ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ ປະເມີນຜົນການຈັດຕັ້ງປະຕິບັດວຽກງານຂອງພະນັກງານລັດຖະກອນ ປະຈໍາປີ 2023.

26/01/2024 ~ 26/01/2024

ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ ປະເມີນຜົນການຈັດຕັ້ງປະຕິບັດວຽກງານຂອງພະນັກງານລັດຖະກອນ ປະຈໍາປີ 2023.

ໃນວັນທີ 18 ມັງກອນ 2024 ນີ້ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ ໄດ້ຈັດຕັ້ງປະເມີນຜົນຂອງພະນັກງານລັດຖະກອນຂຶ້ນ ທີ່ຫ້ອງປະຊຸມຂອງ ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ອິນສະຫວັນ ພົມປັນຍາ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ມີທີມງານຂອງແຂວງ, ຄະນະພະແນກ, ຫົວໜ້າ-ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານ ພາຍໃນພະແນກເຂົ້າຮ່ວມ

ໃນພິທີ ທ່ານ ອິນສະຫວັນ ພົມປັນຍາ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ໄດ້ກ່າວເປີດກອງປະຊຸມ ຈາກນັ້ນ ທ່ານ ນາງ ດວງໄພວອນ ສີບຸບຜາ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ໄດ້ຂຶ້ນລາຍງານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານການປະເມີນຜົນພະນັກງານລັດຖະກອນ ປະຈໍາປີ 2023 ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ມີພະນັກງານ-ລັດຖະກອນທັງໝົດ 27 ທ່ານ, ຍິງ 10 ທ່ານ, ປະກອບມີ 04 ຂະແໜງການ. ການຈັດຕັ້ງປະຕິບັດການປະເມີນຜົນຂອງ ພະແນກເຕັກໂນໂລຊີ ແລະ ການສື່ສານ ແມ່ນໄດ້ເລີ່ມມາແຕ່ວັນທີ 23 ຕຸລາ 2023 ບົນພື້ນຖານການຈັດຕັ້ງປະຕິບັດຕາມ 04 ບາດກ້າວ ຂອງຂັ້ນຕອນການປະເມີນ ແລະ ການປະເມີນຜົນການປະຕິບັດວຽກງານ ຂອງພະນັກງານລັດຖະກອນພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ຖືວ່າເປັນກອງປະຊຸມທີ່ມີຄວາມໝາຍສໍາຄັນຢ່າງຍິ່ງ ເພື່ອຍົກສູງໜ້າທີ່ຄວາມຮັບຜິດຊອບການເມືອງ ຂອງແຕ່ລະທ່ານໃຫ້ມີຜົນສໍາເລັດ ເນື່ອງຈາກວ່າຄວາມຮຽກຮ້ອງຕ້ອງການໜ້າທີ່ການເມືອງຂອງພັກ ໃນແຕ່ລະໄລຍະ ແມ່ນໄດ້ຮຽກຮ້ອງໃຫ້ພະນັກງານ ສະມາຊິກພັກ ຕ້ອງໄດ້ຝຶກຝົນຕົນເອງຂຶ້ນໃນທຸກໆດ້ານ ແລະ ເມື່ອອີງໃສ່ການປະເມີນຜົນການຈັດຕັ້ງປະຕິບັດວຽກງານຂອງພະນັກງານລັດຖະກອນ ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ປະຈໍາປີ 2023 ມີຜູ້ເຂົ້າຮ່ວມປະເມີນຜົນທັງໝົດ 27 ທ່ານ, ຍິງ 10 ທ່ານ; ໃນນັ້ນສາມາດເລືອກເຟັ້ນ ແລະ ຈັດປະເພດພະນັກງານລັດຖະກອນທີ່ໄດ້ຮັບການປະເມີນຜົນຢູ່ໃນລະດັບ ດີຫຼາຍມີ 14 ທ່ານ, ຍິງ 03 ທ່ານ, ລະດັບດີມີ 13 ທ່ານ, ຍິງ 07 ທ່ານ.

 

ວາລະສານ ດ້ານໄອຊີທີ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ