ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ, ຈັດຝຶກອົບຮົມລະບົບສື່ສານຂອງພາກລັດ (G-Chat)

05/02/2024 ~ 05/02/2024

ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ, ຈັດຝຶກອົບຮົມລະບົບສື່ສານຂອງພາກລັດ (G-Chat)

ໃນຕອນເຊົ້າຂອງ ວັນທີ 31 ມັງກອນ 2024, ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ໄດ້ຈັດຊຸດຝຶກອົບຮົມ ການນຳໃຊ້ລະບົບການສື່ສານຂອງພາກລັດ (G-Chat) ຂື້ນທີ່ຫ້ອງປະຊຸມ ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ພາຍໃຕ້ການເປັນປະທານ ໂດຍ ທ່ານ ຊາຍ ລາໄພບູນ ຫົວໜ້າ ຂະແໜງບໍລິຫານລັດດິຈິຕອນ ແລະ ຄວາມປອດໄພໄຊເບີ, ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ການຈັດຝຶກອົບຮົມແມ່ນໄດ້ດຳເນີນໄປເປັນເວລາ 01 ຕອນ, ມີຈຳນວນມີຜູ້ເຂົ້າຮ່ວມທັງໝົດ 31 ທ່ານ, ຍິງ 05 ທ່ານ

ໃນການຝຶກອົບຮົມໃນຄັ້ງນີ້ ແມ່ນໄດ້ແນະນຳກ່ຽວກັບ ລະບົບການສື່ສານຂອງພາກລັດ (G-Chat) ແມ່ນລະບົບນຳໃຊ້ສະເພາະພະນັກງານລັດທຸກໆກະຊວງ ແລະ ອົງການຈັດຕັ້ງລັດ ສາມາດຕິດຕໍ່ສື່ສານຫາກັນໄດ້ຢ່າງວ່ອງໄວ, ປອດໄພ ແລະ ທັນສະໄໝ. ສາມາດຕອບສະໜອງການເຮັດວຽກໃນຍຸກດິຈິຕອນໄດ້ເປັນຢ່າງດີ, ມີລະບົບຮັກສາຄວາມປອດໄພທາງດ້ານຂໍ້ມູນ, ເອກະສານທາງການ ແລະ ປ້ອງກັນຄວາມລັບໃນການສົນທະນາບໍ່ໃຫ້ຮົ່ວໄຫຼອອກໄປນອກ.

ພາຍຫຼັງການແນະນຳການຄຸ້ມຄອງ ແລະ ນຳໃຊ້ລະບົບສຳເລັດ ກອງປະຊຸມໄດ້ມີການແລກປ່ຽນຄຳຄິດເຫັນ ຊຶ່ງດໍາເນີນໄປດ້ວຍບັນຍາກາດ​ຟົດ​ຟື້ນ, ໄດ້ມີການຕັ້ງຄຳຖາມ-ຕອບ ປຶກສາຫາລື ບັນຫາຕ່າງໆ ທີ່ກ່ຽວຂ້ອງເຖິງການຄຸ້ມຄອງ, ການນໍາໃຊ້ ແລະ ພັດທະນາ ລະບົບທັນສະໄໝ ທີ່ໜ້າສົນໃຈ ແລະ ເປັນປະໂຫຍດໃນການພັດທະນາ ແລະ ປັບປຸງລະບົບ ໃຫ້ສາມາດນຳໃຊ້ ເຂົ້າໃນວຽກງານໃຫ້ມີຄວາມປອດໄພ ແລະ ມີປະສິດຕິພາບ.

# ພາບ-ຂ່າວ ໂດຍ: ນາງ ສຸນິດາ ສົມສີ

 

ວາລະສານ ດ້ານໄອຊີທີ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ