ອົງການປົກຄອງແຂວງ ໄຊຍະບູລີ ສະຫຼຸບວຽກງານ ປະຈໍາປີ 2024.
31/12/2024 ~ 31/12/2024
ກອງປະຊຸມອົງການປົກຄອງແຂວງ ໄຊຍະບູລີ ປະຈໍາປີ 2024 ແລະ ທິດທາງແຜນການປະຈໍາປີ 2025 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 24 ທັນວາ ປີນີ້, ທີ່ສະໂມສອນຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ, ເຂົ້າຮ່ວມມີຮອງເຈົ້າແຂວງ, ມີຫົວໜ້າ, ຮອງຫົວໜ້າພະແນກການ, ກົມກອງອ້ອມຂ້າງແຂວງ, ມີເຈົ້າເມືອງ 11 ເມືອງເຂົ້າຮ່ວມ.
ໃນກອງປະຊຸມທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ຈະໄດ້ດໍາເນີນເປັນເວລາ 1 ວັນເຕັມ ແລະ ຈະໄດ້ພ້ອມກັນຄົ້ນຄວ້າປຶກສາຫາລື ບັນດາວຽກງານ ທີ່ສຳຄັນຂອງແຂວງຄື: ຮັບຟັງລາຍງານ ການສະຫຼຸບຕີລາຄາກ່ຽວກັບການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນຂອງອົງການປົກຄອງແຂວງໄຊຍະບູລີ ປະຈຳປີ 2024 ແລະ ທິດທາງແຜນການ ປີ 2025, ຮັບຟັງລາຍງານ ການປະກອບຄໍາເຫັນຕາມ 6 ຂົງເຂດວຽກງານ ຄື: ຂົງເຂດວຽກງານ ປກຊ-ປກສ, ວຽກງານການຕ່າງປະເທດ; ຂົງເຂດເສດຖະກິດ; ຂົງເຂດວັດທະນະທໍາ-ສັງຄົມ; ຂົງເຂດວຽກງານບໍລິຫານລັດ ແລະ ຕຸລາການ; ຈາກນັ້ນທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ ໄດ້ຂຶ້ນຜ່ານບົດລາຍງານຫຍໍ້ກ່ຽວການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນຂອງອົງການປົກຄອງແຂວງ ປະຈຳປີ 2024 ແລະ ທິດທາງແຜນການ ປີ 2025 ເຊິ່ງທ່ານໄດ້ໃຫ້ຮູ່ວ່າ: 1 ປີຜ່ານມາແມ່ນໄດ້ສຸມໃສ່ຈັດຕັ້ງປະຕິບັດບັນດາຄາດໝາຍສູ້ຊົນ ດ້ວຍຈິດໃຈບຸກທະລຸ ເຮັດໃຫ້ເສດຖະກິດຂອງແຂວງໄດ້ຂະຫຍາຍຕົວຢູ່ໃນລະດັບ 5,4%, ລວມຍອດຜະລິດຕະພັນພາຍໃນບັນລຸໄດ້ 23.868 ຕື້ກີບ ສະເລ່ຍໃສ່ຫົວຄົນ ໄດ້ 36 ລ້ານກີບຕໍ່ຄົນຕໍ່ປີ, ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ທັງໜົດ 2.347,38 ຕື້ກີບ, ເທົ່າກັບ 112,19% ຂອງແຜນການປີ; ຄຸ້ມຄອງລາຍຈ່າຍ ໄດ້ທັງໝົດ 681,63 ຕື້ກີບ, ເທົ່າກັບ 95,72% ຂອງແຜນດັດແກ້, ໄດ້ລະດົມທຶນທົ່ວສັງຄົມເຂົ້າໃນການພັດທະນາ ໄດ້ທັງໝົດ 4.070,94 ຕື້ກີບ ເທົ່າກັບ 95,65% ຂອງແຜນການປີ, ໃນນີ້: ການລົງທຶນຂອງລັດມູນຄ່າ 143,66 ຕື້ກີບ; ທຶນຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ປະຕິບັດໄດ້ 45 ໂຄງການ ມູນຄ່າ 119,77 ຕື້ກີບ; ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ ໄດ້ທັງໝົດ 2.432,75 ຕື້ກີບ, ນອກນັ້ນຍັງໄດ້ຊຸກຍູ້ສົ່ງເສີມການຜະລິດກະສິກໍາ, ດ້ວຍການຫັນໄປສູ່ເຕັກນິກໃໝ່ ທັນສະໄໝ ເທື່ອລະກ້າວ, ສາມາດຄ້ຳປະກັນທາງດ້ານສະບຽງອາຫານໄດ້ຢ່າງພຽງພໍ, ການຜະລິດສິນຄ້າກະສິກຳສົ່ງອອກມີປະລິມານເພີ່ມຂຶ້ນ, ເຊີ່ງສາມາດຜະລິດເຂົ້າໄດ້ທັງໝົດ 197.500 ໂຕນ, ເຂົ້ານາປີ 167.102 ໂຕນ, ເຂົ້າໄຮ່ 22.474 ໂຕນ ແລະ ເຂົ້ານາແຊງ 7.924 ໂຕນ, ຜະລິດພືດເປັນສິນຄ້າໄດ້ທັງໝົດ 3.286.898 ໂຕນ, ສະເພາະມັນຕົ້ນມີເນື້ອທີ 96.145 ກວ່າເຮັກຕາ, ເກັບກູ້ສໍາເລັດແລ້ວ 43.196 ກວ່າເຮັກຕາ ເທົ່າກັບ 44,93%; ອັນທີ່ພົ້ນເດັ່ນ ແມ່ນການປູກກາເຟຂອງປະຊາຊົນຢູ່ເມືອງໄຊສະຖານ ເຊິ່ງມີເນື້ອທີ່ທັງໝົດ 298 ເຮັກຕາ ກວມເອົາ 21 ບ້ານ ມີຈໍານວນ 980.000 ກວ່າຕົ້ນ.