ໄຊຍະບູລີ ສໍາເລັດ ກອງປະຊຸມສະໄຫມວິສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງ ຊຸດທີ IV.

09/12/2025 ~ 09/12/2025

ໄຊຍະບູລີ ສໍາເລັດ ກອງປະຊຸມສະໄຫມວິສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງ ຊຸດທີ IV.

ກອງປະຊຸມສະໄຫມວິສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງໄຊຍະບູລີ ຊຸດທີ IV, ໄດ້ສໍາເລັດລົງຢ່າງເປັນທາງການ ໃນວັນທີ 5 ທັນວາ 2025 ນີ້, ທີ່ຫໍປະຊຸມໃຫຍ່ຂອງແຂວງໄຊຍະບູລີ, ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ເພັງນິລັນ ຄໍາພັນເພັງ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງໄຊຍະບູລີ, ເປັນກຽດເຂົ້າຮ່ວມ ຂອງ ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ມີບັນດາທ່ານຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ອາດີດການນໍາຂອງແຂວງ, ສະມາຊິກສະພາປະຊາຊົນ ຕາງໜ້າ ອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ, ນາຍບ້ານເທດສະບານ, ນັກທຸລະກິດ ແລະ ຜູ້ປະກອບການ ເຂົ້າຮ່ວມ.

ກອງປະຊຸມສະໄຫມວິສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງໄຊຍະບູລີ ຊຸດທີ IV ໄດ້ດໍາເນີນມາເປັນເວລາເຄິ່ງວັນ ດ້ວຍບັນຍາກາດເຄັ່ງຮ້ອນ ແລະ ເຕັມໄປດ້ວຍຄວາມໝາຍ ຄວາມສໍາຄັນອັນເລິກເຊິ່ງ; ກອງປະຊຸມ ໄດ້ພິຈາລະນາ, ຮັບຮອງເອົາບັນຫາສໍາຄັນ ເປັນຕົ້ນ: ໄດ້ຮັບຟັງການລາຍງານຜົນງານ ອັນພົ້ນເດັ່ນແຫ່ງການນໍາພາ - ຊີ້ນໍາ ໄລຍະ 5 ປີຜ່ານມາ ຕິດພັນກັບ ການກ່າວລາໜ້າທີ່ ຂອງທ່ານເຈົ້າແຂວງ ແຂວງໄຊຍະບູລີ ແລະ ການຕົກລົງອານຸມັດ ໃຫ້ອອກຮັບອຸດໜູນບໍານານ ຂອງການນໍາຂັ້ນສູງຂອງແຂວງ, ໄດ້ຄົ້ນຄວ້າ ພິຈາລະນາ, ຮັບຮອງເອົາຊື່ເອີ້ນ ຂອງຄະນະກໍາມະການປົກຄອງແຂວງ ແລະ ຮັບຮອງເອົາການສະເໜີແຕ່ງຕັ້ງ ປະທານຄະນະກໍາມະການປົກຄອງແຂວງໄຊຍະບູລີ; ພິຈາລະນາ, ຮັບຮອງເອົາ ໂຄງປະກອບກົງຈັກຂອງຄະນະກຳມະການປົກຄອງແຂວງ ຊຸດທີ VIII ປະກອບມີ 11 ພະແນກການ, 02 ກອງບັນຊາການ ປກຊ-ປກສ ແຂວງ, ແລະ 01 ອົງການທຽບເທົ່າພະແນກການຄື:ກອງບັນຊາການທະຫານແຂວງ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ພະແນກການຕ່າງປະເທດແຂວງ, ຫ້ອງວ່າການແຂວງ, ພະແນກຍຸຕິທຳແຂວງ, ພະແນກສຶກສາທິການ ແລະ ກິລາແຂວງ, ພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງ, ພະແນກສາທາລະນະສຸກແຂວງ, ພະແນກການເງິນແຂວງ, ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ, ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ພິຈາລະນາຮັບຮອງເອົາການສ້າງຕັ້ງກົງຈັກ 2 ຫ້ອງການທຽບເທົ່າຄື: ຮັບຮອງເອົາການສ້າງຕັ້ງອົງການພັດທະນາ ແລະ ບໍລິຫານຕົວເມືອງ,ຮັບຮອງເອົາການສ້າງຕັ້ງ ຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງ, ພິຈາລະນາຮັບຮອງເອົາການແຕ່ງຕັ້ງປະທານ,ຮອງປະທານຄະນະກຳມະການປົກຄອງແຂວງ ແລະ ຄະນະກໍາມະການປົກຄອງແຂວງ ຄື: ທ່ານ ດວງຕາໄຊວຸດ ເປັນປະທານຄະນະກໍາມະການປົກຄອງແຂວງ, ທ່ານ ອາເມ ຊົງເຢ້ຽເລັ່ງ ເປັນຮອງປະທານຄະນະກຳມະການປົກຄອງແຂວງ, ທ່ານ ບຸດສະກອນ ອິນທະລັງສີ ເປັນຮອງປະທານຄະນະກຳມະການປົກຄອງແຂວງ, ກຳມະການ ຄະນະກຳມະການປົກຄອງແຂວງ ຈໍານວນ 16 ທ່ານ, ຍິງ 03 ທ່ານ ຄື: ທ່ານ ພົ.ຈວ ປອ ບຸນຍອງ ດວງດີ ເປັນຫົວໜ້າການທະຫານ ກອງບັນຊາການທະຫານແຂວງ,ທ່ານ ພັອ ຄຳສິນ ຜິວວັນນາ ເປັນຫົວໜ້າກອງບັນຊາການ ປກສ ແຂວງ, ທ່ານ ນາງ ໄກຍະສອນ ສີດາ
ເປັນຫົວໜ້າພະແນກສາທາລະນະສຸກແຂວງ, ທ່ານ ປອ ພຸດທະຈອນ ປິ່ນທິບ ເປັນຫົວໜ້າຫ້ອງວ່າການແຂວງ, ທ່ານ ອິນທີ ຈັນປະເສີດເຮີ ເປັນຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ,ທ່ານ ນາງ ພິລາວັນ ອົງແກ້ວ ເປັນຫົວໜ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວແຂວງ,ທ່ານ ທະວີສັກ ໄຊຍະວົງ ເປັນຫົວໜ້າພະແນກການເງິນແຂວງ, ທ່ານ ປອ ສົມພັນ ແພງສີດາເປັນຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ, ທ່ານ ປອ ໄຊພອນ ບຸນຊຸ ເປັນຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ທ່ານ ແພງຊ້ອຍ ແພງເມືອງ ເປັນຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ທ່ານ ໜູພອນ ໄຊປັນຍາຈິດ ເປັນຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ທ່ານ ບຸນລ້ຽງ ດວງສົມພອນ ເປັນຫົວໜ້າພະແນກຍຸຕິທຳແຂວງ, ທ່ານ ສອນສະຫວັນ ຈັນທະວົງ ເປັນຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ທ່ານ ນາງ ສຸດາພອນ ດວງຫຼ້າ ເປັນຫົວໜ້າພະແນກການຕ່າງປະເທດແຂວງ, ທ່ານ ບົວແພງ ອິນທະວົງ ເປັນຫົວໜ້າອົງການພັດທະນາ ແລະ ບໍລິຫານຕົວເມືອງ, ທ່ານ ຄໍາໄຊເລົ່າ ລືແຕ່ຊາ ເປັນຫົວໜ້າຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງ, ພິຈາລະນາ, ຮັບຮອງເອົາ ທ່ານ ຄໍາເຫຼັກ ແກ້ວວິໄລພອນ ເປັນປະທານອົງການກວດກາລັດແຂວງ ທັງເປັນຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຂວງ, ທ່ານ ກາດແກ້ວ ສັກດາວົງ ເປັນປະທານສານປະຊາຊົນແຂວງ, ທ່ານ ສົມມະນາ ປິ່ນທິບ ເປັນຫົວໜ້າອົງການໄອຍະການປະຊາຊົນແຂວງ, ທ່ານ ແຂກ ສີລາມາດ ເປັນປະທານສານປະຊາຊົນເຂດ 1, ທ່ານ ນາງ ນະພາພອນ ພົງໄທ ເປັນປະທານ ສານປະຊາຊົນເຂດ 2, ທ່ານ ສົມໄວ ຈັນທະຜາລີ ເປັນປະທານສານປະຊາຊົນເຂດ3, ທ່ານ ສົມຊາຍ ທໍາມະວົງ ເປັນຫົວໜ້າອົງການໄອຍະການປະຊາຊົນເຂດ 1, ທ່ານ ຄໍາໝັ້ນ ພູວົງສີ ເປັນຫົວໜ້າອົງການໄອຍາການປະຊາຊົນເຂດ2, ທ່ານ ແດງ ມາບຸນຊູ ເປັນຫົວໜ້າອົງການໄອຍາການເຂດ 3, ພິຈາລະນາ, ແລະ ຮັບຮອງເອົາການສ້າງຕັ້ງຕາແສງ ເຊິ່ງໃນທົ່ວແຂວງມີ45 ຕາແສງໃນຈໍານວນ 430 ບ້ານ
ຂ່າວ: News.XBL
 

 

ວາລະສານ ດ້ານໄອຊີທີ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ