ກອງປະຊຸມສໍາມະນາ ກ່ຽວກັບການພັດທະນາລະບົບປະຕູຂໍ້ມູນເປີດພາກລັດ ຂອງ ສປປ ລາວ

01/10/2025 ~ 01/10/2025

ກອງປະຊຸມສໍາມະນາ ກ່ຽວກັບການພັດທະນາລະບົບປະຕູຂໍ້ມູນເປີດພາກລັດ ຂອງ ສປປ ລາວ

ສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ໄດ້ຈັດກອງປະຊຸມສໍາມະນາກ່ຽວກັບການພັດທະນາລະບົບປະຕູຂໍ້ມູນເປີດພາກລັດ ຂອງ ສປປ ລາວ (Feasibility Study on the Development of Lao PDR), ໃນຕອນເຊົ້າຂອງວັນທີ 01 ຕຸລາ 2025, ທີ່ໂຮງແຮມລາວສະວົງແວນດາວິດສະຕຣາ (Latsavong Wanda Vista Hotel), ນະຄອນຫຼວງວຽງຈັນ, ສປປ ລາວ. ໃຫ້ກຽດເປັນປະທານ ແລະ ກ່າວເປີດກອງປະຊຸມ ໂດຍ ທ່ານ ແກ້ວວິສຸກ ໂສລະພົມ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານມີ ທ່ານ ປອ. ທະວີສັກ ມະໂນທັມ, ຫົວໜ້າສູນບໍລິຫານລັດດິຈິຕອນ, ຕາງໜ້າຈາກບັນດາກົມ/ທຽບເທົ່າ ກຕສ, ຕາງໜ້າຈາກອົງການຈັດຕັ້ງພັກ-ລັດ, ບັນດາອົງການຈັດຕັ້ງສາກົນ, ສະຖາບັນການສຶກສາ ແລະ ບັນດາບໍລິສັດເອກະຊົນ ເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້, ກໍເພື່ອເຜີຍແຜ່ຜົນການສຶກສາຄວາມເປັນໄປໄດ້ (Feasibility Study) ໃນການຈັດຕັ້ງປະຕິບັດໂຄງການພັດທະນາລະບົບປະຕູຂໍ້ມູນເປີດພາກລັດ ຂອງ ສປປ ລາວ, ເຊິ່ງໄດ້ເປັນກົນໄກທີ່ສໍາຄັນໃນການສົ່ງເສີມ ການແບ່ງປັນຂໍ້ມູນທີສາມາດເປີດເຜີຍ ແລະ ໜ້າເຊື່ອຖື ແລະ ການອໍານວຍຄວາມສະດວກຂອງຂໍ້ມູນຈາກພາກລັດ, ການສົ່ງເສີມນະວັດຕະກໍາການນໍາໃຊ້ຂໍ້ມູນ ເພື່ອການພັດທະນາຕໍ່ຍອດດ້ານການວິໄຈ ແລະ ສົ່ງເສີມພາກທຸລະກິດ, ເພີ່ມການມີສ່ວນຮ່ວມຂອງປະຊາຊົນ ໃນຂະບວນຂັບເຄື່ອນ ແລະ ພັດທະນາ ການຫັນດິຈິຕອນທາງດ້ານຂໍ້ມູນ ຂອງ ສປປ ລາວ. ໂຄງການດັ່ງກ່າວ ໄດ້ຮັບການສະໜັບສະໜູນໂດຍ ອົງການອາຊີປາຊິຟິກ ໂທລະຄົມມະນາຄົມ ແລະ ກອງທຶນພັດທະນາ ສ.ເກົາຫຼີ (APT-EBC-K) ແລະ ໄດ້ດໍາເນີນເປັນເວລາ 6 ເດືອນ ປະກອບມີ: 1. ການສືກສາຄວາມເປັນໄປໄດ້ສະພາບຄວາມພ້ອມຂອງ ສປປ ລາວ; 2. ການອອກແບບເວັບໄຊ ປະຕູຂໍ້ມູນ; 3. ການແລກປ່ຽນບົດຮຽນ ແລະ ທັດສະນະສຶກສາທີ ສ.ເກົາຫຼີ; ແລະ 4​. ການຈັດສໍາມະນາປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນລະຫວ່າງຫ້ອງການພາກລັດ.

ພ້ອມນີ້, ໄດ້ມີການນໍາສະເໜີ ຜົນຂອງການພັດທະນາ ທີ່ຄະນະຮັບຜິດຊອບ ຈາກສູນບໍລິຫານລັດດິຈິຕອນ ແລະ ຊ່ຽວຊານ ຈາກ ສ.ເກົາຫຼີ ໄດ້ຮ່ວມກັນຄົ້ນຄວ້າ, ພັດທະນາລະບົບປະຕູເປີດພາກລັດ (Open Government Data Portal) ຮ່ວມກັນ ເປັນຕົ້ນແມ່ນ ການນໍາໃຊ້ຊອບແວ Open source (CKAN) ໃນການພັດທະນາລະບົບຂໍ້ມູນຂອງພາກລັດ, ປັບປຸງກົດໝາຍ ດ້ານການເຂົ້າເຖິງຂໍ້ມູນ ແລະ ການຄຸ້ມຄອງຂໍ້ມູນສ່ວນບຸກຄົນ ເພື່ອການແລກປ່ຽນຂໍ້ມູນຂ້າມແດນ ແລະ ລວມເຖິງການສ້າງລະບົບການຈັດການຂໍ້ມູນທີ່ເປັນມາດຕະຖານດຽວກັນ ເພື່ອໃຫ້ໄດ້ຂໍ້ມູນທີ່ຈະເຜີຍແຜ່ ມີຄວາມຖືກຕ້ອງ, ເຊື່ອຖືໄດ້ ແລະ ສາມາດນໍາເອົາໄປໃຊ້ງານໄດ້ຈິງ. ຊຶ່ງໃນການສຶກສາໄດ້ປະເມີນຄວາມພ້ອມຂອງ ສປປ ລາວ ໂດຍສະເພາະບັນດານິຕິກໍາ, ນະໂຍບາຍ, ຄວາມພ້ອມທາງດ້ານຂໍ້ມູນ ຄຸນນະພາບ, ມາດຕະຖານ ແລະ ການເຊື່ອມໂຍງ, ພື້ນຖານໂຄງລ່າງ, ​ແລະ ຄວາມພ້ອມ ຂອງ ບຸກຄະລາກອນ ໃນການຄຸ້ມຄອງ ແລະ ສ້າງຂໍ້ມູນເປີດພາກລັດ. ພ້ອມນີ້, ບົດລາຍງານຜົນຂອງການສຶກສາຍັງໄດ້ສ້າງຂໍ້ແນະນໍາການຈັດຕັ້ງປະຕິບັດ ແລະ ແນວທາງຕໍ່ໜ້າຂອງ ສປປ ລາວ ໃນການພັດທະນາລະບົບຂໍ້ມູນເປີດພາກລັດ ແລະ ຄາດຄະເນໂຄງການ ແລະ ງົບປະມານທີ່ຈໍາເປັນເພື່ອດໍາເນີນງານ. ໃນການຈັດຕັ້ງປະຕິບັດ ແລະ ພັດທະນາ Open Government Data Portal ຈະກາຍເປັນບາດກ້າວໜຶ່ງທີ່ສໍາຄັນ ຂອງ ສປປ ລາວ ໃນການກ້າວໄປສູ່ລັດຖະບານດິຈິຕອນ ທີ່ມີຄວາມໂປ່ງໃສ ແລະ ທັນສະໄໝຂຶ້ນກວ່າເກົ່າ, ສ້າງລະບົບນິເວດຂໍ້ມູນທີ່ຍືນຍົງ ເຊິ່ງຈະຊ່ວຍເພີ່ມສັກກາຍະພາບໃນການແຂ່ງຂັນຂອງປະເທດ ທັງໃນລະດັບພາກພື້ນ ແລະ ລະດັບສາກົນ.

ຂ່າວ: ສູນບໍລິຫານລັດດິຈິຕອນ

 

ວາລະສານ ດ້ານໄອຊີທີ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ