ກອງປະຊຸມສໍາມະນາ ການພັດທະນາສູນຂໍ້ມູນແຫ່ງຊາດ ແລະ ເຊື່ອມໂຍງຂໍ້ມູນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການຫັນເປັນດິຈິຕອນ ສຳລັບ ສປປ ລາວ
29/09/2025 ~ 29/09/2025

ສູນຂໍ້ມູນແຫ່ງຊາດ ແລະ ສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຮ່ວມກັບ ບໍລິສັດ ພູນຜົນນະຄອນ ຈຳກັດ ຈັດກອງປະຊຸມສໍາມະນາກ່ຽວກັບ "ການພັດທະນາສູນຂໍ້ມູນແຫ່ງຊາດ ແລະ ເຊື່ອມໂຍງຂໍ້ມູນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການຫັນເປັນດິຈິຕອນ ສຳລັບ ສປປ ລາວ" ຂຶ້ນໃນຕອນເຊົ້າຂອງວັນທີ 29 ກັນຍາ 2025, ທີ່ໂຮງແຮມລາດຊະວົງວັນດາວິສຕ້າ, ນະຄອນຫຼວງວຽງຈັນ. ໃຫ້ກຽດເປັນປະທານກ່າວເປີດໂດຍ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ ກຕສ ມີບັນດາທ່ານຮອງລັດຖະມົນຕີ ກຕສ, ຫົວໜ້າກົມ/ທຽບເທົ່າ, ບັນດາຫົວໜ້າພະແນກ/ຮອງພະແນກ ແລະ ພະນັກງານ-ວິຊາການ ພາຍໃນກະຊວງ, ຜູ້ຕາງໜ້າຈາກບັນດາກະຊວງອ້ອມຂ້າງ, ພາກສ່ວນເອກະຊົນ ແລະ ສະຖາບັນການສຶກສາຊັ້ນສູງ ເຂົ້າຮ່ວມຫຼາຍກວ່າ 120 ທ່ານ.
ການຈັດກອງປະຊຸມສໍາມະນາໃນຄັ້ງນີ້, ກໍເພື່ອເປັນເວທີແລກປ່ຽນຂໍ້ມູນ ແລະ ບົດຮຽນທາງດ້ານວິຊາການ ໃນວຽກງານຫັນຂໍ້ມູນເປັນດິຈິຕອນ ແລະ ການພັດທະນາຖານຂໍ້ມູນຂອງພາກລັດ ລະຫວ່າງ ບັນດາກະຊວງ ແລະ ພາກເອກະຊົນ ຮ່ວມກັນກັບບັນດາແຂກເຂົ້າຮ່ວມ ແລະ ຜູ້ຊ່ຽວຊານ ຕ່າງປະເທດ. ໂດຍສະເພາະບົດຮຽນຈາກ ສສ ຫວຽດນາມ ໃນການຫັນເປັນດິຈິຕອນ, ການພັດທະນາຖານຂໍ້ມູນທີ່ສຳຄັນ ແລະ ການເຊື່ອມຕໍ່ຂໍ້ມູນຂອງພາກລັດ.
ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ໄດ້ກ່າວບາງຕອນວ່າ: ຂໍ້ມູນ ຖືເປັນຊັບພະຍາກອນອັນສໍາຄັນ ໃນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງຊາດ ເຮັດໃຫ້ວຽກງານການຈັດເກັບຂໍ້ມູນດິຈິຕອນ ແລະ ສ້າງຖານຂໍ້ມູນມະຫາສານ (Big Data) ແມ່ນມີຄວາມຈໍາເປັນອັນເລັ່ງດ່ວນ. ປະຈຸບັນ ສັງຄົມເຮົາໄດ້ຮັບການພັດທະນາ ແລະ ພວມກ້າວເຂົ້າສູ່ຍຸກຂອງການພັດທະນາ ແລະ ນໍາໃຊ້ປັນຍາປະດິດ (AI), ໃນຊຸມປີມໍ່ໆຜ່ານມານີ້, ການພັດທະນາຂົງເຂດ AI ແມ່ນມີຄວາມກ້າວໜ້າຢ່າງກ້າວແບບກະໂດດຢ່າງຫຼວງຫຼາຍ ແລະ ມີບົດບາດທີ່ສໍາຄັນໃນການນໍາໃຊ້ ເຂົ້າໃນທຸກຂົງເຂດຂອງວຽກງານ, ການພັດທະນາ AI ນອກຈາກເຕັກໂນໂລຊີປະມວນຜົນທາງຄອມພິວເຕີຂັ້ນສູງແລ້ວ ສີ່ງສໍາຄັນທີ່ຈໍາເປັນທີ່ສຸດ ແລະ ທັງເປັນໝາກຫົວໃຈທີ່ເຮັດໃຫ້ AI ມີຄວາມສະຫຼາດ ແລະ ມີຄວາມສາມາດໃນແຕ່ລະດ້ານ ນັ້ນແມ່ນ Big Data ຖືວ່າເປັນປັດໃຈຕັດສິນ. ຂໍ້ມູນ ບໍ່ພຽງແຕ່ນໍາມາພັດທະນາທາງດ້ານ AI ເທົ່ານັ້ນ ແຕ່ຂໍ້ມູນ ຍັງສາມາດນໍາໃຊ້ເປັນບ່ອນອີງພື້ນຖານ ໃນການກໍານົດນະໂຍບາຍບໍລິຫານຈັດການຂອງພາກລັດ, ການພັດທະນາ ເສດຖະກິດ-ສັງຄົມ, ພັດທະນາຂະບວນການຜະລິດ ແລະ ພັດທະນາຕໍ່ຍອດເປັນຜະລິດຕະພັນນະວັດຕະກໍາໃໝ່ໆ. ສະນັ້ນ, ເພື່ອເຮັດໃຫ້ການຈັດເກັບຂໍ້ມູນ ແລະ ການນໍາໃຊ້ຂໍ້ມູນມີຄວາມເປັນເອກະພາບ ແລະ ເກີດປະໂຫຍດສູງສຸດ ຈື່ງມີຄວາມຈໍາເປັນທີ່ຈະຕ້ອງໄດ້ສົມທົບກັບບັນດາກະຊວງ, ຂະແໜງການ ທັງພາກລັດ ແລະ ເອກະຊົນ ເພື່ອເກັບກໍາຂໍ້ມູນນໍາມາວາງແຜນໃນການພັດທະນາ. ນອກນັ້ນ, ຍັງໄດ້ຮ່ວມກັບ ພາກເອກະຊົນລົງສໍາຫຼວດສືກສາ, ອອກແບບລົງທຶນ ພັດທະນາລະບົບສູນຂໍ້ມູນແຫ່ງຊາດ ທີ່ໄດ້ມາດຕະຖານສາກົນ ແລະ ລະບົບເຊື່ອມໂຍງຂໍ້ມູນລະຫວ່າງບັນດາໜ່ວຍງານຕ່າງໆ ເພື່ອເປັນໂຄງລ່າງອັນສໍາຄັນ, ຊຸກຍຸ້ ແລະ ຮັບໃຊ້ໃຫ້ແກ່ວຽກງານການຫັນເປັນດິຈິຕອນ ຂອງ ສປປ. ລາວ.

ໃນກອງປະຊຸມສຳມະນາ ໄດ້ມີການນໍາສະເໜີແຜນພັດທະນາສູນຂໍ້ມູນແຫ່ງຊາດ, ນຳສະເໜີການເຊື່ອມໂຍງ ແລະ ຂໍ້ມູນພາກລັດ. ພ້ອມດຽວກັນນັ້ນ, ທ່ານ ປອ ສອນເພັດ ວິນທະວົງ ຮອງປະທານ ກຸ່ມບໍລິສັດ ພົງສະຫວັນ ແລະ ຜູ້ອຳນວຍການໃຫຍ່ ຂອງບໍລິສັດ ພູນຜົນນະຄອນ ຈຳກັດ ໄດ້ຂຶ້ນລາຍງານກ່ຽວກັບການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການສຶກສາຄວາມເປັນໄປໄດ້ໃນການລົງທຶນພັດທະນາສູນຂໍ້ມູນແຫ່ງຊາດ (National Data Center) ແລະ ລະບົບແລກປ່ຽນຂໍ້ມູນພາກລັດ (Government Data Exchange) ທີ່ບໍລິສັດ ພູນຜົນນະຄອນ ຈໍາກັດ ໄດ້ເຊັນບົດບັນທຶກ ກັບ ກຕສ ແລະ ນຳສະເໜີ ການຫັນເປັນດິຈິຕອນໃນ ສສ ຫວຽດນາມ (Background of Digitization in Vietnam), ຄວາມເຂົ້າໃຈກ່ຽວກັບສູນຂໍ້ມູນ (Background Understanding of IDC) ແລະ ຟລັດຟອມການແລກປ່ຽນຂໍ້ມູນກ່ຽວກັບປະຊາກອນຂອງ ສປປ ລາວ (DX Lao Population) ຈາກຊ່ຽວຊານ ຂອງບໍລິສັດ VNPT ສສ ຫວຽດນາມ. ພ້ອມນີ້, ທີ່ປະຊຸມໄດ້ມີການແລກປ່ຽນຄວາມຄິດເຫັນ ແລະ ການຖອດຖອນ ບົດຮຽນຮ່ວມກັນ ລະຫວ່າງແຂກຜູ້ເຂົ້າຮ່ວມ ແລະ ນັກວິທະຍາກອນ ຢ່າງຄືກຄື້ນ ພ້ອມທັງມີການຖາມ-ຕອບ ຫຼາຍປະເດັນ ທີ່ກ່ຽວຂ້ອງກັບການຫັນເປັນດິຈິຕອນຂອງລັດຖະບານ ແລະ ການສະທ້ອນຄວາມຄິດເຫັນ ຈາກປະສົບການຈິງ ຂອງແຕ່ລະຄົນ.
