ກອງປະຊຸມ ຄະນະກຳມະການຮ່ວມມືດ້ານວິຊາການ ແລະ ປະສານງານຄື້ນຄວາມຖີ່ ລຽບຕາມຊາຍແດນ ລາວ-ໄທ ຄັ້ງທີ 14
18/12/2025 ~ 18/12/2025

ໃນລະຫວ່າງວັນທີ 15-17 ທັນວາ 2025, ກົມຄື້ນຄວາມຖີ່ວິທະຍຸສື່ສານ, ກະຊຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ເປັນເຈົ້າພາບຈັດກອງປະຊຸມ ຄະນະກຳມະການຮ່ວມມືດ້ານວິຊາການ ແລະ ປະສານງານ ຄື້ນຄວາມຖີ່ ລຽບຕາມຊາຍແດນ ລາວ-ໄທ ຄັ້ງທີ 14, ຢູ່ທີ່ໂຮງແຮມຄຣາວພາຊ່າ, ນະຄອນຫຼວງວຽງຈັນ. ກອງປະຊຸມຄັ້ງນີ້, ຕາງໜ້າຄະນະຝ່າຍລາວ ນຳໂດຍ ທ່ານ ມອນສິລິ ດວງມະນີ ຮອງຫົວໜ້າກົມຄື້ນຄວາມຖີ່ວິທະຍຸສື່ສານ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ແລະ ສຳນັກງານກິດຈະການກະຈາຍສຽງ, ກິດຈະການ ໂທລະພາບ ແລະ ກິດຈະການໂທລະຄົມມະນາຄົມ ແຫ່ງປະເທດໄທ ນຳໂດຍ ທ່ານ ສະເໜ່ ສາຍວົງ, ຜູ້ຊ່ຽວຊານ ພິເສດສໍານັກບໍລິຫານຄື້ນຄວາມຖີ່, ສຳນັກງານກິດຈະການກະຈາຍສຽງ, ກິດຈະການໂທລະທັດ ແລະ ກິດຈະການ ໂທລະຄົມມະນາຄົມ ແຫ່ງປະເທດໄທ ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຄື: ຂະແໜງການເຕັກໂນໂລຊີ ແລະ ການສື່ສານ, ຂະແໜງການ ວິທະຍຸກະຈາຍສຽງ ແລະ ໂທລະພາບ, ຂະແໜງການສື່ສານທາງການບິນ ແລະ ບັນດາບໍລິສັດຜູ້ໃຫ້ບໍລິການດ້ານໂທລະຄົມມະນາຄົມ ຂອງທັງ 2 ປະເທດ ເຂົ້າຮ່ວມທັງໝົດ ຈຳນວນ 100 ທ່ານ.

ຈຸດປະສົງສຳຄັນຂອງກອງປະຊຸມຄັ້ງນີ້, ແມ່ນເພື່ອສະຫຼຸບ ຜົນການຈັດຕັ້ງປະຕິບັດວຽກງານປະສານຄື້ນຄວາມຖີ່ ໃນໄລຍະຜ່ານມາ. ພ້ອມທັງ ໄດ້ສຸມໃສ່ຮ່ວມມືໃນການຄຸ້ມຄອງຄື້ນຄວາມຖີ່ວິທະຍຸສື່ສານ ຂອງສອງປະເທດ ເພື່ອປ້ອງກັນ ແລະ ແກ້ໄຂຄື້ນຄວາມຖີ່ລົບກວນລຽບຕາມຊາຍແດນ ຂອງສອງປະເທດ, ຮັບປະກັນການນຳໃຊ້ຄື້ນຄວາມຖີ່ ໃຫ້ມີປະສິດທິພາບ ປະສິດທິຜົນສູງສຸດ. ພ້ອມກັນນັ້ນ, ກອງປະຊຸມຍັງໄດ້ປຶກສາຫາລື ແລກປ່ຽນຂໍ້ມູນ ກ່ຽວກັບ ການເພີ່ມທະວີຄວາມປອດໄພ ທາງດ້ານການບໍລິການໂທລະຄົມ ແລະ ການນຳໃຊ້ສັນຍານ ອິນເຕີເນັດຂ້າມແດນ ຢູ່ ຕາມຊາຍແດນລາວ-ໄທ ເພື່ອປ້ອງກັນອາດສະຍາກຳທາງໄຊເບີ້ (Cyber Crime), ທັງເປັນການປະກອບສ່ວນເຂົ້າໃນການຮ່ວມມື ແລະ ຄວາມເຂົ້າໃຈຮ່ວມກັນຢ່າງເລິກເຊິ່ງ, ເພີ່ມທະວີຜົນປະໂຫຍດຂອງສອງປະເທດໃຫ້ໄດ້ຮັບຜົນປະໂຫຍດສູງສຸດ. ພ້ອມນີ້, ຍັງໄດ້ແລກປ່ຽນຂໍ້ມູນສະພາບການໃໝ່ໆ ໃນວຽກງານການຄຸ້ມຄອງຄື້ນຄວາມຖີ່ວິທະຍຸສື່ສານ ໃນປະຈຸບັນ ແລະ ການແລກປ່ຽນ ຂໍ້ມູນ ແລະ ປະສົບການດ້ານວິຊາການ ເຊັ່ນ: ແຜນການຈັດຕັ້ງປະຕິບັດການປະມູນຄື້ນຄວາມຖີ່ວິທະຍຸສື່ສານ, ທິດທາງແຜນການຈັດສັນຄື້ນຄວາມຖີ່ໃນຕໍ່ໜ້າ, ການວາງແຜນໃນການຈັດສັນ ແລະ ຄຸ້ມຄອງຄື້ນຄວາມຖີ່ວິທະຍຸສື່ສານ ແລະ ການຫຼຸດຜ່ອນຄວາມແຮງຂອງສັນຍານຄື້ນຄວາມຖີ່ວິທະຍຸສື່ສານ ລຽບຕາມຊາຍແດນ.


