ສຳມະນາແລກປ່ຽນບົດຮຽນການຄຸ້ມຄອງ, ພັດທະນາຊັບພະຍາກອນອິນເຕີເນັດ ແລະ ໂຄງລ່າງພື້ນຖານດິຈິຕອນ ໃຫ້ມີຄວາມປອດໄພ ແລະ ຍືນຍົງ ເພື່ອການຫັນເປັນດິຈິຕອນ
03/10/2025 ~ 03/10/2025

ໃນວັນທີ 25 ກັນຍາ 2025, ທີ່ສູນອິນເຕີເນັດ ແຫ່ງຊາດ ໄດ້ຈັດກອງປະຊຸມສຳມະນາແລກປ່ຽນບົດຮຽນ ການຄຸ້ມຄອງ ແລະ ພັດທະນາ ຊັບພະຍາກອນອິນເຕີເນັດ ແລະ ໂຄງລ່າງພື້ນຖານດິຈິຕອນ ໃຫ້ມີຄວາມປອດໄພ ແລະ ຍືນຍົງ ເພື່ອການຫັນເປັນດິຈິຕອນ, ກ່າວເປີດໂດຍ ທ່ານ ມີນາໄຊ ພິລາວົງ, ຫົວໜ້າສູນອິນເຕີເນັດ ແຫ່ງຊາດ.
ຈຸດປະສົງຂອງກອງປະຊຸມສຳມະນາໃນຄັ້ງນີ້ ກໍເພື່ອແລກປ່ຽນບົດຮຽນ ໃນການຄຸ້ມຄອງ, ການພັດທະນາ ສົ່ງເສີມການນຳໃຊ້ຊັບພະຍາກອນອິນເຕີເນັດ ແລະ ການພັດທະນາໂຄງລ່າງພື້ນຖານດີຈີຕອນ ໃຫ້ມີຄວາມປອດໄພ ແລະ ຍືນຍົງ ເພື່ອການຫັນເປັນດິຈິຕອນ ໂດຍມີວິຊາການເຕັກນິກເຂົ້າຮ່ວມຝຶກອົບຮົມ ຈາກບັນດາກົມ/ສູນອ້ອມຂ້າງກະຊວງດັ່ງກ່າວ, ບັນດາບໍລິສັດໂທລະຄົມມະນາຄົມ ແລະ ອິນເຕີເນັດ, ບັນດາບໍລິສັດຜູ້ສະໜອງອຸປະກອນ, ບັນດາບໍລິສັດຜູ້ໃຫ້ບໍລິການດ້ານດິຈິຕອນ ແລະ ບັນດາທະນາຄານທຸລະກິດ ເຂົ້າຮ່ວມຈຳນວນຫຼາຍກວ່າ 70 ທ່ານ.

ກອງປະຊຸມຄັ້ງນີ້ ມີຜູ້ບັນລະຍາຍຈາກ ສູນອິນເຕີເນັດ ແຫ່ງຊາດ (LANIC) ໂດຍ ທ່ານ ນາງ ສຸວັນນີ ໄຊສົງຄາມ, ຫົວໜ້າພະແນກລະຫັດຊື່ອິນເຕີເນັດສູງສຸດແຫ່ງຊາດ ໄດ້ຂຶ້ນນຳສະເໜີ ຫົວຂໍ້ ການພັດທະນາ ແລະ ສົ່ງເສີມການນຳໃຊ້ຊັບພະຍາກອນອິນເຕີເນັດ ໃນ ສປປ ລາວ ແລະ ທ່ານ ສຸລິສັກ ພົມມະແສນ, ຫົວໜ້າພະແນກສູນກາງອິນເຕີເນັດ ນຳສະເໜີຫົວຂໍ້ ການພັດທະນາໂຄງລ່າງພື້ນຖານຂອງ ສປປ ລາວ. ນອກຈາກນັ້ນ, ຍັງມີຜູ້ບັນລະຍາຍ ຈາກ ສູນອິນເຕີເນັດຫວຽດນາມ (VNNIC) ຄື: ທ່ານ ນາງ Nguyen Thi Thu Thuy, ຫົວໜ້າພະແນກຮ່ວມມື ແລະ ຄຸ້ມຄອງຊັບພະຍາກອນອິນເຕີເນັດ ໄດ້ນໍາສະເໜີຫົວຂໍ້ ຊັບພະຍາກອນອິນເຕີເນັດ ສຳລັບອິນເຕີເນັດທີ່ປອດໄພ ແລະ ຍືນຍົງ ໃນຍຸກແຫ່ງການພັດທະນາເຕັກໂນໂລຊີສະໄໝໃໝ່ ແລະ ທ່ານ Nguyen Truong Thanh, ຫົວໜ້າພະແນກເຕັກນິກ ໄດ້ນໍາສະເໜີຫົວຂໍ້ ການນຳໃຊ້ເຕັກໂນໂລຊີ ເພື່ອຮັບປະກັນຄວາມປອດໄພຂອງໂຄງລ່າງພື້ນຖານອິນເຕີເນັດທີ່ສຳຄັນ. ສຸດທ້າຍແມ່ນ ທ່ານ ນາງ ພາວັນາ ດວງບຸຜາ, ຜູ້ຈັດການທົ່ວໄປ ອົງການ APTLD ໄດ້ນໍາສະເໜີ ຫົວຂໍ້ ການພັດທະນາລະຫັດຊື່ອິນເຕີເນັດຂົງເຂດອາຊີປາຊີຟິກ ແລະ ທ່ານ ໄຊອານັນ ກຸມພົນ ຮອງຫົວໜ້າພະແນກຕອບໂຕ້ເຫດສຸກເສີນທາງຄອມພິວເຕີ, ກົມຄວາມປອດໄພໄຊເບີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ນຳສະເໜີຫົວຂໍ້ ການຄຸ້ມຄອງຄວາມປອດໄພໄຊເບີ ໃນ ສປປ ລາວ.
ກອງປະຊຸມສຳມະນາໃນຄັ້ງນີ້ ແມ່ນໄດ້ຕີລາຄາສູງຕໍ່ຜົນສຳເລັດ, ຊຶ່ງໄດ້ມີການແລກປ່ຽນຄຳຄິດ, ຄຳເຫັນຢ່າງກົງໄປກົງມາ ໂດຍສະເພາະແມ່ນ ການນຳໃຊ້ຊັບພະຍາກອນອິນເຕີເນັດແນວໃດໃຫ້ມີຄວາມປອດໄພ ແລະ ມີປະສິດພາບສູງສຸດ, ການປົກປ້ອງພື້ນຖານໂຄງລ່າງອິນເຕີເນັດ, ໂຄງລ່າງພື້ນຖານດິຈິຕອນທີ່ສຳຄັນ ແລະ ໄພຂົມຂູ່ທາງໄຊເບີ, ໂດຍສະເພາະການແລກປ່ຽນບົດຮຽນປະສົບການຂອງ ສູນອິນເຕີເນັດຫວຽດນາມ (VNNIC) ທີ່ສ້າງຕັ້ງ ແລະ ດໍຳເນີນງານມາຮອດປີນີ້ ແມ່ນຄົບຮອບ 25 ປີ ແລະ ບົດຮຽນຈາກອົງການ APTLD, ເຊິ່ງບົດຮຽນ ແລະ ປະສົບການດັ່ງກ່າວສຸດແສນທີ່ຈະລ້ຳຄ່າ ທີ່ຈະນຳມາປັບໃຊ້ໃຫ້ແທດເໝາະ ກັບເງື່ອນໄຂ ແລະ ສະພາບການພັດທະນາ ຂອງ ສປປ ລາວ ໃນອະນາຄົດ.
ກອງປະຊຸມສຳມະນາໃນຄັ້ງນີ້ ແມ່ນກິດຈະກໍາໜຶ່ງ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງ ສູນອິນເຕີເນັດ ແຫ່ງຊາດ ຄົບຮອບ 15 ປີ (07 ກັນຍາ 2010 - 07 ກັນຍາ 2025)
