ກອງປະຊຸມໃຫຍ່ສະມາຊິກກໍາມະບານຮາກຖານ ພະແນກ ຕສ ແຂວງ ຄັ້ງທີ I ວັນທີ 29 ສິງຫາ 2024

03/09/2024 ~ 03/09/2024

ກອງປະຊຸມໃຫຍ່ສະມາຊິກກໍາມະບານຮາກຖານ ພະແນກ ຕສ ແຂວງ ຄັ້ງທີ I ວັນທີ 29 ສິງຫາ 2024

ໃນວັນທີ 29 ສິງຫາ 2024 ກໍາມະບານຮາກຖານ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ ໄດ້ເປີດກອງປະຊຸມໃຫຍ່ ສະມາຊິກກໍາມະບານ ຄັ້ງທີ I ຂຶ້ນຢູ່ຫ້ອງປະຊຸມ ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ໂດຍການເປັນປະທານຂອງສະຫາຍ ມິດສົງການ ໄຊດວງຕາ ປະທານກໍາມະບານຮາກຖານ, ເປັນກຽດເຂົ້າຮ່ວມກອງປະຊຸມໂດຍ ສະຫາຍ ບົວວັນ ແກ້ວສະຫວ່າງ ປະທານສະຫະພັນກໍາມະບານ ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ສະຫາຍ ຊາຍ ລາໄພບູນ ຮອງເລຂາໜ່ວຍພັກ, ແຂກຖືກເຊີນ ແລະ ສະມາຊິກກໍາມະບານພາຍໃນຮາກຖານກຳມະບານ ເຂົ້າຮ່ວມທັງໝົດ 25 ສະຫາຍ, ຍິງ 08 ສະຫາຍ.

ກອງປະຊຸມໄດ້ເປັນເອກະພາບຮັບຮອງເອົາບົດລາຍງານການເມືອງ ທັງ 02 ພາກ ເຊີ່ງໃນໄລຍະ 05 ປີຜ່ານມາ ກຳມະບານຮາກຖານ ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ໄດ້ເອົາໃຈໃສ່ສຶກອົບຮົມສະມາຊິກກໍາມະບານ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳສິນທຳປະຕິວັດ, ເປັນພະນັກງານທີ່ດີ ແລະ ເປັນພົນລະເມືອງດີ ແນ່ໃສ່ເປັນກໍາລັງແຮງໃຫ້ແກ່ຄະນະພັກ ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ໃຫ້ກາຍເປັນກໍາລັງນໍາໜ້າໃນການຈັດຕັ້ງປະຕິບັດແນວທາງຂອງພັກ, ກົດໝາຍຂອງລັດ, ຕັ້ງໜ້າປັບປຸງການຈັດຕັ້ງຂອງກໍາມະບານໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ຕິດພັນກັບ ການສ້າງໜ່ວຍພັກປອດໄສ ເຂັ້ມແຂງ ແລະ ໜັກແໜ້ນ, ຂະຫຍາຍສະມາຊິກກໍາມະບານຕາມເງື່ອນໄຂຕົວຈິງ, ເຕົ້າໂຮມຄວາມສາມັກຄີ, ປະຕິບັດແຜນການເຄື່ອນໄຫວວຽກງານຄະນະພັກ ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ວາງອອກ, ການປະຕິບັດບັນດາວຽກງານທີ່ພົວພັນເຖິງການປົກປ້ອງສິດຜົນປະໂຫຍດຂອງສະມາຊິກກຳມະບານ, ເກັບເງິນບໍາລຸງ, ເງິນກອງຊ່ວຍເຫຼືອເຊິ່ງກັນ ແລະ ກັນໃຫ້ໄດ້ຕາມລະດັບຄາດໝາຍ ແລະ ທັນເວລາ, ຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າຂອງກໍາມະບານລາວ ໃຫ້ຕິດພັນກັບວຽກງານ ແລະ ຂະບວນການຕ່າງໆ ພາຍໃນສະຫະພັນກໍາມະບານໃຫ້ເປັນຂະບວນການຟົດຟື້ນ

ໃນກອງປະຊຸມຄັ້ງ ສະມາຊິກກໍາມະບານ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ເລືອກຕັ້ງເອົາຄະນະກໍາມະບານຊຸຸດໃໝ່ ແລະ ດໍາເນີນກອງປະຊຸມຄັ້ງປະຖົມມະລຶກ ເຊິ່ງມີເນື້ອໃນດັ່ງນີ້: ປະຊາມະຕິເລືອກຕັ້ງເອົາຄະນະກໍາມະບານ ພະແນກ ຕສ ແຂວງ ຊຸດໃໝ່ 03 ສະຫາຍ ຄື: 1) ສະຫາຍ ມິດສົງການ ໄຊດວງຕາ, 2) ສະຫາຍ ຍົມມະນີ ແກ້ວບົວ, 3) ສະຫາຍ ໜໍ່ແກ້ວ ທິແກ້ວ, ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະກໍາມະບານ ພະແນກ ຕສ ແຂວງ ໄດ້ຄົ້ນຄ້ວາ ແລະ ເປັນເອກະສັນກັນຮັບຮອງເອົາບັນດາເນື້ອໃນຕົ້ນຕໍດັ່ງນີ: ເລືອກຕັ້ງເອົາ ປະທານ, ຮອງປະທານ, ປະທານກວດກາ ກໍາມະບານ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງ ສະໄໝທີ I ດັ່ງນີ້: 1) ສະຫາຍ ມິດສົງການ ໄຊດວງຕາ ເປັນປະທານກໍາມະບານຮາກຖານ, 2) ສະຫາຍ ຍົມມະນີ ແກ້ວບົວ ເປັນຮອງປະທານ, ທັງເປັນປະທານກວດກາກໍາມະບານ, 3) ສະຫາຍ ໜໍ່ແກ້ວ ທິແກ້ວ ເປັນຮອງປະທານກໍາມະບານຮາກຖານ.

ໃນຕອນທ້າຍກອງປະຊຸມ ໄດ້ເປັນກຽດຮັບຟັງຄຳເຫັນໂອ້ລົມຂອງ ສະຫາຍ ບົວວັນ ແກ້ວສະຫວ່າງ ປະທານກຳມະບານພະແນກ ເຕັກໂນໂລຊີ ແລະ ການສື່ສານແຂວງ ທີ່ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານ ທີ່ກຳມະບານຮາກຖານພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ຍາດມາໄດ້ຕະຫຼອດໄລຍະທີ່ຜ່ານມາ ແລະ ສະຫາຍໄດ້ເນັ້ນໜັກບາງບັນຫາເປັນຕົ້ນແມ່ນຕ້ອງເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ, ວຽກງານປົກປ້ອງສິດຜົນປະໂຫຍດອັນຊອບທຳ ຂອງ ສະມາຊິກກຳມະບານ, ການເຄື່ອນໄຫວວຽກງານຂອງອົງການຈັດຕັ້ງກຳມະບານ ຕິດພັນກັບວຽກງານວິຊາສະເພາະ ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.

ພາບ-ຂ່າວໂດຍ: ນາງ ສຸນິດາ ສົມສີ

 

 

ວາລະສານ ດ້ານໄອຊີທີ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ