ງານມະຫະກໍາບຸນຊ້າງແຂວງ ໄຊຍະບູລີ ມີຮ້ານວາງສະແດງສິນຄ້າ 310 ຮ້ານ

13/02/2024 ~ 13/02/2024

ງານມະຫະກໍາບຸນຊ້າງແຂວງ ໄຊຍະບູລີ ມີຮ້ານວາງສະແດງສິນຄ້າ 310 ຮ້ານ

ໃນຕອນບ່າຍຂອງວັນທີ 12 ກຸມພາ ປີນີ້, ຢູ່ທີ່ເດີ່ນສະໜາມຫຼວງຂອງແຂວງ ໄຊຍະບູລີ ໄດ້ຈັດພິທີ ເປີດງານວາງສະແດງສິນຄ້າ ໃນງານມະຫະກໍາບຸນຊ້າງ ປະຈໍາປີ 2024 ຂຶ້ນ, ເຂົ້າຮ່ວມເປັນກຽດມີ ທ່ານ ເພັດພິໄຊ ສູນວິໄລ, ຮອງເຈົ້າແຂວງ, ປະທານຄະນະກໍາມະການຈັດງານມະຫະກໍາບຸນຊ້າງ, ມີທ່ານ ເສນ ພັນລັກ ວ່າການເຈົ້າເມືອງ ໄຊຍະບູລີ, ມີການນໍາຂອງແຂວງ, ການນໍາຂອງເມືອງ, ມີຕົວແທນຮ້ານວາງສະແດງສິນຄ້າຈາກ 11 ເມືອງ, ບັນດາພະແນກການ, ຕ່າງແຂວງ ແລະ ຕ່າງປະເທດເຂົ້າຮ່ວມ.
ໃນພິທີ ທ່ານ ເພັດພິໄຊ ສູນວິໄລ ໄດ້ກ່າວເປີດງານຢ່າງເປັນທາງການ, ບາງຕອນທ່ານໄດ້ກ່າວວ່າ: ເພື່ອເປັນການສ້າງບັນຍາກາດ ແລະ ປະກອບສ່ວນເຂົ້າໃນ ງານມະຫະກໍາບຸນຊ້າງປະຈໍາປີ 2024 ໃຫ້ເປັນຂະບວນຟົດຟື້ນ ແລະເພື່ອເປັນການຖອດຖອນບົດຮຽນ ແລກປ່ຽນຊື້-ຂາຍສິນຄ້າ ລະຫວ່າງນັກທຸລະກິດ, ຜູ້ຜະລິດ, ພໍ່ຄ້າ- ຊາວຂາຍ ໃນການຊອກ ແລະ ຂະຫຍາຍຕະຫຼາດແກ່ຜະລິດພັນ ໂອດ໋ອບຂອງແຂວງ ໄຊຍະບູລີ ໃຫ້ນັບມື້ກ້າວເປັນສິນຄ້າຕິດດາວຕໍ່ໄປ, ອັນພົ້ນເດັ່ນສຳລັບສິນຄ້າທີ່ນຳມາວາງສະແດງຕະຫຼາດນັດຄັ້ງນີ້ແມ່ນໄດ້ວາງສະແດງສິນຄ້າໂອດ໊ອບ, ສິນຄ້າທີ່ເປັນທ່າແຮງຂອງແຂວງ ແລະ ການໂຄສະນາສິນຄ້າຂອງ ຫົວໜ່ວຍທຸລະກິດ ຈຳນວນໜຶ່ງ, ການຈັດຕະຫຼາດນັດປີນີ້ແມ່ນຕ່າງຈາກທຸກໆປີ ໂດຍສະເພາະແມ່ນການວາງສະແດງສິນຄ້າຂອງບັນດາເມືອງ, ຕ່າງແຂວງ ແລະ ສິນຄ້າຂອງບັນດາເຜົ່າມາຕິດພັນຢູ່ນຳ, ໃນງານຕະຫຼາດຄັ້ງນີ້ ມີຮ້ານວາງສະແດງສີນຄ້າ ເຂົ້າຮ່ວມຈຳນວນທັງໝົດ 310 ຮ້ານ, ມີມູນຄ່າສິນຄ້າ 20 ຕື້ກວ່າກີບ, ໃນນີ້ມາຈາກພາຍໃນຈໍານວນ 180 ຮ້ານ, ມາຈາກຕ່າງປະເທດ 89 ຮ້ານ, ຈາກຕ່າງແຂວງ 20 ຮ້ານ, ຈາກພະແນກການ 10 ຮ້ານ ແລະ ຈາກບັນດາເມືອງ 11 ເມືອງ, ຈາກນັ້ນບັນດາຜູ້ເຂົ້າຮ່ວມກໍ່ໄດ້ຮ່ວມກັນຕັດແຖບຜ້າເປີດງານຢ່າງເປັນທາງການ ແລະ ໄດ້ຢ້ຽມຊົມຮ້ານຄ້າຕື່ມອີກ.

 

ວາລະສານ ດ້ານໄອຊີທີ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ