
ສູນອິນເຕີເນັດ ແຫ່ງຊາດ ໄດ້ຈັດຝຶກອົບຮົມ ການນຳໃຊ້ ແລະ ການວາງແຜນເລກໝາຍອິນເຕີເນັດ ຮຸ່ນທີ 6 (IPv6 Deployment and Planning Workshop) ຂຶ້ນໃນວັນທີ 24 ກັນຍາ 2025, ທີ່ຫ້ອງປະຊຸມຂອງສູນດັ່ງກ່າວ. ກ່າວເປີດຝຶກອົບຮົມໂດຍ ທ່ານ ໄຊສົມຫວັງ ສຸວັນນະວົງ, ຮອງຫົວໜ້າສູນອິນເຕີເນັດ ແຫ່ງຊາດ, ຊຶ່ງມີ ທ່ານ ນາງ Shane Hermoso, ຫົວໜ້າຄູຝຶກ ຈາກສູນເຄືອຂ່າຍຂໍ້ມູນຂ່າວສານ ອາຊີ-ປາຊີຟິກ (Asia-Pacific Network Information Centre, APNIC) ໄດ້ກ່າວມີຄໍາເຫັນຕໍ່ການຝຶກອົບຮົມໃນຄັ້ງນີ້ ຜ່ານທາງກອງປະຊຸມທາງໄກ ແລະ ທ່ານ ວາຊິຣະ ມີສະຫວັດ, ຄູຝຶກປະຈຳລາວເປັນຜູ້ບັນລະຍາຍຫຼັກ, ໂດຍມີວິຊາການເຕັກນິກ ເຂົ້າຮ່ວມຝຶກອົບຮົມ ຈາກບັນດາກົມ/ສູນ ພາຍໃນ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ແລະ ບັນດາກະຊວງ, ອົງການ ທີ່ກ່ຽວຂ້ອງ, ມີບັນດາບໍລິສັດໂທລະຄົມມະນາຄົມ ແລະ ອິນເຕີເນັດ, ບັນດາບໍລິສັດຜູ້ສະໜອງອຸປະກອນ, ບັນດາບໍລິສັດຜູ້ໃຫ້ບໍລິການດ້ານດິຈິຕອນ ແລະ ບັນດາທະນາຄານທຸລະກິດ ເຂົ້າຮ່ວມ ຈຳນວນຫຼາຍກວ່າ 80 ທ່ານ.

ຈຸດປະສົງຂອງການຈັດຝຶກອົບຮົມໃນຄັ້ງນີ້ ກໍເພື່ອເປັນການສ້າງຄວາມຮັບຮູ້ ເພີ່ມຂີດຄວາມສາມາດ ໃຫ້ກັບວິຊາການເຕັກນິກເຄືອຂ່າຍ ໃນການວາງແຜນ, ການຕິດຕັ້ງ (Configuration), ຄວາມຮູ້ກ່ຽວຄວາມປອດໄພຂອງເລກໝາຍອິນເຕີເນັດຮຸ່ນທີ 6 (IPv6) ແລະ ການຫັນປ່ຽນເລກໝາຍອິນເຕີເນັດ ຮຸ່ນທີ 4 (IPv4) ເປັນເລກໝາຍອິນເຕີເນັດ ຮຸ່ນທີ 6 (IPv6) ໃນລະບົບເຄືອຂ່າຍ ແລະ ລະບົບການໃຫ້ບໍລິການຕ່າງໆ ໃນປັດຈຸບັນ.
ການຝຶກອົບຮົມດັ່ງກ່າວ ໄດ້ຕີລາຄາສູງຕໍ່ຜູ້ເຂົ້າຮ່ວມຝຶກອົບຮົມ ໂດຍຜູ້ເຂົ້າຮ່ວມໄດ້ຮັບຮູ້ຄວາມໝາຍ ຄວາມສຳຄັນຂອງການນຳໃຊ້ ແລະ ການຫັນປ່ຽນ ເລກໝາຍອິນເຕີເນັດ ຮຸ່ນທີ 4 (IPv4) ເປັນເລກໝາຍອິນເຕີເນັດ ຮຸ່ນທີ 6 (IPv6) ແລະ ຜູ້ເຂົ້າຮ່ວມຍັງໄດ້ຮຽນຮູ້ການຈັດສັນເລກໝາຍອິນເຕີເນັດ ໃຫ້ກັບລະບົບເຄືອຂ່າຍ, ບັນດາລະບົບການໃຫ້ບໍລິການຕ່າງໆ ໃຫ້ຖືກຕ້ອງ ແລະ ເໝາະສົມ ໃຫ້ມີປະສິດທິພາບສູງສຸດ. ນອກຈາກນັ້ນ ຍັງໄດ້ເຮັດການທົດລອງພາກປະຕິບັດ (Lab) ໃນການຕິດຕັ້ງ (Configuration) ເລກໝາຍອິນເຕີເນັດ ຮຸ່ນທີ 6 (IPv6).
ການຈັດຝຶກອົບຮົມຄັ້ງນີ້ ແມ່ນໜຶ່ງໃນບັນດາກິດຈະກໍາ ເພື່ອສະເຫລີມສະຫລອງວັນສ້າງຕັ້ງ ສູນອິນເຕີເນັດ ແຫ່ງຊາດ ຄົບຮອບ 15 ປີ (07 ກັນຍາ 2010 - 07 ກັນຍາ 2025).