ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງໄຊຍະບູລີ ປະກາດການຈັດຕັ້ງ ຫົວໜ້າ, ຮອງຫົວໜ້າຂະແໜງການ.

15/07/2025 ~ 15/07/2025

ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງໄຊຍະບູລີ ປະກາດການຈັດຕັ້ງ ຫົວໜ້າ, ຮອງຫົວໜ້າຂະແໜງການ.

ຕອນບ່າຍວັນທີ 2 ກໍລະກົດ 2025 ນີ້ ຢູ່ທີ່ຫ້ອງປະຊຸມພະແນກດັ່ງກ່າວ ໄດ້ຈັດກອງປະຊຸມປະກາດການຈັດຕັ້ງ ຫົວໜ້າ, ຮອງຫົວໜ້າຂະແໜງການ ພາຍໃຕ້ການເປັນປະທານຂອງທ່ານ ຄໍາເພັດ ພົມມະລາດ ກໍາມະການພັກແຂວງ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງໄຊຍະບູລີ, ມີຫົວໜ້າ, ຮອງຫົວໜ້າຂະແໜງການ, ຫົວໜ້າຫ້ອງການເຕັກໂນໂລຊີ ແລະ ການສື່ສານເມືອງ, ບໍລິສັດ ພ້ອມດ້ວຍພະນກງານ-ລັດຖະກອນ ພາຍໃນພະແນກເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ຄໍາບູ່ ທອງວັນນາ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງໄດ້ຂຶ້ນຜ່ານຂໍ້ຕົກລົງເລກທີ 1081/ຈຂ.ຊຍ, ລົງວັນທີ 17 ມິຖຸນາ 2025 ວ່າດ້ວຍການແຕ່ງຕັ້ງຫົວໜ້າຂະແໜງເຕັກໂນໂລຊີ ແລະ ນະວັດຕະກໍາ ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງໄຊຍະບູລີ, ເຈົ້າແຂວງໄຊຍະບູລີ ຕົກລົງ ແຕ່ງຕັ້ງ ທ່ານ ບຸນປະເສີດ ທີແກ້ວ ຮອງຫົວໜ້າຂະແໜງເຕັກໂນໂລຊີ ແລະ ນະວັດຕະກໍາ ຂຶ້ນເປັນຫົວໜ້າຂະແໜງເຕັກໂນໂລຊີ ແລະ ນະວັດຕະກໍາ ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງໄຊຍະບູລີ, ຂໍ້ຕົກລົງ ເລກທີ 1082/ຈຂ.ຊຍ, ລົງວັນທີ 17 ມິຖຸນາ 2025 ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າຂະແໜງເຕັກໂນໂລຊີ ແລະ ນະວັດຕະກໍາພະແນກເຕັກໂນໂລຊີ ແລະ ການສື່ສານແຂວງໄຊຍະບູລີ ເຈົ້າແຂວງ ຕົກລົງແຕ່ງຕັ້ງ ທ່ານ ພິດສະໝອນ ພິລາບຸນ ພະນັກງານວິຊາການ ຂຶ້ນເປັນຮອງຫົວໜ້າຂະແໜງເຕັກໂນໂລຊີ ແລະ ນະວັດຕະກໍາ ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງໄຊຍະບູລີ. ພ້ອມດຽວກັນນີ້ ຍັງໄດ້ມອບຄອມຈໍານວນໜຶ່ງໃຫ້ເມືອງຫົງສາ ແລະ ເມືອງປາກລາຍ ເພື່ອນໍາໃຊ້ເຂົ້າໃນວຽກງານ.

 

ວາລະສານ ດ້ານໄອຊີທີ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ