ກອງປະຊຸມເປີດກວ້າງ ເພື່ອທາບທາມຄໍາເຫັນໃສ່ຮ່າງແຜນວຽກລະບົບນິເວດສະຕາດອັບ ຂອງ ສປປ ລາວ ແຕ່ປີ 2024-2030

14/01/2025 ~ 14/01/2025

ກອງປະຊຸມເປີດກວ້າງ ເພື່ອທາບທາມຄໍາເຫັນໃສ່ຮ່າງແຜນວຽກລະບົບນິເວດສະຕາດອັບ ຂອງ ສປປ ລາວ ແຕ່ປີ 2024-2030

ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມເປີດກວ້າງ ເພື່ອທາບທາມຄໍາເຫັນໃສ່ຮ່າງແຜນວຽກລະບົບນິເວດສະຕາດອັບ ຂອງ ສປປ ລາວ ແຕ່ປີ 2024-2030 (Startup Ecosystem Roadmap Lao PDR 2024-2030) ພາຍໃຕ້ໂຄງການກອງທຶນພິເສດຂອບການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໃນຫົວຂໍ້: “ສ້າງຄວາມເຂັ້ມແຂງດ້ານລະບົບນິເວດສະຕາດອັບ (Startup) ໃນ ສປປ ລາວ, ຫວຽດນາມ ແລະ ໄທ” ຂຶ້ນໃນຕອນເຊົ້າ ຂອງວັນທີ 20 ທັນວາຜ່ານມານີ້. ໃຫ້ກຽດເຂົ້າຮ່ວມເປັນປະທານກອງປະຊຸມ ຂອງ ທ່ານ ປອ. ສັນຕິສຸກ ສິມມາລາວົງ, ຮອງລັດຖະມົນຕີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາຄະນະພະແນກ ແລະ ວິຊາການ ທີກ່ຽວຂ້ອງ ຈາກ ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ, ຜູ້ຕາງໜ້າຈາກຫ້ອງການ ກຕສ, ຜູ້ຕ່າງໜ້າຈາກສະມາຄົມ SME, ຜູ້ຕາງໜ້າຈາກມະຫາວິທະຍາໄລແຫ່ງຊາດ, ຜູ້ຕ່າງໜ້າຈາກພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ຫຼວງພະບາງ, ຂະແໜງການຕ່າງໆ ພາຍໃນ ແຂວງ ຫຼວງພະບາງ, ບັນດາບໍລິສັດຜູ້ປະກອບການ ທຸລະກິດລິເລີ່ມ (start up) ໃນ ສປປ ລາວ ແລະ ຜູ້ຕາງໜ້າ start up ຈາກ ສສ ຫວຽດນາມ, ຕາງໜ້າ start up ຈາກ ຣາຊາອານາຈັກໄທ ແລະ ບໍລິສັດ ທີ່ປຶກສາໂຄງການ ເຂົ້າຮ່ວມ.
 
ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອຈັດຕັ້ງຜັນຂະຫຍາຍ ໂຄງການຮ່ວມມືລະດັບພາກພື້ນແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໃນຫົວຂໍ້ “ສ້າງຄວາມເຂັ້ມແຂງດ້ານລະບົບນິເວດສະຕາດອັບ (Startup) ໃນ ສປປ ລາວ, ຫວຽດນາມ ແລະ ໄທ” ເພື່ອກໍານົດກາລະໂອກາດ ແລະ ສິ່ງທ້າທາຍ ຂອງ ລະບົບນິເວດສະຕາດອັບ ໃນ ສປປ ລາວ, ຫວຽດນາມ ແລະ ໄທ, ຕີລາຄາສະພາບແວດລ້ອມທີ່ເອື້ອອຳນວຍ ທາງດ້ານນະໂຍບາຍການເຂົ້າເຖິງແຫຼ່ງທຶນ, ຄວາມອາດສາມາດ, ສ້າງແຜນການຈັດຕັ້ງປະຕິບັດການຖ່າຍທອດເຕັກໂນໂລຊີ ເປັນຕົ້ນແມ່ນ: ສ້າງສູນບົ່ມເພາະ, ພຶ້ນທີ່ເຮັດວຽກຮ່ວມກັນຂອງ start up ຢູ່ ສປປ ລາວ ແລະ ເພື່ອຜັນຂະຫຍາຍຍຸດທະສາດ ໃນການພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ ໄລຍະ 10 ປີ (2021-2030) ແລະ ແຜນພັດທະນາ ເຕັກໂນໂລຊີ ແລະ ການສື່ສານ ໄລຍະ 5 ປີ (2021-2025) ຄັ້ງທີ III.
 
ໃນໂອກາດນີ້, ບັນດາຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການ ແລະ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ, ບັນດາບໍລິສັດຜູ້ປະກອບການ ທຸລະກິດ start up ໃນ ສປປລາວ ແລະ ສ. ຫວຽດນາມ, ຣາຊາອານາຈັກໄທ ແລະ ບໍລິສັດ ທີ່ປຶກສາໂຄງການ ໄດ້ນຳສະເໜີກ່ຽວກັບການສ້າງລະບົບນິເວດສະຕາດອັບ ທີ່ເຂັ້ມແຂງ ໃນ ສປປ ລາວ, ກໍລະນີສຶກສາລະບົບນິເວດສະຕາດອັບຢູ່ ພາກພື້ນ ແລະ ສາກົນ, ລະບົບນິເວດສະຕາດອັບຢູ່ ສປປ ລາວ, ລະບົບນິເວດສະຕາດອັບ ຂອງ ສສ ຫວຽດນາມ, ລະບົບນິເວດສະຕາດອັບ ຂອງຣາຊາອານາຈັກໄທ ແລະ ນຳສະເໜີກ່ຽວກັບຮ່າງແຜນວຽກລະບົບນິເວດສະຕາດອັບ ( Draft Startup Ecosystem Roadmap). ຕອນທ້າຍ ບັນດາຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນເອົາໃຈໃສ່ຄົ້ນຄວ້າບັນດາເອກະສານຕ່າງໆ ໃຫ້ລະອຽດເລິກເຊີ່ງ ພ້ອມທັງປະກອບຄຳຄິດຄຳເຫັນແບບພາວະວິໃສ ເພື່ອໃຫ້ມີຂໍ້ມູນຄົບຖ້ວນ ນຳໄປປັບປຸງບັນດາເນື້ອໃນເອກະສານໃຫ້ສົມບຸນ ແລະ ສາມາດສ້າງແຜນວຽກລະບົບນິເວດສະຕາດອັບ ຂອງ ສປປ ລາວ ແຕ່ປີ 2024-2030 (Startup Ecosystem Roadmap Lao PDR 2024-2030) ໃຫ້ໄປຕາມເປົ້າໝາຍທີ່ກໍານົດໄວ້ ຂອງໂຄງການ. ບັນດາແຜນວຽກທີ່ຖືກກຳນົດອອກມາພາຍໃຕ້ກອບ ຂອງໂຄງການດັ່ງກ່າວ ແມ່ນຈະກາຍເປັນຂໍກະແຈ (Keyword) ສຳຄັນໃນການຂັບເຄື່ອນວຽກງານສະຕາດອັບໃຫ້ໄປຕາມແຜນວຽກທີ່ກໍານົດໄວ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ.

 

ວາລະສານ ດ້ານໄອຊີທີ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ