03/02/2026 ~ 03/02/2026
ເພື່ອປະຕິບັດຕາມແຜນພັດທະນາວຽກງານເຕັກໂນໂລຊີ ແລະ ການສື່ສານ 05 ປີ (2026-2030) ແລະ ແຜນການປະຈຳປີ 2026 ກໍ່ຄືການຈັດຕັ້ງປະຕິບັດຄໍາຂວັນຂອງກອງປະຊຸມຄັ້ງນີ້ໃຫ້ເປັນຈິງ ທ່ານ ແກ້ວວິສຸກ ໂສລະພົມ ຮອງເລຂາຄະນະພັກ ກະຊວງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ເນັ້ນໃຫ້ຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ ເອົາໃຈໃສ່ 03 ບັນຫາຕົ້ນຕໍຄື:
- ຕໍ່ກັບພະແນກເຕັກໂນໂລຊີ ແລະ ການສື່ສານ ເພື່ອສືບຕໍ່ຍົກສູງບົດບາດການປະຕິບັດໜ້າທີ່ການເມືອງ, ໃນສະເພາະໜ້ານີ້ ພະແນກ ຕ້ອງໄດ້ເອົາໃຈໃສ່ດັ່ງນີ້:
- ເອົາໃຈໃສ່ ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ເຊື່ອມຊຶມ ແລະ ເປັນເອກະພາບສູງ ຕໍ່ແນວທາງແຜນນະໂຍບາຍຂອງພັກ, ກໍາແໜ້ນ ແລະ ເຫັນໄດ້ຄວາມສໍາຄັນໜ້າທີ່ການເມືອງ ກໍ່ຄືວຽກງານທີ່ຕົນຮັບຜິດຊອບ, ມີການຝຶກຝົນຫຼໍ່ຫຼອມຕົນເອງຕິດພັນກັບການປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ.
- ຕິດຕາມ ຊຸກຍູ້ ການປະຕິບັດກົດໝາຍ ແລະ ນິຕິກຳລຸ່ມກົດໝາຍ ເພື່ອຫັນການຄຸ້ມຄອງ ວຽກງານເຕັກໂນໂລຊີ ແລະ ການສື່ສານ ມີຄວາມຮັດກຸມ. ພ້ອມກັນນັ້ນ, ກໍ່ຕ້ອງເຜີຍແຜ່ ແລະ ບັງຄັບໃຊ້ນິຕິກຳທີ່ມີຢູ່ແລ້ວໃຫ້ໄດ້ຮັບຜົນດີ, ໂດຍສະເພາະ ແມ່ນການນຳໃຊ້ສື່ສັງຄົມອອນລາຍ ຕ້ອງນຳໃຊ້ໃນທາງທີ່ສ້າງສັນ, ເປັນປະໂຫຍດສູງສຸດຕໍ່ສ່ວນຕົວ ແລະ ສັງຄົມ ກໍ່ຄືປະເທດຊາດ, ພ້ອມກັນຕ້ານ ແລະ ສະກັດກັ້ນ ປະກົດການຫຍໍ້ທໍ້ຕ່າງໆ ຢູ່ໃນສັງຄົມ ຢ່າງເຂັ້ມງວດ ແລະ ທັນການ.
- ເອົາໃຈໃສ່ ຍົກລະດັບພະນັກງານ ທາງດ້ານທິດສະດີການເມືອງ-ການປົກຄອງ ແລະ ທາງດ້ານວິຊາສະການ ໄອຊີທີ/ດິຈິຕອນ ໃຫ້ເປັນລະບົບ, ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ. ຄົ້ນຄວ້າ ສ້າງສູນຝຶກອົບຮົມ ຄວາມຮູ້ດ້ານໄອຊີທີ/ດິຈິຕອນ ໃຫ້ພະນັກງານລັດຖະກອນ ພາຍໃນແຂວງໃຫ້ເກີດຜົນເປັນຈິງໂດຍໄວ.
- ຊຸກຍູ້ ສົ່ງເສີມ ການນຳໃຊ້ລະບົບບໍລິຫານລັດດິຈິຕອນ ແລະ ພັດທະນາບໍລິການລັດແບບດິຈິຕອນ ໃຫ້ຫຼາຍຂຶ້ນ ໂດຍສະເພາະ ກຽມພ້ອມຮອງຮັບ 45 ຕາແສງ.
- ຄຸ້ມຄອງ ແລະ ຊຸກຍູ້ບັນດາບໍລິສັດໂທລະຄົມມະນາຄົມ ຂະຫຍາຍພື້ນຖານໂຄງລ່າງໂທລະຄົມມະນາຄົມ/ໄອຊີທີ ຄວາມໄວສູງ, ທັນສະໄໝ, ໃຫ້ທົ່ວເຖິງ, ມີຄຸນນະພາບສູງ, ໝັ້ນຄົງ, ປອດໄພ ສູ່ເຂດຫ່າງໄກຊອກຫຼີກ; ຄຸ້ມຄອງການຂຶ້ນທະບຽນເລກໝາຍໂທລະສັບມືຖື ໃຫ້ສຳເລັດ100%; ເອົາໃຈໃສ່ຄຸ້ມຄອງຄື້ນຄວາມຖີ່ວິທະຍຸ(ໂຟນີ), ໂດຼນ.
2. ຕໍ່ຫ້ອງວ່າການແຂວງ ແລະ ບັນດາພະແນກການອ້ອມຂ້າງ ເນື່ອງຈາກວ່າ ເຕັກໂນໂລຊີການສື່ສານ ຂໍ້ມູນຂ່າວສານ (ICT) ໄດ້ມີການພັດທະນາຢ່າງວ່ອງໄວ ແລະ ເປັນເຄື່ອງມືທີ່ສຳຄັນ ໃນການກະຕຸ້ນທຸກຂະແໜງ ການ ໃຫ້ມີການພັດທະນາ ຢ່າງກ້າວກະໂດດ; ດັ່ງນັ້ນ, ຫ້ອງວ່າການແຂວງ, ບັນດາພະແນກການອ້ອມຂ້າງ ຕ້ອງເອົາໃຈໃສ່:
- ໃຫ້ການຮ່ວມມື ກັບ ພະແນກເຕັກໂນໂລຊີ ແລະ ການສື່ສານ ໃນການຫັນເປັນ ດິຈິຕອນ ຕາມທິດທາງ ແຜນການພັດທະນາ ໃນແຕ່ລະໄລຍະ.
- ບັນດາພະແນກການ ຕ້ອງເອົາໃຈໃສ່ພັດທະນາບຸກຄະລາກອນໃຫ້ມີຄວາມພ້ອມຕໍ່ການຄຸ້ມຄອງ ແລະ ນຳໃຊ້ລະບົບໄອຊີທີ ຕາມທິດຫັນເປັນທັນສະໄໝ/ດິຈິຕອນ (ລັດຖະບານດິຈິຕອນ, ເສດຖະກິດດິຈິຕອນ, ສັງຄົມດິຈິຕອນ ແລະ ຊີວິດການເປັນຢູ່ ແບບດິຈິຕອນ ໃນຕໍ່ໜ້ານີ້).
- ອີກອັນໜຶ່ງ ແມ່ນການນຳໃຊ້ສື່ສັງຄົມອອນລາຍ, ຢາກໃຫ້ທຸກພາກສ່ວນເປັນເຈົ້າການໃນການໂຄສະນາເຜີຍແຜ່ວິທີນຳໃຊ້ສື່ດັ່ງກ່າວ ໃຫ້ເປັນປະໂຫຍດ ແລະ ມີຈັນຍາບັນຕໍ່ກັບສັງຄົມ.
3. ຕໍ່ກັບຜູ້ປະກອບການ (ບໍລິສັດ).
- ຕ້ອງເພີ່ມທະວີປະສານສົມທົບກັບພາກລັດ ໃນການເອົາໃຈໃສ່ຂະຫຍາຍເຄື່ອຂ່າຍທາງດ້ານໄປສະນີ ແລະ ໂທລະຄົມມະນາຄົມ ໄປສູ່ເຂດຊົນນະບົດ ຫ່າງໄກສອກຫຼີກ ໃຫ້ທົ່ວເຖິງ.
- ສ້າງເງື່ອນໄຂ ຫັນເປັນທັນສະໄໝ ເພື່ອໃຫ້ການບໍລິການແກ່ສັງຄົມສະດວກ, ວ່ອງໄວ, ປອດໄພ, ທົ່ວເຖິງ, ມີຄຸນນະພາບສູງ ແລະ ລາຄາສົມເຫດສົມຜົນ.
- ເອົາໃຈໃສ່ ປະຕິບັດກົດໝາຍ ແລະ ລະບຽບການຕ່າງໆ ຢ່າງເຂັ້ມງວດ ເປັນຕົ້ນ ການປະຕິບັດພັນທະຕໍ່ລັດ ແມ່ນໃຫ້ບັນລຸຕາມເປົ້າໝາຍ ຫຼື ໄດ້ລື່ນຄາດໝາຍ ຍິ່ງເປັນການດີ.
ທັງໝົດນັ້ນ ແມ່ນບາງບັນຫາທີ່ທ່ານຮອງລັດຖະມົນຕີໄດ້ເນັ້ນໃຫ້ພະແນກເຕັກໂນໂລຊີ ແລະການສື່ສານແຂວງໄຊຍະບູລີ ໄດ້ເອົາໃຈໃສ່ ນອກຈາກການເພີ່ມທະວີການຜັນຂະຫຍາຍແຜນການ 05 ປີ(2026-2030) ທີ່ໄດ້ກຳນົດ 03 ເປົ້າໝາຍ, 14 ຄາດໝາຍ ແລະ 14 ໂຄງການສະໜັບສະໜູນທີ່ໄດ້ຂື້ນໄວ້ໃຫ້ປາກົດຜົນເປັນຈິງ.
ຂ່າວ+ພາບໂດຍ: ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ໄຊຍະບູລີ

