ກອງປະຊຸມສໍາມະນາກ່ຽວກັບ ລະບົບປັນຍາປະດິດລາວ (Lao AI)

17/10/2025 ~ 17/10/2025

ກອງປະຊຸມສໍາມະນາກ່ຽວກັບ ລະບົບປັນຍາປະດິດລາວ (Lao AI)

ໃນຕອນເຊົ້າຂອງວັນທີ 14 ຕຸລາ 2025, ​ສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມສໍາມະນາກ່ຽວກັບ ລະບົບປັນຍາປະດິດລາວ (Lao AI) ຂຶ້ນທີ່ໂຮງແຮມ ລາດຊະວົງວັນດາວິສຕາ, ນະຄອນຫຼວງວຽງຈັນ. ໃຫ້ກຽດເປັນປະທານຂອງ ທ່ານ ປອ. ສັນຕິສຸກ ສິມມາລາວົງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີ ຮອງລັດຖະມົນຕີ ຈາກບັນດາກະຊວງ, ອົງການທຽບເທົ່າ, ມະຫາວິທະຍາໄລແຫ່ງຊາດ ແລະ ບັນດາບໍລິສັດ ເຂົ້າຮ່ວມຈໍານວນ 100 ທ່ານ.

ກອງປະຊຸມດັ່ງກ່າວ ຈັດຂຶ້ນພາຍໃຕ້ການຮ່ວມມື ລະຫວ່າງພາກລັດ ກໍຄື ສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ກັບ ກຸ່ມບໍລິສັດ ອາໂລ ເຕັກໂນໂລຊີ ແລະ ບໍລິສັດ ສູນຂໍ້ມູນຂ່າວສານຈີນອາຊຽນ (CAIH). ພາຍໃນກອງປະຊຸມສໍາມະນາໃນຄັ້ງນີ້ ໄດ້ມີການນໍາສະເໜີ ແລະ ລາຍງານຄວາມຄືບໜ້າການຄົ້ນຄວ້າ ແລະ ພັດທະນາລະບົບປັນຍາປະດິດລາວ (Lao AI) ໃນຮູບແບບພາສາລາວ. ນອກນັ້ນ, ຍັງເປີດເວທີເພື່ອແລກປ່ຽນກັນລະຫວ່າງພາກລັດ ແລະ ບັນດາຜູ້ຊ່ຽວຊານ, ນັກຄົ້ນຄວ້າ ແລະ ບໍລິສັດເອກະຊົນທີ່ມີບົດຮຽນກ່ຽວກັບການນໍາໃຊ້ລະບົບປັນຍາປະດິດເຂົ້າໃນວຽກງານ, ການສ້າງວິໄສທັດກ່ຽວກັບການພັດທະນາ ແລະ ການນໍາໃຊ້ປັນຍາປະດິດ, ການກໍານົດທິດທາງ, ຍຸດທະສາດ ແລະ ແຜນງານໃນການສ້າງ ລະບົບປັນຍາປະດິດລາວ ໃຫ້ມີຄວາມເຂັ້ມແຂງ, ສາມາດຕອບສະໜອງຂໍ້ມູນໃຫ້ແກ່ຜູ້ຊົມໃຊ້ ໂດຍອີງໃສ່ຜົນປະໂຫຍດຂອງຊາດເປັນຫຼັກ ແລະ ການຊຸກຍູ້ຮ່ວມມື ເພື່ອສ້າງເປັນເຄືອຂ່າຍ ແລະ ສາມາດຮ່ວມມືກັນໄດ້ທຸກພາກສ່ວນໃນການພັດທະນາລະບົບປັນຍາປະດິດລາວ (Lao AI) ໃນ ສປປ ລາວ ໃຫ້ກ້າວໄປທາງໜ້າໄດ້.

ການສ້າງລະບົບປັນຍາປະດິດລາວ ບໍ່ແມ່ນການນໍາໃຊ້ເຕັກໂນໂລຊີພຽງເທົ່ານັ້ນ, ຍັງເປັນການພັດທະນາລະບົບປັນຍາປະດິດທີ່ເຂົ້າໃຈ ແລະ ໂຕ້ຕອບໃນຮູບແບບພາສາລາວ, ຮຽນຮູ້ວັດທະນະທໍາຮີດຄອງປະເພນີຂອງຊາດລາວ, ເຂົ້າໃຈເນື້ອໃນ, ຊ່ວຍເຫຼືອຄົນລາວໃນການພັດທະນາຕໍ່ຍອດ ແລະ ສ້າງມູນຄ່າເພີ່ມໃນການນໍາໃຊ້ ລະບົບປັນຍາປະດິດ ໃຫ້ເກີດປະໂຫຍດອີກດ້ວຍ. ນອກຈາກນີ້, ການພັດທະນາລະບົບປັນຍາປະດິດລາວ ຍັງພັດທະນາຕາມຈຸດສຸມຂອງ ສປປ ລາວ ເພື່ອຊຸກຍູ້ ແລະ ສົ່ງເສີມໃນດ້ານຕ່າງໆ ເຊັ່ນ: ດ້ານການກະສິກໍາ, ສາທາລະນະສຸກ, ການສຶກສາ, ການທ່ອງທ່ຽວ ແລະ ການບໍລິການ ຊຶ່ງຍັງມີສິ່ງທ້າທາຍຫຼາຍປະການ ໃນດ້ານການສ້າງບຸກຄະລາກອນ, ການພັດທະນາລະບົບພື້ນຖານໂຄງລ່າງ, ການສ້າງຖານຂໍ້ມູນພາສາລາວຂະໜາດໃຫຍ່ ແລະ ການວາງຂອບກົດໝາຍ-ຈັນຍາບັນໃນການນຳໃຊ້ປັນຍາປະດິດໃຫ້ມີຄຸນນະພາບ, ມີປະສິດທິພາບ ແລະ ປະສິດທິຜົນດີຍິ່ງຂຶ້ນ.

ກອງປະຊຸມສໍາມະນາດັ່ງກ່າວໄດ້ປິດລົງໃນເວລາ 12:00 ໂມງຂອງວັນດຽວກັນ.
ຂ່າວ: ສູນບໍລິຫານລັດດິຈິຕອນ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ ວຽກງານເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ