12/12/2025 ~ 12/12/2025

ໃນຕອນເຊົ້າຂອງວັນທີ 09 ທັນວາ 2025 ນີ້, ຢູ່ທີ່ຫ້ອງປະຊຸມ ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ໂດຍ ການເປັນປະທານຂອງ ສະຫາາຍສອນສະຫວັນ ຈັນທະວົງ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ມີບັນດາ ສະຫາຍຄະນະພັກຮາກຖານ, ຄະນະໜ່ວຍພັກ ຄະນະບໍລິຫານງານ 03 ອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມ ທັງໝົດມີ 26 ສະຫາຍ, ຍິງ 11 ທ່ານ.
.jpeg)
ໃນກອງປະຊຸມ ສະຫາຍ ສອນສະຫວັນ ຈັນທະວົງ ເລຂາຄະນະພັກຮາກຖານ ພະແນກເຕັກໂນໂລຊີ ແລະ ການສື່ສານ ໄດ້ກ່າວເປີດກອງປະຊຸມເປັນທາງການ ແລະ ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນໄດ້ຂຶ້ນຜ່ານບົດລາຍງານຜົນສຳເລັດການຈັດຕັ້ງເຄື່ອນໄຫວໃນໄລຍະ 1 ປີ ຜ້່ານມາ ແລະ ພ້ອມທັງຜ່ານທິດທາງແຜນການປີ 2026 ຫຼັງຈາກນັ້ນປະທານກອງປະຊຸມໄດ້ມີຄຳເຫັນເຈາະຈີ້ມບາງບັນຫາທີ່ຈະຕ້ອງໄດ້ແກ້ໄຂ້ເປັນຕົ້ນແມ່ນ ການກຳແໜ້ນຕໍ່ການນຳພາ ແລະ ການກໍ່ສ້າງຂະຫຍາຍສະມາຊິກຂອງ 3 ອົງການຈັດຕັ້ງມະຫາຊົນ ເພື່ອຜັນຂະຫຍາຍ ປະຕິບັດບັນດາແຜນພັດທະນາຍຸດທະສາດ ນຳພາການເມືອງ-ແນວຄິດ, ຕິດຕາມກວດກາ ການເຄື່ອນໄຫວວຽກງານການຈັດຕັ້ງ, ດັດແກ້ຈຸດອ່ອນ ແລະ ຂໍ້ຄົງຄ້າງ, ກໍ່ສ້າງ-ບຳລຸງ ຖັນແຖວສະມາຊິກຂອງຕົນໃຫ້ມີການຄົ້ນຄວ້າ ຝຶກຝົນຫຼໍ່ຫຼອມເພື່ອໃຫ້ເປັນສະມາຊິກທີ່ມີຄວາມກ້າວໜ້າ ແລະ ເຂົ້າເປັນສະມາຊິກພັກສຳຮອງ. ຈາກນັ້ນ ບັນດາສະຫາຍຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ຄະນະບໍລິຫານງານ 3 ອົງການຈັດຕັ້ງມະຫາຊົນທີ່ເຂົ້າຮ່ວມ ໄດ້ປະກອບຄຳຄິດເຫັນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະ ແຜນຈຸດສຸມທີ່ຈະຈັດຕັ້ງປະຕິບັດໃນຕໍ່ໜ້າ. ໃນຕອນທ້າຍ ປະທານກອງປະຊຸມ ໄດ້ສະຫຼຸບສັງລວມ ພ້ອມທັງມີຄຳເຫັນຊີ້ນຳ ແລະ ມອບໃຫ້ຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ຄະນະບໍລິຫານງານ 3 ອົງການຈັດຕັ້ງມະຫານຊົນສຸມໃສ່ ຊີ້ນຳການຈັດຕັ້ງປະຕິບັດວຽກງານໃນປີ 2026 ໃຫ້ບັນລຸຕາມແຜນການທີ່ກຳນົດໄວ້ ກອງປະຊຸມໄດ້ປິດລົງເວລາດຽວກັນ.

ຂ່າວໂດຍ: ພະແນກເຕັກໂນໂລຊີ ແລະ ການສື່ສານ

