24/01/2025 ~ 24/01/2025
 
            
        
            
ໃນວັນທີ 16 ມັງກອນ 2025, ໃນນາມກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ນໍາໂດຍ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ກໍາມະການສູນກາງພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ເຂົ້າຮ່ວມ ກອງປະຊຸມລັດຖະມົນຕີດິຈິຕອນອາຊຽນ ຄັ້ງທີ 5 ( The 5th ASEAN Digital Ministers’ Meeting: ADGMIN ) ເພື່ອພັດທະນາ ແລະ ຫັນເປັນດິຈິຕອນ ພາຍໃຕ້ຄໍາຂວັນ: ສ້າງອະນາຄົດອາຊຽນດິຈິຕອນໃຫ້ທົ່ວເຖິງ, ປອດໄພ ແລະ ມີນະວັດຕະກໍາ “ Secure, Innovative, Inclusive: Shaping ASEAN’s Digital Future ” ໂດຍການໃຫ້ກຽດເຂົ້າຮ່ວມພິທີເປີດຂອງ ພະນະທ່ານ ນາງ ແພທອງທານ ຊິນນະວັດ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ທີ່ ໂຮງແຮມ ອາວານີ+ ຣີເວີໄຊ ໂດຍມີຜູ້ແທນ ຈາກ 10 ປະເທດສະມາຊິກອາຊຽນ ແລະ ຄູ່ເຈລະຈາຮ່ວມມືທີ່ສໍາຄັນ ເຊັ່ນ: ຈີນ, ຍີ່ປຸ່ນ, ສ. ເກົາຫຼີ, ສະຫະລັດອາເມລິກາ, ອິນເດຍ ແລະ ສະຫະພາບໂທລະຄົມມະນາຄົມສາກົນ ( International Telecommunication Union: ITU ) ເຂົ້າຮ່ວມຫຼາຍກວ່າ 300 ຄົນ.


 
 
            

 
                                                                                                 
                                                    