ສຳມະນາກ່ຽວກັບການພັດທະນາມາດຕະຖານເຊື່ອມຕໍ່ລັດດິຈິຕອນຂອງ ສປປ ລາວ

29/08/2024 ~ 29/08/2024

ສຳມະນາກ່ຽວກັບການພັດທະນາມາດຕະຖານເຊື່ອມຕໍ່ລັດດິຈິຕອນຂອງ ສປປ ລາວ

ສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມສຳມະນາ ການພັດທະນາມາດຕະຖານເຊື່ອມຕໍ່ລັດດິຈິຕອນ ຂອງ ສປປ ລາວ (Development of e-Government Interoperability Framework awareness raising workshop) ຂຶ້ນໃນຕອນເຊົ້າຂອງວັນທີ ວັນທີ 28 ສິງຫາ 2024, ທີ່ຫ້ອງປະຊຸມໃຫຍ່ ຕຶກ F ຂອງ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ນາງ ວັນນະພາ ພົມມະທັນສີ, ຮອງຫົວໜ້າສູນບໍລິຫານລັດດິຈິຕອນ, ຊຶ່ງມີຕາງໜ້າຈາກບັນດາກົມ, ສູນ, ອົງການ, ສະຖາບັນ ພາຍໃນກະຊວງເຕັກໂນໂລຊີ ແລະ ການສື່ສານ, ບັນດາກະຊວງອ້ອມຂ້າງ, ຕາງໜ້າຈາກອົງການຂໍ້ມູນຂ່າວສານແຫ່ງຊາດ (NIA) ແລະ ຄະນະທີ່ປຶກສາຈາກ ບໍລິສັດ KTC ສ.ເກົາຫຼີ ເຂົ້າຮ່ວມລວມຈໍານວນທັງໝົດ 50 ທ່ານ.

ຈຸດປະສົງຂອງການຈັດກອງປະຊຸມສໍາມະນາໃນຄັ້ງນີ້ແມ່ນ ເພື່ອສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈກ່ຽວກັບມາດຕະຖານເຊື່ອມໂຍງພາກລັດ (e-GIF), ນຳສະເໜີບັນດາມາດຕະຖານສາກົນ, ຄວາມຈໍາເປັນໃນການພັດທະນາມາດຕະຖານການເຊື່ອມຕໍ່ ລັດດິຈິຕອນ ແລະ ແນະນໍາແບບສອບຖາມ ໃນການເກັບກໍາຂໍ້ມູນເພື່ອພັດທະນາຂອບມາດຕະຖານການເຊື່ອມຕໍ່ລັດດິຈິຕອນ ສໍາລັບ ສປປ ລາວ ແລະ ຍົກລະດັບຄວາມຮູ້ຄວາມສາມາດຂອງພະນັກງານ-ລັດຖະກອນ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ບັນດາກະຊວງອ້ອມຂ້າງ ໃນຂົງເຂດດິຈິຕອນ ໃຫ້ເຂົ້າໃຈວຽກງານມາດຕະຖານລະບົບໃຫ້ຫຼາຍຂຶ້ນ. ກອງປະຊຸມສໍາມະນາໃນຄັ້ງນີ້ ຈັດຂຶ້ນເປັນກິດຈະກໍາ ປີທີ 2 ພາຍໃຕ້ຂອບການຮ່ວມມືຂອງໂຄງການ ສູນຮ່ວມມືລັດດິຈິຕອນ ລາວ-ສ.ເກົາຫຼີ (DGCC) ທີ່ດໍາເນີນເປັນໄລຍະເວລາ 3 ປີ (ເລີ່ມແຕ່ປີ 2023-2025) ລະຫວ່າງ ກະຊວງພາຍໃນ ແລະ ຄວາມປອດໄພ ສ. ເກົາຫຼີ (MOIS), ອົງການຂໍ້ມູນຂ່າວສານແຫ່ງຊາດ (NIA) ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ.

 

ໃນຕອນທ້າຍຂອງກອງປະຊຸມ ໄດ້ເປີດເວທີສົນທະນາ ແລກປ່ຽນ ແລະ ປຶກສາຫາລືປະກອບຄໍາຄິດເຫັນ, ຮັບຟັງຂໍ້ສະເໜີຕ່າງໆຈາກບັນດາກະຊວງອ້ອມຂ້າງ ແລະ ແຂກທີ່ເຂົ້າຮ່ວມ ໂດຍສະເພາະສະພາບການພັດທະນາ ເຕັກນິກຂອງບັນດາລະບົບ, ສິ່ງທ້າທາຍ, ຂໍ້ສະເໜີ ເພື່ອການຮ່ວມມື ລະຫວ່າງພາກລັດໃນການສ້າງມາດຕະຖານ ຮ່ວມກັນ ເພື່ອຮັບປະກັນການເຊື່ອມໂຍງຂໍ້ມູນ, ຄວາມປອດໄພ ແລະ ເພື່ອຫຼຸດຜ່ອນການລົງທິນທີ່ຊໍ້າຊ້ອນ ແລະ ເພື່ອສາມາດຕໍ່ຍອດການພັດທະນາ ບັນດາລະບົບ ແລະ ແພຼັດຟອມ ທີ່ມີປະສີທິດພາບ ແລະ ຄວາມຍືນຍົງໃນອະນາຄົດ. ຜົນຂອງການສໍາມະນາ ແລະ ບົດຮຽນທີ່ຖອດຖອນໃນການປຶກສາຫາລືໃນຄັ້ງນີ້ ຈະນຳໄປຄົ້ນຄວ້າເພື່ອປະເມີນສະພາບການພັດທະນາ ແລະ ສ້າງບົດລາຍງານ ຂໍ້ສະເໜີ ກົນໄກການວາງມາດຕະຖານການເຊື່ອມຕໍ່ລັດດິຈິຕອນ ຂອງ ສປປ ລາວ ຢ່າງເໝາະສົມ ແລະ ສອດຄ່ອງກັບພາກພື້ນ ແລະ ສາກົນ.
ກອງປະຊຸມສໍາມະນາດັ່ງກ່າວ ເປັນໜຶ່ງໃນຂໍ້ລິເລີ່ມໃນການຊຸກຍູ້ການພັດທະນາລັດຖະບານດິຈິຕອນ ຂອງ ສປປ ລາວ ແລະ ແຜນການຫັນເປັນດິຈິຕອນພາກລັດ ເພື່ອສຸມໃສ່ການປັບປຸງດັດສະນີການພັດທະນາລັດຖະບານດິຈິຕອນ ຂອງ ສປປລາວ ໃຫ້ດີຂຶ້ນເທື່ອລະກ້າວ.
 

 

ວາລະສານ ດ້ານໄອຊີທີ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ