09/12/2025 ~ 09/12/2025
ທ່ານ ດວງຕາ ໄຊວຸດ ປະທານຄະນະກຳມະການປົກຄອງແຂວງ, ປະທານຈັດງານມະຫະກຳບຸນຊ້າງ ປະຈໍາປີ 2026 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ແຂວງໄຊຍະບູລີ ໃນວັນທີ 6 ທັນວາ 2025 ນີ້ວ່າ: ແຂວງໄຊຍະບູລີ ເປັນແຂວງໜຶ່ງທີ່ມີປະຊາກອນຊ້າງຫລາຍກວ່າໝູ່ ຖ້າທຽບໃສ່ແຂວງອື່ນໆໃນ ສປປ ລາວ ແລະ ໄດ້ຈັດງານມະຫະກໍາບຸນຊ້າງຜ່ານມາແລ້ວ 18 ຄັ້ງ. ຈຸດປະສົງ ກໍ່ເພື່ອເປັນການອະນຸລັກ, ຮັກສາຊ້າງບໍ່ໃຫ້ສູນພັນ ເພາະຊ້າງເປັນມູນມໍລະ ດົກຂອງຊາດ ແລະ ທັງເປັນການສືບຕໍ່ປົກປັກຮັກສາວັດທະນະທຳ, ຮີດຄອງປະເພນີອັນດີງາມ ແລະ ວິຖີການດຳລົງຊີວິດຂອງປະຊາຊົນລາວບັນດາເຜົ່າ ທີ່ຕິດພັນກັບຊ້າງມາແຕ່ອາດີດຕະການ ໃຫ້ຢືນຍົງຄົງຕົວ ແລະ ຢູ່ກັບປະຊາຊົນລາວບັນດາເຜົ່າ, ໂດຍສະ ເພາະປະຊາຊົນຊາວແຂວງໄຊຍະບູລີ ທັງເປັນການໂຄສະນາດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາທ່ອງທ່ຽວ ສປປ ລາວ ກໍ່ຄືແຂວງໄຊຍະບູລີ ໃຫ້ຫຼາຍຂຶ້ນ, ເຊິ່ງການຈັດງານມະຫະກໍາບຸນຊ້າງໃນປີນີ້, ແມ່ນຈະໄດ້ຈັດຂື້ນລະຫວ່າງວັນທີ 9-16 ກຸມພາ 2026 ໂດຍເປັນການຮ່ວມມືລະຫວ່າງ ຄະນະກໍາມະການປົກຄອງແຂວງ ແລະ ສະມາຄົມນັກທຸລະກິດໜຸ່ມແຂວງໄຊຍະບູລີ ຮ່ວມກັນຈັດງານມະຫະກໍາບຸນຊ້າງເປັນປີທີສາມ. ສຳລັບການຈັດງານມະຫະກໍາບຸນຊ້າງແຂວງໄຊຍະບູລີ ໃນປີ 2026 ນີ້ ຖືວ່າເປັນຄັ້ງທີ 19, ມີຊ້າງເຂົ້າຮ່ວມ 50 ໂຕ ຕາມຈໍານວນປີຄົບຮອບຂອງການສະເຫຼີມສະຫຼອງວັນຊາດຂອງ ສປປ ລາວ ຄົບຮອບ 50 ປີ; ເຊິ່ງໃນງານປະກອບມີກິດຈະກໍາຕ່າງໆ ຄື: ວັນທີ 10 ກຸມພາ 2026 ຕອນເຊົ້າ ຈະມີການແຂ່ງຂັນແລ່ນມິນິມາລາທອນ, ເຮັດພິທີຄອບເລົ່າ, ບໍລິການຂີ່ຊ້າງທົ່ວໄປ; ຕອນແລງ ຈະມີພິທີເປີດງານຕະ ຫຼາດນັດວາງສະແດງສິນຄ້າທັງພາຍໃນ ແລະ ຕ່າງປະເທດ; ຕອນຄໍ່າ ຊົມການ ສະແດງສິລະປະ-ວັນນະຄະດີ. ວັນທີ 11-12 ກຸມພາ 2026 ເປັນການຝຶກຊ້ອມໃຫຍ່ຂະບວນແຫ່ຂອງຊ້າງ, ກ້ອນກໍາລັງຂອງ 8 ເຜົ່າ, ກ້ອນກໍາລັງຂອງແຕ່ລະເມືອງ ແລະ ກ້ອນສະແດງຕ່າງໆ ໃນພິທີເປີດງານ; ຕອນຄໍ່າ ປະກວດນາງສາວທິດາບຸນຊ້າງ. ໃນຕອນເຊົ້າຂອງວັນທີ 13 ກຸມພາ 2026 ເປັນມື້ຕັກບາດອຸທິດສ່ວນກຸສົນໃຫ້ຊ້າງ ແລະ ຄວນຊ້າງ; ກວດກາຄວາມພ້ອມຮອບດ້ານໃຫ້ແກ່ການເປີດງານຢ່າງເປັນທາງການ. ໃນວັນທີ 14 ກຸມພາ 2026 ເປັນມື້ເປີດງານມະຫະກໍາບຸນຊ້າງ ປະຈໍາປີ 2026 ຢ່າງເປັນທາງການ ແລະ ຈະໄດ້ຮັບຊົມການສະແດງກາຍະສິນຈາກສູນກາງ. ວັນທີ 15 ກຸມພາ 2026 ບໍລິການຂີ່ຊ້າງຊົມເມືອງ, ທ່ຽວຊົມການສະແດງຂອງຊ້າງ ແລະ ບັນດາກິດຈະກໍາຕ່າງໆໃນງານບຸນ; ໃນຕອນຄໍ່າຈະມີການສະແດງຄອນເສີດ. ວັນທີ 16 ກຸມພາ 2026 ແມ່ນພິທີມອບລາງວັນຕ່າງໆໃຫ້ຊ້າງ ແລະ ກ້ອນຂະ ບວນແຫ່ຂອງແຕ່ລະເມືອງ. ສໍາລັບກິດຈະກໍາດ້ານການທ່ອງທ່ຽວ ມີກິດຈະກໍາສະແດງຂອງຊ້າງ 15 ລາຍການ, ຢູ່ພາຍໃນຕົວເມືອງໄຊຍະບູລີຂອງພວກເຮົາ ກໍ່ໄດ້ມີສະຖານທີ່ສັກກະລະບູຊາ ເປັນຕົ້ນວັດສີບຸນເຮືອງ (ບ້ານໃຫຍ່) ທີ່ໄດ້ປະກາດເປັນມໍລະດົກທ້ອງຖິ່ນຂອງແຂວງ, ນອກນັ້ນ ຍັງມີສະຖານທີ່ກາບໄຫວ້ບູຊາຫໍຫຼັກເມືອງ ແລະ ວັດພູທອກ. ສ່ວນສະຖານທີ່ບໍລິການທ່ອງທ່ຽວ ກໍ່ມີສູນອານຸລັກຊ້າງພູແຄນ, ສູນອານຸລັກຊ້າງລາວ ອ່າງນ້ຳຕຽນ ແລະ ສວນສາທາລະນະ ລາວ-ຍີ່ປຸ່ນ ໃຫ້ຢ້ຽມຊົມ.ໃນການຈັດງານມະຫະກໍາບຸນຊ້າງ ປະຈໍາປີ 2026 ຂອງແຂວງໄຊຍະບູລີ ພວກເຮົາກໍ່ໄດ້ຈັດຝຶກອົບຮົມໃຫ້ນັກທຸລະກິດ ແລະ ຜູ້ປະກອບການ ເພື່ອປັບປຸງໃຫ້ດີຂຶ້ນດ້ານການບໍລິການຮ້ານອາຫານ, ບ່ອນພັກເຊົາ ແລະ ສະຖານທີ່ບໍລິການຕ່າງໆ ໃຫ້ມີຄວາມສະອາດປອດໄພ, ຄຽງຄູ່ກັນນັ້ນ ກໍ່ໄດ້ຄຸ້ມຄອງລາຄາສິນຄ້າໃຫ້ສົມເຫດສົມຜົນ ເພື່ອຕອບສະໜອງ ແລະ ສ້າງຄວາມປະທັບໃຈໃຫ້ແກ່ແຂກ, ນັກທ່ອງທ່ຽວທີ່ໄດ້ມາທ່ຽວມາຊົມງານມະຫະກໍາບຸນຊ້າງຂອງພວກເຮົາໃນຄັ້ງນີ້. ເຊິ່ງບັນດາທ່ານ ຈະໄດ້ຮັບຂໍ້ມູນຂ່າວສານຂອງງານດັ່ງກ່າວ ຜ່ານທາງເຟສບຸກ ເພສລາວສະຕາ, ໂທລະພາບນະຄອນຫຼວງວຽງຈັນ, ເພສເຟສບຸກໂທລະໂຄ່ງ, ເພສເຟສບຸກ ວຽງຈັນທາມ ແລະ ເພສນິວເອັກບີແອວ.

