ກອງປະຊຸມສຳມະນາກ່ຽວກັບແຜນພັດທະນາເສດຖະກິດດິຈິຕ໋ອນຂອງ ສປປ ລາວ ໃຫ້ພະນັກງານຫຼັກແຫຼ່ງ ອ້ອມຂ້າງເມືອງພຽງ ແຂວງໄຊຍະບູລີ

17/09/2024 ~ 17/09/2024

ກອງປະຊຸມສຳມະນາກ່ຽວກັບແຜນພັດທະນາເສດຖະກິດດິຈິຕ໋ອນຂອງ ສປປ ລາວ ໃຫ້ພະນັກງານຫຼັກແຫຼ່ງ ອ້ອມຂ້າງເມືອງພຽງ ແຂວງໄຊຍະບູລີ

ຕອນບ່າຍວັນທີ 12 ກັນຍາ 2024 ນີ້ ທີມງານຂອງ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ ໄດ້ລົງປະສານສົມທົບກັບຫ້ອງວ່າການເມືອງພຽງ ເພື່ອຈັດກອງປະຊຸມສຳມະນາກ່ຽວກັບແຜນພັດທະນາເສດຖະກິດດິຈິຕ໋ອນ ຂອງ ສປປ ລາວ ໃຫ້ແກ່ພະນັກງານຫຼັກແຫ່ງ ອ້ອມຂ້າງເມືອງພຽງ ຢູ່ທີ່ຫ້ອງປະຊຸມຂອງຫ້ອງວ່າການເມືອງພຽງ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພົມມີ ພອນມະນີ ຫົວໜ້າຫ້ອງວ່າການ ແລະ ທ່ານ ນິລັນດອນ ຈິດຕະກອນ ຮອງຫົວໜ້າ ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ມີທີມງານວິທະຍາກອນຈາກ ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ຫົວໜ້າ ຫຼື ຮອງຫົວໜ້າຫ້ອງການ, ມີຫົວໜ້າ, ຮອງຫົວໜ້າໜ່ວຍງານ, ພະນັກງານວິຊາການ, ອົງການ ກົມກອງ ອ້ອມຂ້າງເມືອງເຂົ້າຮ່ວມທັງໝົດ 65 ທ່ານ, ຍິງ 13 ທ່ານ.

 

ທ່ານ  ທ່ານ ພົມມີ ພອນມະນີ ຫົວໜ້າຫ້ອງວ່າການ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ,  ຈາກນັ້ນທ່ານ ນິລັນດອນ ຈິດຕະກອນ ຮອງຫົວໜ້າ ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ໄດ້ຂື້ນເຜີຍແຜ່ ຄວາມຮູ້ພື້ນຖານດ້ານເຕັກໂນໂລຊີການສື່ສານ ແລະ ແຜນພັດທະນາເສດຖະກິດດິຈິຕ໋ອນ ຂອງ ສປປ ລາວ ທ່ານໃຫ້ຮູ້ວ່າ: ເຕັກໂນໂລຊີ ແມ່ນການໃຊ້ຄວາມຮູ້ທາງດ້ານວິທະຍາສາດມາພັດທະນາເປັນເຄື່ອງຈັກ, ເຄື່ອງມື ແລະ ອຸປະກອນຕ່າງໆທີ່ທັນສະໄຫມ ເພື່ອໃຊ້ຊ່ວຍວຽກຄົນໃນການເຮັດວຽກງານໃດຫນຶ່ງໃຫ້ມີປະສິດທິຜົນ ແລະ ປະສິດທິພາບສູງຂື້ນການສື່ສານ (Telecommunications) ໝາຍເຖີງການສື່ສານໄລຍະໄກໂດຍນຳໃຊ້ Technology ຕ່າງໆໃນການຕິດຕໍ່ສື່່ສານຜ່ານຄື້ນແມ່ເລັກໄຟຟ້າ, ແສງ, ສຽງຜ່ານຮູບແບບມີສາຍ (Cable) ແລະ ບໍ່ມີສາຍ (Wireless) ເຊັັ່ນ: ວິທະຍຸ, ໂທລະທັດ, ດາວທຽມ, ໂທລະສັບ, ອິນເຕີເນັດ, ຮູບແບບການສົ່ງຂໍ້ມູນເຊັັ່ນ: ຕົວເລກ, ຕົວອັກສອນ, ພາບ, ສຽງ ແລະ ວິດີໂອ ປັດຈຸບັນ ເຕັກໂນໂລຊີການສື່ສານໄດ້ເຂົ້າມາມີບົດບາດສຳຄັນໃນຊີວິດ ບໍ່ວ່າຈະເປັນການບໍລິຫານຈັດການຂໍ້ມູນ,ການສື່ສານ ເຊີື່ງຈະສ້າງຄວາມສະດວກສະບາຍໃນດ້ານຕ່າງໆເຊັັ່ນ: ວຽກງານການສຶກສາ, ວຽກງານດ້ານການແພດ, ດ້ານກະສິກຳ ແລະ ອຸດສາຫະກຳ, ດ້ານການເງິນ ການທະນາຄານ, ດ້ານຄວາມໝັ້ນຄົງ, ດ້ານການຄົມມະນາຄົມ, ດ້ານສະຖາປັດຕະຍະກໍາ ແລະ ດ້ານການຄ້າ.

 

 

ໃນກອງປະຊຸມຍັງໄດ້ຮັບຟັງ ການເຜີຍແຜ່ ຄວາມຮູ້ເບື້ອງຕົ້ນ ກ່ຽວກັບອາຊະຍາກຳທາງໄຊເບີ, ຄວາມຮູ້ກ່ຽວກັບການນຳໃຊ້ ສື່ສັງຄົມອອນລາຍ, ເຜີຍແຜ່ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກຳທາງລະບົບຄອມພິວເຕີ. ຈາກນັ້ນບັນດາທ່ານຜູ້ເຂົ້າຮ່ວມກໍ່ໄດ້ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ພ້ອມທັງ ສັງລວມຄຳເຫັນແກ້ໄຂຂໍ້ຂ້ອງໃຈ ຕອນທ້າຍຂອງກອງປະຊຸມ ທ່ານ ພົມມີ ພອນມະນີ ຫົວໜ້າຫ້ອງວ່າການ ກໍ່ໄດ້ມີຄຳເຫັນໂອ້ລົມຕໍ່ວຽກງານດັ່ງກ່າວຕື່ມອີກ.

 

ຂ່າວໂດຍ: ນາງ ສຸນິດາ ສົມສີ

 

ວາລະສານ ດ້ານໄອຊີທີ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ