ກອງປະຊຸມສຳມະນາກ່ຽວກັບແຜນພັດທະນາເສດຖະກິດດິຈິຕ໋ອນຂອງ ສປປ ລາວ ໃຫ້ພະນັກງານຫຼັກແຫຼ່ງ ອ້ອມຂ້າງເມືອງໄຊຍະບູລີ

20/08/2024 ~ 20/08/2024

ກອງປະຊຸມສຳມະນາກ່ຽວກັບແຜນພັດທະນາເສດຖະກິດດິຈິຕ໋ອນຂອງ ສປປ ລາວ ໃຫ້ພະນັກງານຫຼັກແຫຼ່ງ ອ້ອມຂ້າງເມືອງໄຊຍະບູລີ

ຕອນເຊົ້າວັນທີ 19 ສິງຫາ 2024 ນີ້ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມສຳມະນາກ່ຽວກັບແຜນພັດທະນາເສດຖະກິດດິຈິຕ໋ອນ ຂອງ ສປປ ລາວ ໃຫ້ແກ່ພະນັກງານຫຼັກແຫ່ງ ອ້ອມຂ້າງເມືອງໄຊຍະບູລີ ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ  ສົມຈິດ ຮັ່ງເຊັ່ງຊົວ ກຳມະການພັກເມືອງ ຮອງເຈົ້າເມືອງ ໄຊຍະບູລີ,  ທ່ານ ນິລັນດອນ ຈິດຕະກອນ ຮອງຫົວໜ້າ ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ມີທີມງານວິທະຍາກອນຈາກ ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ຫົວໜ້າ ຫຼື ຮອງຫົວໜ້າຫ້ອງການ, ມີຫົວໜ້າ, ຮອງຫົວໜ້າໜ່ວຍງານ, ພະນັກງານວິຊາການ, ອົງການ ກົມກອງ ອ້ອມຂ້າງເມືອງເຂົ້າຮ່ວມທັງໝົດ 76 ທ່ານ, ຍິງ 25 ທ່ານ.ຕອນເຊົ້າວັນທີ 19 ສິງຫາ 2024 ນີ້ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມສຳມະນາກ່ຽວກັບແຜນພັດທະນາເສດຖະກິດດິຈິຕ໋ອນ ຂອງ ສປປ ລາວ ໃຫ້ແກ່ພະນັກງານຫຼັກແຫ່ງ ອ້ອມຂ້າງເມືອງໄຊຍະບູລີ ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ  ສົມຈິດ ຮັ່ງເຊັ່ງຊົວ ກຳມະການພັກເມືອງ ຮອງເຈົ້າເມືອງ ໄຊຍະບູລີ,  ທ່ານ ນິລັນດອນ ຈິດຕະກອນ ຮອງຫົວໜ້າ ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ມີທີມງານວິທະຍາກອນຈາກ ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ຫົວໜ້າ ຫຼື ຮອງຫົວໜ້າຫ້ອງການ, ມີຫົວໜ້າ, ຮອງຫົວໜ້າໜ່ວຍງານ, ພະນັກງານວິຊາການ, ອົງການ ກົມກອງ ອ້ອມຂ້າງເມືອງເຂົ້າຮ່ວມທັງໝົດ 76 ທ່ານ, ຍິງ 25 ທ່ານ.

ທ່ານ  ສົມຈິດ ຮັ່ງເຊັ່ງຊົວ ກຳມະການພັກເມືອງ ຮອງເຈົ້າເມືອງ ໄຊຍະບູລີ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ,  ຈາກນັ້ນທ່ານ ນິລັນດອນ ຈິດຕະກອນ ຮອງຫົວໜ້າ ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ໄດ້ຂື້ນເຜີຍແຜ່ ຄວາມຮູ້ພື້ນຖານດ້ານເຕັກໂນໂລຊີການສື່ສານ ແລະ ແຜນພັດທະນາເສດຖະກິດດິຈິຕ໋ອນ ຂອງ ສປປ ລາວ ທ່ານໃຫ້ຮູ້ວ່າ: ເຕັກໂນໂລຊີ ແມ່ນການໃຊ້ຄວາມຮູ້ທາງດ້ານວິທະຍາສາດມາພັດທະນາເປັນເຄື່ອງຈັກ, ເຄື່ອງມື ແລະ ອຸປະກອນຕ່າງໆທີ່ທັນສະໄຫມ ເພື່ອໃຊ້ຊ່ວຍວຽກຄົນໃນການເຮັດວຽກງານໃດຫນຶ່ງໃຫ້ມີປະສິດທິຜົນ ແລະ ປະສິດທິພາບສູງຂື້ນການສື່ສານ (Telecommunications) ໝາຍເຖີງການສື່ສານໄລຍະໄກໂດຍນຳໃຊ້ Technology ຕ່າງໆໃນການຕິດຕໍ່ສື່່ສານຜ່ານຄື້ນແມ່ເລັກໄຟຟ້າ, ແສງ, ສຽງຜ່ານຮູບແບບມີສາຍ (Cable) ແລະ ບໍ່ມີສາຍ (Wireless) ເຊັັ່ນ: ວິທະຍຸ, ໂທລະທັດ, ດາວທຽມ, ໂທລະສັບ, ອິນເຕີເນັດ, ຮູບແບບການສົ່ງຂໍ້ມູນເຊັັ່ນ: ຕົວເລກ, ຕົວອັກສອນ, ພາບ, ສຽງ ແລະ ວິດີໂອ ປັດຈຸບັນ ເຕັກໂນໂລຊີການສື່ສານໄດ້ເຂົ້າມາມີບົດບາດສຳຄັນໃນຊີວິດ ບໍ່ວ່າຈະເປັນການບໍລິຫານຈັດການຂໍ້ມູນ,ການສື່ສານ ເຊີື່ງຈະສ້າງຄວາມສະດວກສະບາຍໃນດ້ານຕ່າງໆເຊັັ່ນ: ວຽກງານການສຶກສາ, ວຽກງານດ້ານການແພດ, ດ້ານກະສິກຳ ແລະ ອຸດສາຫະກຳ, ດ້ານການເງິນ ການທະນາຄານ, ດ້ານຄວາມໝັ້ນຄົງ, ດ້ານການຄົມມະນາຄົມ, ດ້ານສະຖາປັດຕະຍະກໍາ ແລະ ດ້ານການຄ້າ, ຊື່ງລະບົບ ເຕັກໂນໂລຊີການສື່ສານ ປະກອບມີ 05 ລະບົບພື້ນຖານ:ເຕັກໂນໂລຊີບັນທືກຂໍ້ມູນ (Input Technology) ເຕັກໂນໂລຊີຈັດເກັບຂໍ້ມູນ (Storage Technology) ເຕັກໂນໂລຊີໃຊ້ໃນການປະມວນຜົນ (Process) ເຕັກໂນໂລຊີໃຊ້ໃນການສະແດງຜົນ (Display) ເຕັກໂນໂລຊີການສື່ສານຂໍ້ມູນ (Communication) ແລະ  ຍັງໄດ້ຮັບຟັງ ການເຜີຍແຜ່ ຄວາມຮູ້ເບື້ອງຕົ້ນ ກ່ຽວກັບອາຊະຍາກຳທາງໄຊເບີ, ຄວາມຮູ້ກ່ຽວກັບການນຳໃຊ້ ສື່ສັງຄົມອອນລາຍ, ເຜີຍແຜ່ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກຳທາງໄຊເບີ. 

ຈາກນັ້ນບັນດາທ່ານຜູ້ເຂົ້າຮ່ວມກໍ່ໄດ້ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ພ້ອມທັງ ສັງລວມຄຳເຫັນແກ້ໄຂຂໍ້ຂ້ອງໃຈ ຕອນທ້າຍຂອງກອງປະຊຸມ ທ່ານ  ສົມຈິດ ຮັ່ງເຊັ່ງຊົວ ກຳມະການພັກເມືອງ ຮອງເຈົ້າເມືອງ ໄຊຍະບູລີ ກໍ່ໄດ້ມີຄຳເຫັນໂອ້ລົມຕໍ່ວຽກງານດັ່ງກ່າວຕື່ມອີກ.

ພາບ-ຂ່າວໂດຍ: ນາງ ສຸນິດາ ສົມສີ

 

ວາລະສານ ດ້ານໄອຊີທີ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ