ຄະນະຜູ້ແທນ ກຕສ ເຂົ້າຮ່ວມກອງປະຊຸມແລກປ່ຽນການຮ່ວມມືດ້ານອຸດສາຫະກຳຂັ້ນສູງ ຈີນ-ອາຊຽນ ປະຈຳປີ 2025
24/09/2025 ~ 24/09/2025

ໃນລະຫວ່າງ ວັນທີ 15-19 ກັນຍາ 2025 ທີ່ຜ່ານມາ ທ່ານ ໄຊຊະນະ ສິດທິພອນ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ນຳພາຄະນະຜູ້ແທນ ຂອງ ກຕສ ເດີນທາງໄປເຂົ້າຮ່ວມກອງປະຊຸມແລກປ່ຽນການຮ່ວມມືດ້ານອຸດສາຫະກຳຂັ້ນສູງ ຈີນ-ອາຊຽນ ປະຈຳປີ 2025 ແລະ ກອງປະຊຸມຮ່ວມມືເສດຖະກິດຂ້າມຊາຍແດນຈີນ-ຫວຽດນາມ (The 2025 ASEAN-China Advanced Industrial Cooperation and Development Exchange Conference and China-Vietnam Cross-Border Economic Cooperation Development Conference ), ຈັດຂຶ້ນໂດຍສະມາຄົມສົ່ງເສີມການຄ້າ ຈີນ-ອາຊຽນ, ທີ່ເມືອງນານໜິງ, ແຂວງ ກວາງຊີ ສປ ຈີນ.
ໃນໂອກາດນີ້ ທ່ານຮອງລັດຖະມົນຕີ ກຕສ ໄດ້ຂືຶ້ນມີຄຳເຫັນຕໍ່ກອງປະຊຸມ, ຊື່ງມີບາງຕອນທ່ານກ່າວວ່າ: ໃນໄລຍະ 3 ປີຜ່ານມາ ທາງລົດໄຟຈີນ-ລາວ ໄດ້ເປີດການນຳໃຊ້ ເຮັດໃຫ້ ສປປ ລາວ ມີການຂະຫຍາຍຕົວ ດ້ານສິນຄ້າອຸດສາຫະກຳທີ່ກ້າວໜ້າ ແລະ ການຮ່ວມມືຂ້າມຊາຍແດນໄຫຼເຂົ້າມາຢ່າງບໍ່ຢຸດຢັ້ງ ເປັນການສະທ້ອນໃຫ້ເຫັນເຖິງການເຊື່ອມຕໍ່ລະຫວ່າງ ຈີນ-ອາຊຽນ, ການຂະຫຍາຍຕົວ ແລະ ການພັດທະນາຂອງພາກພື້ນ. ປັດຈຸບັນ, ສປປ ລາວ ພວມກ້າວໄປສູ່ເປົ້າໝາຍການເຕີບໂຕທາງດ້ານເສດຖະກິດ ຊຶ່ງປີ 2025 ຢູ່ທີ່ 4,8%, ໂດຍສຸມໃສ່ການຫັນເປັນທັນສະໄໝທາງດ້ານກະສິກຳ, ການພັດທະນາພະລັງງານ, ເສດຖະກິດດິຈິຕອນ ແລະ ການຍົກລະດັບພື້ນຖານໂຄງລ່າງ. ໃນຂະບວນການດັ່ງກ່າວ, ສປປ ລາວ ໄດ້ຮັບຮູ້ຢ່າງຈະແຈ້ງໃນບົດບາດເປັນ "ສາມສູນກາງ" ແລະ ປະກອບສ່ວນອັນເປັນເອກະລັກສະເພາະໃຫ້ແກ່ການຮ່ວມມື ຈີນ-ອາຊຽນ ໂດຍ ສປປ ລາວຈະກາຍເປັນ “ສູນການຫັນປ່ຽນ” ດ້ານເຕັກໂນໂລຊີດິຈິຕອນຂອງພາກພື້ນ, ເປັນ “ສູນກາງການຂົນສົ່ງ” ດ້ານພະລັງງານສີຂຽວ ແລະ ເປັນສູນຈຳໜ່າຍສິນຄ້າຂົນສົ່ງສິນຄ້າຂ້າມແດນ, ທາງລົດໄຟຈີນ-ລາວ ໄດ້ຫັນ ສປປ ລາວ ຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ເປັນປະເທດທີ່ມີການເຊື່ອມໂຍງເຊື່ອມຈອດ.
ພ້ອມກັນນີ້, ທ່ານ ໄຊຊະນະ ສິດທິພອນ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມ ເປີດຕົວຜະລິດຕະພັນໃໝ່ ແລະ ກອງປະຊຸມສຸດຍອດຄູ່ຮ່ວມມື ດ້ານລະບົບນິເວດອາຊຽນຂອງ ບໍລິສັດ iflytek ຈຳກັດ ໄດ້ຈັດຂຶ້ນ. ພາຍໃນກອງປະຊຸມ ຍັງໄດ້ມີກິດຈະກຳລົງນາມບົດບັນທຶກຄວາມເຂົ້າໃຈຈາກຫລາຍພາກສ່ວນ. ໂດຍ ຫ້ອງການ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ລົງນາມ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານເຕັກໂນໂລຊີປັນຍາປະດິດ (AI) ຮ່ວມກັບບໍລິສັດ ເພື່ອແນ່ໃສ່ການຮ່ວມມືໃນຂົງເຂດເຕັກໂນໂລຊີ, ການດຳເນີນງານ ແລະ ການລົງທຶນ, ສົ່ງເສີມການພັດທະນາຮອບດ້ານຂອງ ສປປ ລາວ ໃນຂົງເຂດສັງຄົມ, ເສດຖະກິດ, ວັດທະນະທຳ, ສະຫວັດດີການ ແລະ ອຸດສາຫະກຳ.
ນອກນັ້ນ, ໃນວັນທີ 18 ກັນຍາ 2025 ທ່ານ ຮອງລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ເຂົ້າຮ່ວມກອງປະຊູມໂຕະມົນປັນຍາປະດິດຂັ້ນລັດຖະມົນຕີ ແລະ ເປີດໂຕຊຸດຈຳລອງປັນຍາປະດິດພາສາລາວຮ່ວມກັບ ບໍລິສັດ ALO ເຕັກໂນໂລຊີ ຈຳກັດ ແລະ ບໍລິສັດ ສູນຂໍ້ມູນໃຫຍ່ອາຊຽນ ຈຳກັດ.
ໃນຕອນບ່າຍຂອງວັນດຽວກັນນັ້ນ, ທ່ານ ຮອງລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຍັງໄດ້ນຳພາ ຄະນະເຮັດວຽກຮ່ວມກັບບໍລິສັດການລົງທຶນແຂວງກວາງຊີ ກຣຸບ ຈໍາກັດ (GIG) ແລະ ຫ້ອງການກະຊວງ ຍັງໄດ້ລົງນາມບົດບັນຄວາມເຂົ້າໃຈເພື່ອສຶກສາຄວາມເປັນໄປໄດ້ໃນການຮ່ວມມື ເລື່ອງແອັບພລິເຄຊັນ ປັນຍາປະດິດ (AI) ຮ່ວມກັບ ບໍລິສັດດັ່ງກ່າວ ຕື່ມອີກ.
