ກອງປະຊຸມຄົບຄະນະບໍລິຫານງານພັກແຂວງໄຊຍະບູລີ ຄັ້ງທີ 2 ສະໄໝທີ VIII.
12/11/2025 ~ 12/11/2025
ຕອນເຊົ້າວັນທີ 12 ພະຈິກ 2025 ນີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງໄຊຍະບູລີ ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກແຂວງໄຊຍະບູລີ ຄັ້ງທີ 2 ສະໄໝທີ VIII ຂຶ້ນ ພາຍໃຕ້ການເປັນປະທານຂອງສະຫາຍ ເພັງນິລັນ ຄໍາພັນເພັງ ເລຂາພັກແຂວງ, ມີບັນດາກໍາມະການປະຈໍາພັກແຂວງ,ກໍາມະການພັກແຂວງ,ຫົວໜ້າ,ຮອງຫົວໜ້າພະແນກການ ພ້ອມດ້ວຍພະນັກງານ-ລັດຖະກອນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມສະຫາຍ ເພັງນິລັນ ຄໍາພັນເພັງ ເລຂາພັກແຂວງໄຊຍະບູລີ ກ່າວເປີດກອງປະຊຸມຄົບຄະນະບໍລິຫານງານພັກແຂວງໄຊຍະບູລີ ຄັ້ງທີ 2 ສະໄໝທີ VIII ຢ່າງເປັນທາງການ ບາງຕອນສະຫາຍກ່າວວ່າ: ກອງປະຊຸມຄັ້ງນີ້ ຈະໄດ້ພ້ອມກັນສຸມໃສ່ຄົ້ນຄວ້າ ເປັນເອກະພາບກັນ ບາງເນື້ອໃນທີ່ສໍາຄັນຄື: ຮັບຟັງການຜ່ານ ມະຕິຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການຮັບຮອງເອົາຄະນະບໍລິຫານງານພັກແຂວງໄຊຍະບູລີ ສະໄໝທີ VIII ສະບັບເລກທີ 971/ຄລສພ, ລົງວັນທີ 23 ຕຸລາ 2025,ຮັບຟັງຜ່ານ ຮ່າງຄໍາແນະນຳ ວ່າດ້ວຍການຈັດຕັ້ງຜັນຂະຫຍາຍເຊຶ່ອມຊຶມ ມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ VIII, ຮັບຟັງການຜ່ານ ຮ່າງໂຄງການດໍາເນີນງານ ຂອງຄະນະບໍລິຫານງານພັກແຂວງ ສະໄໝທີ VIII (5 ປີ, 1 ປີ),ຮັບຟັງການຜ່ານ ຮ່າງມະຕິຕົກລົງ ຂອງຄະນະບໍລິຫານງານພັກແຂວງ ວ່າດ້ວຍທີ່ຕັ້ງ, ພາລະບົດບາດ, ໜ້າທີ່ຂອບເຂດສິດ, ແບບແຜນ ແລະ ລະບອບເຮັດວຽກ ຂອງຄະນະບໍລິຫານງານພັກແຂວງ ສະໄໝທີ VIII, ຮັບຟັງການຜ່ານ ຮ່າງເນື້ອໃນການເຊື່ອມຊຶມ ມະຕິກອງປະຊຸມໃຫຍ່, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII ແລະ ຮ່າງມະຕິວ່າດ້ວຍ ການແຕ່ງຕັ້ງຄະນະຊີ້ນໍາ ຜັນຂະຫຍາຍ ເຊຶ່ອມຊຶມມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ VIII,ຮັບຟັງຜ່ານຮ່າງຂໍ້ຕົກລົງ ວ່າດ້ວຍລະບຽບການ ແລະ ກົນໄກການເຮັດວຽກ ຂອງຄະນະກຳມະການປົກຄອງແຂວງໄຊຍະບູລີ ໃນໄລຍະ 5 ປີ (2026-2030). ຈາກນັ້ນ ບັນດາທ່ານເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນເຈາະຈິ້ມເພື່ອເຮັດໃຫ້ກອງປະຊຸມຄົບຄະນະບໍລິຫານງານພັກແຂວງໄຊຍະບູລີ ຄັ້ງທີ 2 ສະໄໝທີ VIII ໄດ້ຮັບຜົນຕາມຄາດໝາຍທີ່ວາງໄວ້.

ຂ່າວ+ພາບ: ຄໍາໝັ້ນ

