ລັດຖະມົນຕີ ກຕສ ພ້ອມຄະນະ ເຂົ້າຮ່ວມກອງປະຊຸມ ໂຕະມົນລະດັບລັດຖະມົນຕີກ່ຽວກັບປັນຍາປະດິດ ຈີນ-ອາຊຽນ 2025
24/09/2025 ~ 24/09/2025

ໃນຕອນເຊົ້າວັນທີ 17 ກັນຍາ 2025 ຜ່ານມາ, ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ລັດຖະມົນຕີກະຊວງ ເຕັກໂນໂລຊີ ເເລະ ການ (ກຕສ), ສປປ ລາວ ເຂົ້າຮ່ວມພິທີເປີດງານວາງສະເເດງຈີນ-ອາຊຽນ ຄັ້ງທີ 22 ປະຈຳປີ 2025, ທີ່ ເມືອງນານໜິງ, ແຂວງກວາງຊີ, ສປ ຈີນ ໂດຍມີການຈັດວາງສະເເດງລວມທັງໝົດ 60 ປະເທດ, 3260 ບໍລິສັດຈາກບັນດາປະເທດເຂົ້າຮ່ວມວາງສະເເດງໃນງານດັ່ງກ່າວ.
ພ້ອມນີ້, ໃນວັນທີ 18 ກັນຍາ 2025 ທ່ານລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມ ກອງປະຊຸມໂຕະມົນລະດັບລັດຖະມົນຕີກ່ຽວກັບປັນຍາປະດິດ ຈີນ-ອາຊຽນ 2025. ໂດຍການເປັນປະທານ ທ່ານ ເສີນກ່າງ ເລຂາຄະນະພັກເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ, ປະທານສະພາປະຊາຊົນ ແຂວງກວາງຊີ ເເລະ ທ່ານ ຫວ່າງຊ່າງຫລິງ ຮອງປະທານຄະນະພັດທະນາ ເເລະ ປະຕິຮູບ ສປ ຈີນ, ກອງປະຊຸມຄັ້ງນີ້, ໄດ້ຈັດຂຶ້ນເປັນຄັ້ງທໍາອິດ ລະຫວ່າງ ອາຊຽນ ເເລະ ຈີນ ພາຍໃຕ້ຂອບໃຫຍ່ງານວາງສະເເດງ ຈີນ-ອາຊຽນ (CAEXPO) ເເລະ ກອງປະຊຸມລະດັບສູງດ້ານການຄ້າ ເເລະ ການລົງທຶນຈີນ-ອາຊຽນ (CABIS) ຄັ້ງທີ 22 ເພື່ອປຶກສາຫາລື ເເລກປ່ຽນກ່ຽວກັບການພັດທະນາດ້ານປັນຍາປະດິດ (AI). ຊຶ່ງເປັນໂອກາດໃນການເປີດປະຕູການຮ່ວມມືໃໝ່ ເເລະ ສ້າງການຮ່ວມມືປັນຍາປະດິດ ປອດໄພ, ເຂັ້ມເເຂງ ເເລະ ໝັ້ນຄົງ ປະກອບສ່ວນໃນການພັດທະນາເສດຖະກິດສັງຄົມ ເພື່ອຍົກລະດັບສະພາບເເວດລ້ອມການໃຊ້ຊີວິດ ຂອງປະຊາຊົນໃນພາກພື້ນ.

ໃນກອງປະຊຸມ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ໄດ້ຮັບກຽດປະກອບຄຳເຫັນ ຊຶ່ງທ່ານໄດ້ກ່າວວ່າ: ປັນຍາປະດິດຖືເປັນເຕັກນິກໃໝ່ ເເລະ ສໍາຄັນໃນການຂັບເຄື່ອນ ທີ່ມີອິດທິພົນສູງຂອງຍຸກສະໄໝສາມາດເພີ່ມອັດຕາເລັ່ງໃຫ້ແກ່ການພັດທະນາ ນັບແຕ່ເຕັກໂນໂລຊີ, ວິທະຍາສາດ ໄປຈົນເຖິງດ້ານເສດຖະກິດ ແລະ ສັງຄົມ. ສຳລັບ ສປປ ລາວ ປັນຍາປະດິດ ແມ່ນໂອກາດໃນການຊຸກຍູ້ ການເຕີບໂຕທາງດ້ານເສດຖະກິດ, ການພັດທະນາການບໍລິການ, ການສຶກສາ, ສາທາລະນະສຸກ ແລະ ອື່ນໆ ເພື່ອຊ່ວຍໃຫ້ພວກເຮົາສາມາດກ້າວຂ້າມຂໍ້ຈຳກັດທີ່ເຄີຍມີ ແລະ ສົ່ງເສີມການເຊື່ອມຕໍ່ກັບພາກພື້ນ ແລະ ສາກົນ ໄດ້ຢ່າງໃກ້ຊິດກວ່າເກົ່າ.
ໃນກອງປະຊຸມ ສປປ ລາວ ໄດ້ຮັບຮອງເອົາການລົງນາມ 03 ເອກະສານບົດບັນທຶກຄວາມເຂົ້າໃຈ ການຮ່ວມມືດ້ານປັນຍາປະດິດຄື: ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການເພີ່ມທະວີການຮ່ວມມືດ້ານປັນຍາປະດິດ, ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມສ້າງສູນຮ່ວມມືດ້ານການນໍາໃຊ້ປັນຍາປະດິດ ຈີນ-ລາວ ແລະ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມກັນສ້າງເເຜນພັດທະນາປັນຍາປະດິດ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດ. ພ້ອມທັງພິທີກົດປຸ່ມເປີດສູນການຮ່ວມມືປັນຍາປະດິດ ຈີນ-ອາຊຽນ (China-ASEAN Countries Artificial Intelligence Application Cooperation Center). ໂດຍການເປັນສັກຂີພະຍານ ຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ ກຕສ, ທ່ານ ເສີນ ກ່າງ ເລຂາ ຄະນະພັກເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ, ປະທານສະພາປະຊາຊົນແຂວງກວາງຊີ ເເລະ ທ່ານ ຫວ່າງຊ່າງຫລິງ, ຮອງປະທານຄະນະພັດທະນາ ເເລະ ປະຕິຮູບ ສປ ຈີນ.

ໃນວັນດຽວກັນ ທ່ານລັດຖະມົນຕີ ກຕສ ໄດ້ພົບປະສອງຝ່າຍກັບ ທ່ານ ເສີນກ່າງ, ເລຂາ ຄະນະພັກເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ ໂດຍໄດ້ສະເເດງຄວາມຄວາມຂອບໃຈຕໍ່ການເຊື້ອເຊີນ ເລະ ການຮ່ວມມືໄລຍະຜ່ານມາ ເເລະ ສອງຝ່າຍຈະຮ່ວມກັນຜັກດັນການຮ່ວມມືໃນຕໍ່ໜ້າ ທາງດ້ານວຽກງານປັນຍາປະດິດ ລະຫວ່າງ ກະຊວງເຕັກໂນໂລຊີ ເເລະ ຫານສື່ສານ ເເລະ ເເຂວງກວາງຊີ ສປ ຈີນ ໃຫ້ໄດ້ຮັບຜົນສໍາເລັດສູງສຸດ.
ພ້ອມນັ້ນ, ຍັງມີພິທີເປີດໂຕເເອັບພາສາລາວ The National Large Model ລະຫວ່າງ ກຸ່ມບໍລິສັດອາໂຫລ ເຕັກໂນໂລຊີ ເເລະ ບໍລິສັດຈີນ-ອາຊຽນ China Asean Information habour ໂດຍການເປັນປະສັກຂີພະຍານ ຂອງ ທ່ານ ໄຊຊະນະ ສິດທິພອນ, ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ເເລະ ການສື່ສານ.
