ກອງປະຊຸມປະຖົມມະລຶກ (Kickoff Meeting) ກ່ຽວກັບການ ຈັດຕັ້ງປະຕິບັດ ບົດບັນທຶກສັນຍາການຮ່ວມມື ສາມຝ່າຍ ເພື່ອພັດທະນາລະບົບຫ້ອງການທັນສະໄໝ) ແລະ ປັບປຸງລະບົບການສື່ສານພາກລັດ (G-Chat)

14/01/2025 ~ 14/01/2025

ກອງປະຊຸມປະຖົມມະລຶກ (Kickoff Meeting) ກ່ຽວກັບການ ຈັດຕັ້ງປະຕິບັດ ບົດບັນທຶກສັນຍາການຮ່ວມມື ສາມຝ່າຍ ເພື່ອພັດທະນາລະບົບຫ້ອງການທັນສະໄໝ) ແລະ ປັບປຸງລະບົບການສື່ສານພາກລັດ (G-Chat)

ໃນຕອນບ່າຍ ຂອງວັນທີ 08 ມັງກອນ 2024, ສູນບໍລິຫານລັດດິຈິຕອນ (ສລດ), ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ເປີດກອງປະຊຸມປະຖົມມະລຶກ (Kickoff Meeting) ເພື່ອຜັນຂະຫຍາຍ MOU ການຮ່ວມມືໃນ ການພັດທະນາ ແລະ ເປີດໂຕລະບົບ Smart Office Platform ແລະ ລະບົບການສື່ສານພາກລັດ (G-Chat) ໃຫ້ກັບຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແລະ ບັນດາກະຊວງທຽບເທົ່າ ຮ່ວມກັບ ບໍລິສັດ ອາໂຫຼ ເຕັກໂນໂລຊີ ແລະ ບໍລິສັດ China ASEAN Information Harbor (CAIH) ຈາກ ສປ. ຈີນ. ໂດຍການເປັນປະທານຂອງ ທ່ານ ແກ້ວວິສຸກ ໂສລະພົມ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ມີຄະນະສູນສູນບໍລິຫານລັດດິຈິຕອນ, ຄະນະກົມ ຈາກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຄະນະກົມ ຈາກບັນດາກົມອ້ອມຂ້າງຂອງ ກຕສ, ບໍລິສັດ ອາໂຫຼ ແລະ ບໍລິສັດ CAIH ຫຼາຍກວ່າ 30 ທ່ານ.

 

ຈຸດປະສົງຂອງກອງປະຊຸມນີ້, ແມ່ນເພື່ອປືກສາຫາລື, ຮັບຟັງການລາຍງານຄວາມຄືບໜ້າທາງເຕັກນິກໃນ ການຈັດຕັ້ງປະຕິບັດ ການພັດທະນາ ແລະ ການທົດລອງ ລະບົບ Smart office Platform ແລະ ລະບົບສື່ສານ G-chat ພ້ອມທັງ ປຶກສາຫາລື ແຜນການຕໍ່ໜ້າ ເປັນຕົ້ນ: ການທົດລອງນໍາໃຊ້, ການຝືກອົບຮົມ ແລະ ການເປີດນໍາໃຊ້ຢ່າງເປັນທາງການ ເພື່ອໃຫ້ບັນດາລະບົບສາມາດ ປະຍຸກເຂົ້າໃນວຽກງານການບໍລິຫານລັດ ໃຫ້ມີປະສິດດທິພາບ ແລະ ປະສີດທີຜົນ ແລະ ສອດຄ່ອງກັບຄວາມຕ້ອງການຂອງພາກລັດ. ພ້ອມດຽວກັນນີ້, ບໍລິສັດ CAIH ໄດ້ລາຍງານສະພາບລວມໃນການພັດທະນາລະບົບຫ້ອງການລັດທັນສະໄໝ ເຊີ່ງໃນໄລຍະຜ່ານມາໄດ້ມີການລິເລີ່ມພັດທະນາ ຕັ້ງແຕ່ເດືອນ ກັນຍາ ປີ 2024 ໄດ້ນໍາສະເໜີ ຄວາມສາມາດຂອງລະບົບ (features / function), ຄວາມຄືບໜ້າຂອງການພັດທະນາເຕັກນິກ. ພ້ອມນັ້ນ, ຍັງໄດ້ມີການນຳສະເໜີຕົວຢ່າງ, ວິທີການ ແລະ ຂັ້ນຕອນ ການນຳໃຊ້ລະບົບດັ່ງກ່າວ ໃຫ້ກັບ ຜູ້ເຂົ້າຮ່ວມໄດ້ຮັບຮູ້ ເຊັ່ນ: ລະບົບການບໍລິຫານຈັດການເອກະສານ, ລະບົບການສື່ສານພາກລັດ , ແລະ ບັນດາລະບົບທີ່ມີການຕິດພັນກັບການເຮັດວຽກຂອງອົງການຈັດຕັ້ງພັກ-ລັດ.
ກອງປະຊຸມຄັ້ງນີ້, ໄດ້ມີການແລກປ່ຽນຄຳຄິດເຫັນ ລະຫວ່າງ ທີມພັດທະນາ ຈາກ ບໍລິສັດ CAIH ແລະ ຜູ້ເຂົ້າຮ່ວມ ຢ່າງຟົດຟື້ນ, ເຊິ່ງຜູ້ເຂົ້າຮ່ວມ ໄດ້ມີຄຳຖາມເຈາະຈິ້ມ ທາງດ້ານຮູບແບບການນຳໃຊ້,ຄວາມສາມາດໃນການຂະຫຍາຍລະບົບ ແລະ ການເຊື່ອມໂຍງເຮັດວຽກ ກັບລະບົບທີມີຢູ່, ພ້ອມທັງ ຂໍ້ສະເໜີໃນການປັບປຸງ ບາງອົງປະກອບເພື່ອໃຫ້ຕອບໂຈດກັບສະພາບຂອງແຕ່ລະຫ້ອງການ.
 
ຕອນທ້າຍ, ທ່ານ ແກ້ວວິສຸກ ໂສລະພົມ ໄດ້ໃຫ້ກຽດມີຄຳເຫັນຕໍ່ກອງປະຊຸມ ຊຶ່ງທ່ານໄດ້ກ່າວວ່າ: ປະຈຸບັນ ສ.ປ.ປ.ລາວ ມີຄວາມເນັ້ນຍ້ຳໃນການພັດທະນາວຽກງານ ການຫັນເປັນດິຈິຕອນ ເຊິ່ງໄດ້ສະແດງອອກ ໂດຍການກຳນົດ 03 ເສົາຄໍ້ຳຍຸດທະສາດຄື: ລັດດິຈິຕອນ, ເສດຖະກິດດິຈິຕອນ ແລະ ສັງຄົມດິຈິຕອນ. ການພັດທະນາລະບົບ Smart Office Platform ແລະ ປັບປຸງລະບົບສື່ວານພາກລັດ G-chat ຖືວ່າເປັນບາດກ້າວໜຶ່ງທີ່ສຳຄັນ ໃຫ້ແກ່ ການພັດທະນາ ລັດດິຈິຕອນ, ພຣັດຟອມນີ້ ເປັນເຄື່ອງມືອັນສໍາຄັນ ທີ່ຈະຊ່ວຍໃຫ້ການເຮັດວຽກຂອງອົງການຈັດຕັ້ງພັກ-ລັດ ມີຄວາມສະດວກ, ວ່ອງໄວ, ທັນສະໄໝ ແລະ ປອດໄພ ໂດຍການຊ່ວຍຫຼຸດຜ່ອນເວລາການເຮັດວຽກຂອງພະນັກງານ ແຕ່ປະສິດທິພາບການເຮັດວຽກຍັງຄືເກົ່າ. ພ້ອມດຽວກັນນັ້ນ, ລະບົບດັ່ງກ່າວ ຍັງຈະຊ່ວຍ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ ພະນັກງານລັດຖະກອນ ໃນຂອບເຂດທົ່ວປະເທດ ໃຫ້ມີຄວາມຮູ້ໃນການປະຍຸກ ແລະ ນຳໃຊ້ເຄື່ອງມືດິຈິຕອນ ເຂົ້າມາໝູນໃຊ້ໃນວຽກງານຂອງຕົນໃຫ້ມີປະສິດທິຜົນ”. ພ້ອມທັງ ໃຫ້ຮັບປະກັນ ຄວາມສາມາດເຊື່ອມໂຍງບັນດາລະບົບດັ່ງກ່າວນີ້ ເຂົ້າກັບລະບົບທີ່ມີຢູ່ໃນປະຈຸບັນ ແລະ ພ້ອມທັງເຊື່ອມໂຍງບັນດາຂໍ້ມູນຂອງພັກ-ລັດ ໄດ້ຢ່າງມີປະສິດທິພາບ ແລະ ຮັບປະກັນການສ້າງຄວາມອາດສາມາດໃຫ້ບຸກຄະລາກອນພາກລັດໃນການນໍາໃຊ້.

 

ວາລະສານ ດ້ານໄອຊີທີ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ