26/09/2025 ~ 26/09/2025

ພິທີ ມອບ-ຮັບ ອາຄານສຳນັກງານ ອຸທິຍານດິຈິຕອນ ຂອງ ສປປ ລາວ ພາຍໃຕ້ໂຄງການສະໜັບສະໜູນສ້າງອຸທິຍານດິຈິຕອນ ແລະ ຝຶກອົບຮົມຊ່ຽວຊານໄອທີ ຢູ່ ສປປ ລາວ ຈັດຂຶ້ນໃນຕອນບ່າຍວັນທີ 24 ກັນຍາ 2025 ຜ່ານມາ, ທີ່ສະຖາບັນເຕັກໂນໂລຊີ ແລະ ການສື່ສານ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ທ່ານ ຈອງ ຢອງ ຊູ (Jung Yung Soo), ເອກອັກຄະລັດຖະທູດ ແຫ່ງສາທາລະນະລັດ ເກົາຫຼີ ປະຈໍາ ສປປ ລາວ, ມີບັນດາທ່ານ ຮອງລັດຖະມົນຕີ ກຕສ, ແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ທ່ານ ປະສິດທິເດດ ຫຼວງວິໄລ, ຮອງກົມເຕັກໂນໂລຊີ ດິຈິຕອນ ໄດ້ຂຶ້ນລາຍງານໃນພິທີວ່າ: ໃນປັດຈຸບັນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ກໍາລັງສຸມໃສ່ການຜັນຂະຫຍາຍຈັດຕັ້ງປະຕິບັດ ວິໄສທັດການພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 20 ປີ ຮອດປີ 2040, ຍຸດທະສາດການພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 10 ປີ ຮອດປີ 2030 ແລະ ແຜນພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 5 ປີ ຮອດປີ 2025 ທີ່ສະພາແຫ່ງຊາດໄດ້ຮັບຮອງໄປແລ້ວນັ້ນ ໃຫ້ປາກົດເປັນຮູບປະທໍາເທື່ອລະກ້າວ. ໄລຍະຜ່ານມາ, ກົມເຕັກໂນໂລຊີດິຈິຕອນ ໄດ້ເອົາໃຈໃສ່ປະກອບສ່ວນເຂົ້າໃນການຈັດຕັ້ງຜັນຂະຫຍາຍບັນດາແຜນຍຸດທະສາດ ແລະ ແຜນງານຕ່າງໆຢ່າງຕັ້ງໜ້າ. ໄດ້ມີການປະສານສົມທົບ ຄົ້ນຄວ້າຮ່ວມມືກັບຫຼາຍພາກສ່ວນ ທັງພາກລັດ ແລະ ເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ຈັດຕັ້ງປະຕິບັດບັນດາໂຄງການ ແລະ ກິດຈະກໍາສະໜັບສະໜູນຕ່າງໆ ເພື່ອຊຸກຍູ້ສົ່ງເສີມການເຄື່ອນໄຫວທຸລະກິດຂອງຜູ້ປະກອບການ ໃນການພັດທະນາ ແລະ ບໍລິການ ເຕັກໂນໂລຊີ ແລະ ນະວັດຕະກໍາ ດິຈິຕອນ ພາຍໃນປະເທດ. ໜຶ່ງໃນໂຄງການສໍາຄັນທີ່ໄດ້ເອົາໃຈໃສ່ ແມ່ນໂຄງການສ້າງອຸທິຍານດິຈິຕອນ ຂອງ ສປປ ລາວ ຫຼື ເອີ້ນວ່າ Lao Digital Park ຊຶ່ງເປັນໂຄງການຊ່ວຍເຫຼືອຫຼ້າຈາກລັດຖະບານປະເທດ ສ. ເກົາຫຼີ ໂດຍຜ່ານກະຊວງທຸລະກິດຂະໜາດນ້ອຍ ຂະໜາດກາງ ແລະ ທຸລະກິດໃໝ່ ຂອງ ສ. ເກົາຫຼີ (MSS), ສະມາຄົມອຸທິຍານເຕັກໂນໂລຊີ ສ. ເກົາຫຼີ (KTPA) ແລະ ອົງການຢູນິໂດ ສ. ເກົາຫຼີ (UNIDO) ທີ່ແນໃສ່ ເພື່ອສ້າງປະຖົມປັດໄຈພື້ນຖານໃນການສ້າງເສດຖະກິດດິຈິຕອນ ກໍຄືການພັດທະນາວຽກງານເຕັກໂນໂລຊີດິຈິຕອນຂອງລາວ. ໂຄງການນີ້ມີເປົ້າໝາຍສູງສຸດ ເພື່ອພັດທະນາອຸດສາຫະກໍາດິຈິຕອນຂອງ ສປປ ລາວ, ສ້າງໃຫ້ກາຍເປັນສູນກາງທາງດ້ານເຕັກໂນໂລຊີດິຈິຕອນ ແລະ ເປັນແຫຼ່ງດຶງດູດບໍລິສັດເຕັກໂນໂລຊີຈາກຕ່າງປະເທດໃຫ້ເຂົ້າມາລົງທຶນໃນ ສປປ ລາວ. ນີ້ຈະຊ່ວຍໃຫ້ ສປປ ລາວ ກາຍເປັນແຫຼ່ງຜະລິດ ຫຼື ສູນບໍລິການດ້ານດິຈິຕອນທີ່ສໍາຄັນໃນພາກພື້ນ ແລະ ສາກົນ. ນັບແຕ່ປີ 2022 ມາຮອດປີ 2025, ໂຄງການໄດ້ບັນລຸຜົນສໍາເລັດຫຼາຍດ້ານຕາມເປົ້າໝາຍທີ່ກໍານົດໄວ້ ເປັນຕົ້ນ: ໄດ້ສໍາເລັດການສ້າງແຜນແມ່ບົດການພັດທະນາອຸທິຍານດິຈິຕອນ ແລະ ລະບຽບການຕ່າງໆທີ່ກ່ຽວຂ້ອງເພື່ອສະໜັບສະໜູນການບໍລິການຂອງອຸທິຍານ, ການພັດທະນາຊັບພະຍາກອນມະນຸດ ໄດ້ຈັດກອງປະຊຸມສໍາມະນາ ແລະ ຝຶກອົບຮົມຍົກລະດັບດ້ານດິຈິຕອນໃຫ້ແກ່ພະນັກງານພາກລັດ, ຜູ້ປະກອບການ ແລະ ນັກສຶກສາ ລວມ 22 ຄັ້ງ ມີຜູ້ເຂົ້າຮ່ວມຫຼາຍກວ່າ 383 ເທື່ອຄົນ, ໄດ້ນໍາພາຜູ້ປະກອບການທຸລະກິດລາວເຂົ້າຮ່ວມງານວາງສະແດງເຕັກໂນໂລຊີຢູ່ຕ່າງປະເທດ ເພື່ອຊຸກຍູ້ ແລະ ສົ່ງເສີມບໍລິສັດໄອທີຂອງລາວທີ່ມີສັກຍະພາບ ໃນການເຂົ້າສູ່ຕະຫຼາດສາກົນ, ຂະຫຍາຍການດໍາເນີນງານ, ສ້າງໂອກາດໃນການຮ່ວມມືກັບສາກົນ ແລະ ສົ່ງເສີມການເຕີບໂຕຂອງທຸລະກິດ, ພ້ອມທັງໃຫ້ຄຳແນະນຳທາງອອນລາຍໂດຍຜູ້ຊ່ຽວຊານ ເປັນກິດຈະກຳເພື່ອສົ່ງເສີມສຳລັບວິສາຫະກິດສະຕາດອັບ ແລະ ສະໜັບສະໜູນການພັດທະນາຕົວຢ່າງຜະລິດຕະພັນ ໃຫ້ແກ່ຫົວໜ່ວຍທຸລະກິດດ້ານ ICT ຂອງ ສປປ ລາວ ລວມທັງໝົດຈໍານວນ 13 ຄັ້ງ ມີຜູ້ເຂົ້າຮ່ວມ 180 ເທື່ອຄົນຈາກ 163 ບໍລິສັດ, ການພັດທະນາໂຄງລ່າງພື້ນຖານ ໄດ້ສໍາເລັດການກໍ່ສ້າງສູນພັດທະນາຊອບແວ (Software Center) ເພື່ອໃຊ້ເປັນສູນຄົ້ນຄວ້າ, ພັດທະນາ ແລະ ຝຶກອົບຮົມດ້ານດີຈີຕອນ. ພ້ອມກັນນີ້, ກໍໄດ້ສໍາເລັດການປັບປຸງອາຄານສໍານັກງານແຫ່ງນີ້ພ້ອມທັງຕິດຕັ້ງອຸປະກອນທີ່ຈຳເປັນເພື່ອເປັນພື້ນຖານໃຫ້ແກ່ການຈັດຕັ້ງປະຕິບັດໂຄງການອຸທິຍານດີຈີຕອນ ແລະ ໄດ້ມີການມອບ-ຮັບໃນຄັ້ງນີ້.
ໂອກາດດຽວກັນນີ້, ທ່ານ ບັນດິດ ສຈ ບໍ່ວຽງຄຳ ວົງດາລາ ໄດ້ໃຫ້ກຽດມີຄຳເຫັນໃນພິທີວ່າ: ການມອບ-ຮັບອາຄານສຳນັກງານ ອຸທິຍານດິຈິຕອນໃນຄັ້ງນີ້, ແມ່ນມີຄວາມໝາຍສຳຄັນຍິ່ງ ຕໍ່ສາຍພົວພັນ ແລະ ການຮ່ວມມືອັນດີ ລະຫວ່າງສອງປະເທດ ໃນຂົງເຂດວຽກງານເຕັກໂນໂລຊີດິຈິຕອນ ອາຄານແຫ່ງນີ້ ຖືເປັນບາດກ້າວສໍາຄັນ ໃນການພັດທະນາອຸດສາຫະກໍາເຕັກໂນໂລຊີດິຈິຕອນ ຂອງລາວ ເຊິ່ງຈະຊ່ວຍຍົກລະດັບທັກສະ ແລະ ຂີດຄວາມສາມາດຂອງບຸກຄະລາກອນພາຍໃນປະເທດ ສະໜັບສະໜູນການຄົ້ນຄວ້າ ແລະ ພັດທະນາຜະລິດຕະພັນດິຈິຕອນໃໝ່ໆ, ຈະເປັນສະຖານທີ່ບົ່ມເພາະ ແລະ ສົ່ງເສີມຜູ້ປະກອບການດ້ານຊອບແວຮຸ້ນໃໝ່ ເປັນພື້ນທີ່ໃຫ້ກັບນັກພັດທະນາ ຜູ້ປະກອບການດ້ານດິຈິຕອນ ໄດ້ມາແລກປ່ຽນຄວາມຮູ້ ປະສົບການ ແລະ ຮ່ວມກັນສ້າງສັນນະວັດຕະກໍາໃໝ່ ພ້ອມທັງຊ່ວຍດຶງດູດການລົງທຶນໃນອຸດສາຫະກໍາເຕັກໂນໂລຊີດິຈິຕອນ ແລະ ຍົກລະດັບຄວາມອາດສາມາດການແຂ່ງຂັນຂອງ ສປປ ລາວ ໃນເວທີສາກົນ. ຜົນສຳເລັດໃນຄັ້ງນີ້ແມ່ນການສະທ້ອນເຖິງຄວາມຕັ້ງໃຈຈິງຂອງລັດຖະບານລາວໃນຂັບເຄື່ອນການຫັນເປັນດິຈິຕອນຂອງປະເທດ.
ຂ່າວ: ກົມເຕັກໂນໂລຊີດິຈິຕອນ