ກຕສ ເປີດກອງປະຊຸມຝຶກອົບຮົມວຽກງານກວດກາພັກ-ລັດ ຊຸດທີ I

24/01/2024 ~ 24/01/2024

ກຕສ ເປີດກອງປະຊຸມຝຶກອົບຮົມວຽກງານກວດກາພັກ-ລັດ ຊຸດທີ I

ໃນວັນທີ 22 ມັງກອນ 2024 ນີ້, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ເປີດກອງປະຊຸມຝຶກອົບຮົມວຽກງານກວດກາພັກ-ລັດ ຊຸດທີ I ຂຶ້ນ, ທີ່ຫ້ອງປະຊຸມໃຫຍ່ ຊັ້ນ 5 (ເຂດສີສະເກດ) ໂດຍການເປັນປະທານຮ່ວມຂອງ ທ່ານ ປອ. ດາວບົວລະພາ ບາວົງເພັດ, ກໍາມະການປະຈໍາພັກ ຮອງປະທານຄະນະກວດດກາສູນກາງພັກ​, ຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ແລະ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ, ຮອງເລຂາຄະນະບໍລິຫານງານພັກກະຊວງ, ປະທານຄະນະກວດກາພັກ, ຮອງລັດຖະມົນຕີ ກຕສ, ມີບັນດາຄະນະກົມ/ທຽບເທົ່າ ອ້ອມຂ້າງກະຊວງ, ຄະນະອໍານວຍການບັນດາບໍລິສັດທີ່ຂຶ້ນກັບກະຊວງ, ຄະນະພະແນກເຕັກໂນໂລຊີ ແລະ ການສື່ສານ ນະຄອນຫຼວງວຽງຈັນ ແລະ ນັກສຳມະນາກອນ ເຂົ້າຮ່ວມທັງໝົດ 84 ທ່ານ, ຍິງ 33 ທ່ານ. 

ຈຸດປະສົງໃນການເປີດຊຸດຝຶກອົບຮົມດັ່ງກ່າວ ກໍເພື່ອແນໃສ່ຍົກສູງໃຫ້ຜູ້ເຮັດວຽກງານກວດກາ ຂອງບັນດາກົມ ແລະ ທຽບເທົ່າ, ພະແນກເຕັກໂນໂລຊີ ແລະ ການສື່ສານ ນະຄອນຫຼວງວຽງຈັນ ແລະ ພະນັກງານ ຂອງບັນດາບໍລິສັດ ທີ່ຂຶ້ນກັບ ກຕສ ໃນການເຮັດວຽກງານກວດກາພັກ-ລັດ ໃຫ້ມີບາດກ້າວຫັນປ່ຽນໄປສູ່ຄຸນນະພາບໃໝ່ ເພື່ອເປັນເສນາທິການໃຫ້ແກ່ຄະນະພັກຂັ້ນຂອງຕົນ ໃນການຕິດຕາມ, ກວດກາ ໃນວຽກງານດັ່ງກ່າວ. ສໍາລັບບົດຮຽນທີ່ໄດ້ນໍາມາຝຶກອົບຮົມແມ່ນມີທັງໝົດ 15 ບົດ ປະກອບມີ: ຄວາມຮູ້ພື້ນຖານກ່ຽວກັບວຽກງານກວດກາພັກ, ວຽກງານຕິດຕາມພັກ, ກວດກາການຈັດຕັ້ງພັກ-ລັດ ແລະ ສະມາຊິກພັກ, ພະນັກງານ-ລັດຖະກອນ ເມື່ອມີປະກົດການລະເມີດ, ລະບຽບວິໄນຂອງພັກ ແລະ ກວດກາລົງວິໄນພາຍໃນພັກ, ກວດກາພິສູດໃນວຽກງານກວດກາພັກ, ບາງບັນຫາພື້ນຖານກ່ຽວກັບຈິດຕະສາດໃນວຽກງານກວດກາ, ວິທີການສ້າງແຜນດຳເນີນການກວດກາ, ຄວາມຮູ້ພື້ນຖານກ່ຽວກັບວຽກງານກວດກາລັດ, ຄວາມຮູ້ພື້ນຖານກ່ຽວກັບການສະກັດກັ້ນ ແລະ ການຕ້ານສໍ້ລາດບັງຫຼວງ, ວຽກງານຄົ້ນຄວ້າແກ້ໄຂຄຳຮ້ອງຟ້ອງ, ຮ້ອງທຸກ ແລະ ຄຳສະເໜີ, ຄວາມຮູ້ພື້ນຖານກ່ຽວກັບວຽກງານຕິດຕາມ, ກວດກາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ, ຄວາມຮູ້ພື້ນຖານກ່ຽວກັບວຽກງານການສືບສວນ-ສອບສວນ, ການແກ້ໄຂຜົນການກວດກາ ແລະ ຕິດຕາມ, ກວດກາການຈັດຕັ້ງປະຕິບັດຜົນການກວດກາ, ກົງຈັກການຈັດຕັ້ງ ແລະ ການບຳລຸງສ້າງພະນັກງານກວດກາ, ທັດສະນະຂອງພັກ ແລະ ນະໂຍບາຍຂອງລັດຕໍ່ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ.
 

ໃນໂອກາດດຽວກັນນີ້, ສະຫາຍ ປອ. ສັນຕິສຸກ ສີມມາລາວົງ ໄດ້ເນັ້ນຕໍ່ຊຸດຝຶກອົບຮົມວ່າ: ວຽກງານຕິດຕາມ, ກວດກາ ແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນໃນບົດບາດການນຳພາຂອງພັກ ແລະ ຄຸ້ມຄອງຂອງລັດ ດັ່ງທັດສະນະຂອງພັກທີ່ກ່າວໄວ້ວ່າ: “ບໍ່ມີການກວດກາ ກໍໝາຍຄວາມວ່າບໍ່ມີການນຳພາ” ເພາະວ່າວຽກງານຕິດຕາມ, ກວດກາ ແມ່ນວຽກງານໜຶ່ງ ທີ່ຕິດພັນກັບທຸກຂົງເຂດວຽກງານ, ເປັນວຽກທີ່ຄະນະພັກຮັບຜິດຊອບໂດຍກົງ ຕ້ອງເຮັດເປັນປົກກະຕິຕໍ່ເນື່ອງ ແລະ ຂາດບໍ່ໄດ້ສໍາລັບການນຳພາຂອງພັກ ແລະ ການຄຸ້ມຄອງລັດ. ການກວດກາ ແມ່ນເຄື່ອງມືທີ່ສຳຄັນອັນໜຶ່ງ ໃນການແກ້ໄຂບັນຫາຕ່າງໆໃຫ້ໂລ່ງລຽງ ໃນການພົວພັນຢູ່ພາຍໃນພັກ, ອົງການຈັດຕັ້ງລັດ. ຍ້ອນເຫັນໄດ້ຄວາມສຳຄັນ, ຄຸນປະໂຫຍດ ຂອງວຽກງານກວດກາ ແລະ ເພື່ອສ້າງຄວາມເຂັ້ມແຂງທາງດ້ານຄວາມຮູ້, ຄວາມສາມາດໃຫ້ແກ່ຜູ້ຮັບຜິດ ຊອບວຽກງານກວດກາພັກ-ລັດ ໃນການເຄື່ອນໄຫວວຽກງານກວດກາໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງກວ່າເກົ່າ ດັ່ງນັ້ນ, ກຕສ ຈຶ່ງໄດ້ປະສານສົມທົບກັບຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ເປີດກອງປະຊຸມຝຶກອົບຮົມວຽກງານກວດກາພັກ-ລັດ ຊຸດທີ I ຂຶ້ນ ເພື່ອໃຫ້ພະນັກງານ-ລັດຖະກອນ ຜູ້ເຮັດວຽກງານກວດກາຂອງບັນດາກົມ/ທຽບເທົ່າ, ພະແນກເຕັກໂນໂລຊີ ແລະ ການສື່ສານ ນະຄອນຫຼວງວຽງຈັນ ແລະ ພະນັກງານ ຂອງບັນດາບໍລິສັດຂຶ້ນກັບກະຊວງ ໄດ້ຮຽນຮູ້ຫຼັກການ, ເນື້ອໃນ, ວິທີການ, ຂັ້ນຕອນຂອງການຕິດຕາມ, ກວດກາ ແລະ ສາມາດນຳໄປໝູນໃຊ້ເຂົ້າໃນການເຄື່ອນໄຫວວຽກງານຕົວຈິງຢູ່ໃນການຈັດຕັ້ງຂອງຕົນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ.

ຊຸດຝຶກອົບຮົມໃນຄັ້ງນີ້, ຈະໄດ້ດຳເນີນໄປເປັນເວລາ 10 ວັນ(ລະຫວ່າງວັນທີ 22 ມັງກອນ ຫາ 02 ກຸມພາ 2024).

ຂ່າວສານ: ພຸດທະສັກ ບຸນສຸດທະວີ

 

ວາລະສານ ດ້ານໄອຊີທີ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ