ຮອງລັດຖະມົນຕີ ກຕສ ເຂົ້າຮ່ວມປະຊຸມໃຫຍ່ສະຫະພາບໄປສະນີສາກົນ ຄັ້ງທີ 28

24/09/2025 ~ 24/09/2025

ຮອງລັດຖະມົນຕີ ກຕສ ເຂົ້າຮ່ວມປະຊຸມໃຫຍ່ສະຫະພາບໄປສະນີສາກົນ ຄັ້ງທີ 28

ໃນລະຫວ່າງ ວັນທີ 15-19 ກັນຍາ 2025 ທີ່ຜ່ານມາ, ຄະນະຜູ້ແທນຂະແໜງການໄປສະນີ ຂອງ ສປປ ລາວ ນໍາພາໂດຍ ທ່ານ ໄຊລືຊາ ອິນສີຊຽງໃໝ່, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ພ້ອມດ້ວຍຄະນະຜູ້ແທນຈາກກົມໄປສະນີ ແລະ ບໍລິສັດ ໄປສະນີລາວ ຈໍາກັດ ໄດ້ເດີນທາງໄປເຂົ້າຮ່ວມປະຊຸມໃຫຍ່ສະຫະພາບໄປສະນີສາກົນ (Universal Postal Congress) ຄັ້ງທີ 28 ທີ່ເມືອງດູໄບ (Dubai), ປະເທດ United Arab Emirates (UAE). ກອງປະຊຸມໄດ້ຈັດຂຶ້ນຢ່າງເປັນທາງການ ໃນລະຫວ່າງວັນທີ 8 ຫາ 19 ກັນຍາ 2025, ທີ່ເມືອງ Dubai ປະເທດ United Arab Emirates (UAE). ຊຶ່ງມີຜູ້ເຂົ້າຮ່ວມຈາກບັນດາປະເທດສະມາຊິກຂອງສະຫະພາບໄປສະນີສາກົນ (UPU) ຫຼາຍກວ່າ 190 ປະເທດ ປະກອບດ້ວຍບັນດາຜູ້ແທນລັດຖະບານ, ອົງການຈັດຕັ້ງລັດ, ອົງການສາກົນ, ນັກວິຊາການ, ພາກທຸລະກິດເອກະຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງອື່ນໆ ເຂົ້າຮ່ວມໃນການປຶກສາຫາລືດັ່ງກ່າວ.
ກອງປະຊຸມຄັ້ງນີ້ ຖືເປັນຫຼັກໝັ້ນສຳຄັນທີ່ຈະກຳນົດແນວທາງພັດທະນາ ແລະ ການຮ່ວມມືໃນສະຫະພາບໄປສະນີສາກົນທົ່ວໂລກ ສຳລັບໄລຍະ 4 ປີຂ້າງໜ້າ (2026–2029) ໃຫ້ເປັນ “ກອງປະຊຸມຂອງວິໄສທັດໃໝ່” ທີ່ຈະນຳພາສະຫະພາບໄປສະນີສາກົນ ເຂົ້າສູ່ຍຸກການປ່ຽນແປງດິຈິຕອນ ແລະ ການພັດທະນາຢ່າງຍືນຍົງ. ຫົວໃຈຫຼັກທີ່ສຳຄັນຂອງການປະຊຸມໃຫຍ່ຄັ້ງນີ້ ແມ່ນການຮັບຮອງແຜນການເຮັດວຽກ “Dubai Business Plan 2026–2029” ທີ່ມີເນື້ອຫາຄົບຖ້ວນກ່ຽວກັບການປັບປຸງບໍລິການໄປສະນີໃຫ້ທັນສະໄໝ, ການນຳໃຊ້ເຕັກໂນໂລຊີດິຈິຕອນຂັ້ນສູງ ມາສົ່ງເສີມການຂົນສົ່ງເອກະສານ ແລະ ພັດສະດຸ, ການສົ່ງເສີມ e-commerce ຂ້າມແດນ, ການປົກປ້ອງຄວາມປອດໄພທາງໄຊເບີ ແລະ ການພັດທະນາຄຸນນະພາບການບໍລິການໃຫ້ມີມາດຕະຖານສາກົນ. ພ້ອມນັ້ນ, ຍັງໄດ້ຫັນມາເນັ້ນຫນັກໃສ່ການປັບປຸງລະບົບ ຄ່າບໍລິການສົ່ງເຄື່ອງໄປສະນີລະຫວ່າງປະເທດ (terminal dues) ໃຫ້ມີຄວາມສະດວກສະບາຍຂຶ້ນ ເຊິ່ງສະທ້ອນຄວາມເປັນຈິງແຂ່ງຂັນທາງການຕະຫຼາດ ແລະ ຜົນປະໂຫຍດຕໍ່ບັນດາປະເທດສະມາຊິກ ໂດຍສະເພາະແມ່ນປະເທດກໍາລັງພັດທະນາ ກໍຄື ສປປ ລາວ. ນອກຈາກນັ້ນ, ການປະຊຸມຍັງໄດ້ໃຫ້ຄວາມສຳຄັນກັບການປະຕິບັດພາລະກິດຂອງ UPU ໃນດ້ານການສົ່ງເສີມການພັດທະນາຢ່າງຍືນຍົງ, ການຫຼຸດຜ່ອນຜົນກະທົບສິ່ງແວດລ້ອມ ແລະ ການພັດທະນາຄວາມຮ່ວມມືລະຫວ່າງພາກສາທາລະນະ ແລະ ເອກະຊົນ.
ໃນໂອກາດດຽວກັນນີ້, ໃນກອງປະຊຸມຍັງມີວາລະສໍາຄັນຄື: ການລົງຄະແນນໂຫວດເລືອກຕັ້ງເອົາ ເລຂາທິການໃຫຍ່, ຮອງເລຂາທິການ, ຄະນະສະພາບໍລິຫານ ແລະ ສະພາປະຕິບັດງານໄປສະນີ. ຜົນການລົງຄະແນນສຽງເລືອກຕັ້ງຂອງບັນດາປະເທດສະມາຊິກ ແມ່ນໄດ້ຖືກຮັບຮອງຢ່າງເປັນທາງການ ເລືອກເອົາ ທ່ານ Masahiko Metoki ຈາກປະເທດຍີ່ປຸ່ນ ດຳລົງຕຳແໜ່ງເປັນເລຂາທິການໃຫຍ່ ຂອງສະຫະພາບໄປສະນີສາກົນ ແລະ ທ່ານ Marjan Osvald ຈາກປະເທດສະໂລເວເນຍ ດຳລົງຕຳແໜ່ງເປັນຮອງເລຂາທິການໃຫຍ່ ຂອງສະຫະພາບໄປສະນີສາກົນ, ຊຶ່ງທັງສອງທ່ານ ແມ່ນໄດ້ເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນສະໄໝທີ່ສອງ. ການເລືອກຕັ້ງໃນຄັ້ງນີ້, ໄດ້ກາຍເປັນຈຸດໝາຍສຳຄັນຕໍ່ການດຳເນີນງານຂອງ UPU ໃນອະນາຄົດ ໂດຍການຂັບເຄື່ອນວິໄສທັດ “Dubai Business Plan” ໃຫ້ປະສົບຜົນສຳເລັດ ແລະ ນໍາພາຂະແໜງການໄປສະນີສາກົນກ້າວໜ້າໄປສູ່ຄວາມທັນສະໄໝໃນໂລກດິຈິຕອນ.
ຜົນສຳເລັດສຳຄັນຂອງການປະຊຸມ ແມ່ນການຍືນຢັນວິໄສທັດໃໝ່ຂອງ UPU ທີ່ຈະມຸ່ງເນັ້ນໃຫ້ໄປສະນີສາກົນກາຍເປັນ “ສູນກາງການຂົນສົ່ງທີ່ເຊື່ອມໂຍງໂລກ” ທັງໃນມິຕິທາງເສດຖະກິດ, ສັງຄົມ ແລະ ດິຈິຕອນ. ພ້ອມນີ້, ກອງປະຊຸມດັ່ງກ່າວ ໄດ້ຮັບຮອງບັນດາມະຕິ ທີ່ເປັນແນວທາງການປັບປຸງລະບົບບໍລິການທີ່ທັນສະໄໝ, ຍົກລະດັບຄຸນນະພາບການບໍລິການ ແລະ ການຮອງຮັບການຂະຫຍາຍຕົວຢ່າງວ່ອງໄວຂອງ e-commerce ທົ່ວໂລກ ແລະ ຮັບຮອງແຜນຍຸດທະສາດໄປສະນີ, ແຜນພັດທະນາ, ແຜນງານ ແລະ ລະບຽບການທີ່ກ່ຽວຂ້ອງຂອງຂະແໜງການໄປສະນີ.
ຂ່າວ ແລະ ຮູບພາບ: ກົມໄປສະນີ

 

ວາລະສານ ດ້ານໄອຊີທີ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ