາກຜົນ ພ້ອມກັນນັ້ນ, ໃນປີນີ້ ລາວ ແລະ ສິງກະໂປ ກໍພວມສະຫຼອງ 50 ປີ ແຫ່ງການສ້າງສາຍພົວພັນການທູດນຳກັນ. ທ່ານ ຮອງລັດຖະມົນຕີ ຍັງໄດ້ແຈ້ງຕື່ມວ່າ ໃນປີ 2024 ນີ້, ສປປ. ລາວ ໄດ້ຮັບກຽດເປັນປະທານ ແລະ ເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນໃນທ້າຍປີນີ້ ແລະ ໃນທ້າຍເດືອນ ມັງກອນ ທີ່ຜ່ານມາ ໄດ້ສໍາເລັດກອງປະຊຸມຂອງລັດຖະມົນຕີຕ່າງປະເທດອາຊຽນແບບວົງແຄບ ທີ່ຈັດຂຶ້ນຢູ່ ແຂວງ ຫຼວງພະບາງ, ເຊິ່ງຖືເປັນໜຶ່ງໃນກອງປະຊຸມທຳອິດ ລະດັບຂັ້ນລັດຖະມົນຕີອາຊຽນ ພາຍໃຕ້ການເປັນປະທານອາຊຽນຂອງ ສປປ. ລາວ ໂດຍ ທ່ານ ສະເຫລີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ແຈ້ງໃຫ້ທີ່ປະຊຸມຮັບຊາບ ກ່ຽວກັບ ຄໍາຂັວນ ແລະ 9 ບູລິມະສິດ ສໍາລັບການເປັນປະທານອາຊຽນ ຂອງ ສປປ. ລາວ ໃນປີ 2024 ທີ່ສຸມໃສ່ 2 ອົງປະກອບຫຼັກ ຄື: “ເພີ່ມທະວີການເຊື່ອມຈອດ” ແລະ “ເພີ່ມທະວີຄວາມເຂັ້ມແຂງ”. ພາຍໃຕ້ອົງປະກອບການ “ເພີ່ມທະວີການເຊື່ອມຈອດ” ປະກອບມີ 4 ບູລິມະສິດ, ໃນນັ້ນບຸລິມະສິດທີ 3 ແມ່ນ “ການຫັນປ່ຽນເພື່ອອະນາຄົດດິຈິຕອນ”, ເຊິ່ງກະຊວງເຕັກໂນໂລຊີ ແລະ ການສື່ສານ ກໍໄດ້ມີການເຄື່ອນໄຫວ ເພື່ອໃຫ້ສອດຄ່ອງກັບບຸລິມະສິດດັ່ງກ່າວ ເຊັ່ນ ຈັດງານ ສັບປະດາດິຈິຕອນລາວ ຄັ້ງທີ 02 ພາຍໃຕ້ຄຳຂວັນ “ຫັນເປັນດິຈິຕອນ ເພື່ອຫັນປ່ຽນການພັດທະນາເສດຖະກິດ-ສັງຄົມ ໄປສູ່ຄຸນນະພາບໃໝ່ ແລະ ເພີ່ມທະວີການເຊື່ອມຈອດຢ່າງແຂງແຮງ”; ໄດ້ມີຄະນະກຳມະການຫັນເປັນດິຈິຕອນແຫ່ງຊາດ ໂດຍທ່ານນາຍົກລັດຖະມົນຕີ, ເປັນປະທານ ຊີ້ນຳໂດຍກົງ ເພື່ອບັນລຸເປົ້າໝາຍໃນການຫັນເປັນດິຈິຕອນ; ປູກຈິດສໍານຶກໃຫ້ທົ່ວສັງຄົມສ້າງຂະບວນການ “ລຶບລ້າງການກືກດິຈິຕອນ" ແລະ ການຝຶກອົບຮົມການຫັນເປັນດິຈິຕອນ; ເຮັດວຽກຮ່ວມກັບຜູ້ປະກອບການ ແລະ ພາກເອກະຊົນ ເພື່ອຈັດຕັ້ງປະຕິບັດວິໄສທັດ ໄລຍະ 20 ປິ, ແຜນຍຸດທະສາດ ໄລຍະ 10 ປີ ແລະ ແຜນການ ໄລຍະ 5 ປີ ການພັດທະນາເສດຖະກິດດິຈິຕອນແຫ່ງຊາດ.
