ພິທີມອບໂຄງການກໍ່ສ້າງສູນຝຶກອົບຮົມໄອຊີທີຂອງພະແນກເຕັກໂນໂລຊີ ແລະ ການສື່ສານແຂວງໄຊຍະບູລີ.
04/02/2025 ~ 04/02/2025

ໃນຕອນບ່າຍວັນທີ 30 ມັງກອນ 2025 ນີ້ ຢູ່ທີ່ຫ້ອງປະຊຸມພະແນກດັ່ງກ່າວ ໄດ້ຈັດພິທີມອບໂຄງການກໍ່ສ້າງສູນຝຶກອົບຮົມໄອຊີທີຂອງພະແນກເຕັກໂນໂລຊີ ແລະ ການສື່ສານແຂວງໄຊຍະບູລີ ເປັນກຽດເຂົ້າຮ່ວມຂອງທ່ານ ຄໍາເພັດ ພົມມະລາດ ກໍາມະການພັກແຂວງ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ທ່ານ ໂລຣິດ ບັບເບີ ເລຂາເອກ ຕາງໜ້າເອກອັກຄະລາດສະທູດອິນເດຍ ປະຈໍາ ສປປ ລາວ ຕາງໜ້າຜູ້ໃຫ້ທຶນກໍ່ສ້າງໂຄງການ, ມີບັນດາຫົວໜ້າ, ຮອງຫົວໜ້າພະແນກການ, ແຂກຖືກເຊີນ ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນພະແນກດັ່ງກ່າວເຂົ້າຮ່ວມ.
ໃນພິທີທ່ານ ເພັດສັກດາ ມະໂນສິດ ຕາງໜ້າບໍລິສັດ SP ຈໍາກັດຜູ້ດຽວ ໄດ້ຂຶ້ນລາຍງານຜົນການກໍ່ສ້າງວ່າ: ໃນເດືອນ ເມສາ 2024 ທາງບໍລິສັດໄດ້ລົງມືກໍ່ສ້າງອາຄານດັ່ງກ່າວ ໃນເດືອນກໍລະກົດ 2024 ທາງບໍລິສັດ ສົມທົບກັບພະແນກ ແລະ ຄະນະກໍາມະການຮັບຜິດຊອບໂຄງການລົງກວດກາວຽກຕົວຈິງ ເພື່ອກວດກາ ແລະ ປະເມີນ ຢັ້ງຢືນຜົນສໍາເລັດ ດ້ານບໍລິມາດໜ້າວຽກ, ມາຮອດເດືອນ ພະຈິກ 2024 ບໍລິສັດ ໄດ້ສົມທົບກັບຄະນະກໍາມະການຄຸ້ມຄອງໂຄງການຮ່ວມກັບກວດກາໂຄງການຮອບສຸດທ້າຍ ເຫັນວ່າຜົນສໍາເລັດ 100%. ຊຶ່ງເປັນໂຄງການໄລຍະສັ້ນ, ເປັນໂຄງການຂະໜາດນ້ອຍ ເຊິ່ງມີມູນຄ່າໃນການກໍ່ສ້າງ 50,000 ໂດລາສະຫະລັດ ຈາກນັ້ນ ກໍໄດ້ລົງນາມເຊັນບົດບັນທຶກມອບ-ຮັບ ໂຄງການ ໂດຍທ່ານ ຄໍາເພັດ ພົມມະລາດ ກໍາມະການພັກແຂວງ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ທ່ານ ໂລຣິດ ບັບເບີ ເລຂາເອກ ຕາງໜ້າເອກອັກຄະລາດສະທູດອິນເດຍ ປະຈໍາ ສປປ ລາວ ຕາງໜ້າຜູ້ໃຫ້ທຶນກໍ່ສ້າງໂຄງການ ພ້ອມດ້ວຍແຂກຖືກເຊີນເປັນສັກຂີພິຍານ. ພ້ອມນີ້ ຍັງໄດ້ຮ່ວມພິທີເປີດປ້າຍໂຄງການກໍ່ສ້າງສູນຝຶກອົບຮົມໄອຊີທີຂອງພະແນກເຕັກໂນໂລຊີ ແລະ ການສື່ສານແຂວງໄຊຍະບູລີ ຢ່າງເປັນທາງການ.
