ຝຶກອົບຮົມສ້າງຄວາມເຂັ້ມແຂງ ຄະນະກໍາມະການຄຸ້ມຄອງອິນເຕີເນັດຂັ້ນແຂວງ 5 ແຂວງ

20/08/2024 ~ 20/08/2024

ຝຶກອົບຮົມສ້າງຄວາມເຂັ້ມແຂງ ຄະນະກໍາມະການຄຸ້ມຄອງອິນເຕີເນັດຂັ້ນແຂວງ 5 ແຂວງ

ໃນລະຫວ່າງວັນທີ 12-13 ສິງຫາ 2023 ຜ່ານມານີ້, ທີ່ສູນອິນເຕີເນັດແຫ່ງຊາດ (ສອຊ), ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ກໍຄືຫ້ອງການກອງເລຂາຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ເປີດຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງ ຄະນະກໍາມະການຄຸ້ມຄອງອິນເຕີເນັດຂັ້ນແຂວງ (ຄຄອຂ) ໃຫ້ແກ່ 5 ແຂວງ ຄື: ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ແຂວງໄຊຍະບູລີ, ແຂວງບໍລິຄໍາໄຊ ແລະ ແຂວງຄໍາມ່ວນ. ໂດຍການເປັນປະທານກ່າວເປີດຂອງ ທ່ານ ແກ້ວວີສຸກ ໂສລະພົມ, ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີ ກຕສ, ຮອງປະທານຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ໂດຍມີບັນດາຄະນະກຳມະການຄຸ້ມຄອງອິນເຕີເນັດ ປະຈໍາ 5 ແຂວງດັ່ງກ່າວ ພ້ອມດ້ວຍບັນດາທ່ານຕາງໜ້າຈາກພາກສ່ວນຕ່າງໆ ຂອງ ຄຄອຊ ເຂົ້້າຮ່ວມ.
ໃນໂອກາດນີ້, ປະທານກອງປະຊຸມ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍ ຄວາມສຳຄັນ ແລະ ຄວາມເອົາໃຈໃສ່ຢ່າງເປັນເອກະພາບ ຕໍ່ກັບວຽກງານຄຸ້ມຄອງອິນເຕີເນັດພາຍໃນ 5 ແຂວງ ກໍຄື ການພັດທະນາວຽກການຄຸ້ມຄອງ, ການພັດທະນາ ແລະ ການນໍາໃຊ້ອິນເຕີເນັດ, ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ເຂົ້າໃນການຈັດຕັ້ງປະຕິບັດວຽກງານ, ການດໍາເນີນທຸລະກິດ, ການດຳລົງຊີວິດ ແລະ ການຕິດຕໍ່ພົວພັນຂອງສັງຄົມຕ່າງໆ. ສະນັ້ນ, ຈຶ່ງເຫັນໄດ້ແຈ້ງ ເຖິງຄວາມສໍາຄັນ ແລະ ຄວາມຈຳເປັນຂອງອິນເຕີເນັດ. ແຕ່ຄຽງຄູ່ກັບຜົນປະໂຫຍດອັນມະຫາສານຈາກອິນເຕີເນັດ, ກໍເຫັນໄດ້ແຈ້ງບັນຫາ ແລະ ສິ່ງທ້າທາຍຕ່າງໆ, ໂດຍສະເພາະ ແມ່ນການນໍາໃຊ້ສື່ສັງຄົມອອນລາຍ ແລະ ການນຳໃຊ້ອິນເຕີເນັດ ໄປໃນທາງທີ່ບໍ່ດີ. ເມື່ອເວົ້າເຖິງການຄຸ້ມຄອງອິນເຕີເນັດ, ມັນກໍ່ປາສະຈາກບໍ່ໄດ້ ທີ່ຈະຕ້ອງໄດ້ເວົ້າເຖິງການຫັນເປັນດິຈິຕອນຂອງ ສປປ ລາວ. ຊຶ່ງຖືເປັນອັນລວມ ທີ່ມີພື້ນຖານໂຄງລ່າງຈາກການພັດທະນາອິນເຕີເນັດ, ຊຶ່ງມັນໄດ້ຊຸກຍູ້ການເຕີບໂຕທາງດ້ານເສດຖະກິດ ຢູ່ ສປປ ລາວ ຢ່າງແຂງແຮງ ໂດຍສະເພາະພາຍຫຼັງການລະບາດຂອງໂລກພະຍາດໂຄວິດ-19, ທີ່ເຮັດໃຫ້ທຸກພາກສ່ວນເຫັນເຖິງຄວາມສຳຄັນຂອງການພັດທະນາ, ການນຳໃຊ້ເຕັກໂນໂລຊີການສື່ສານ ແລະ ດິຈິຕອນຢູ່ທຸກຂົງເຂດ. ການຫັນປ່ຽນທາງດ້ານດິຈິຕອນ ຈະຊ່ວຍໃຫ້ການຄ້າ, ການຊໍາລະແບບບໍ່ໃຊ້ເງິນສົດ ແລະ ການໃຫ້ບໍລິການສາທາລະນະ ມີປະສິດທິພາບຫຼາຍຂຶ້ນ.
 
ໃນການເປີດຊຸດຝຶກອົບຮົມຄັ້ງນີ້, ຍັງໄດ້ຮັບຟັງການບັນຍາຍຂອງວິທະຍາກອນຈາກບັນດາກົມ, ສູນ, ກະຊວງກ່ຽວຂ້ອງພາຍໃນ ຄຄອຊ ໃນຫຼາຍຫົວຂໍ້ ເປັນຕົ້ນເຊັ່ນ: ພາລະບົດບາດ ແລະ ການຈັດຕັ້ງປະຕິບັດວຽກງານ ຂອງ ຄຄອຊ ແລະ ການຄຸ້ມຄອງຂໍ້ມູນຂ່າວສານຜ່ານອິນເຕີເນັດ ນໍາສະເໜີໂດຍທ່ານ ໄຊສົມຫວັງ ສຸວັນນະວົງ, ຮອງຫົວໜ້າສູນອິນເຕີເນັດແຫ່ງຊາດ, ກອງເລຂາ ຄຄອຊ;, ເນື້ອໃນຂ່າວ, ຂັ້ນຕອນໃນການຖະແຫຼ່ງຂ່າວ ໂດຍທ່ານ ປອ. ບີ່ໂຟ໋ ນັນທະວົງ ຮອງຫົວໜ້າກົມປະຊາສໍາພັນ, ຫ້ອງວ່າການສຳນັກງານນາຍຍົກລັດຖະມົນຕີ; ການໃຫ້ຄວາມຮູ້ກ່ຽວກັບການກວດສອບຂ່າວປອມ ແລະ ຂັ້ນຕອນການແຈ້ງຄວາມ ໂດຍ ທ່ານ ພັທ ເສີດ ທໍາມະວົງ ຮອງຫົວໜ້າກົມສືບສວນ-ສອບສວນ, ກົມໃຫຍ່ຕໍາຫຼວດ ກະຊວງ ປ້ອງກັນຄວາມສະຫງົບ; ການຄົ້ນຫາຂໍ້ມູນ ແລະ ແກ້ໄຂບັນຫາທາງສື່ສັງຄົມອອນລາຍ ໂດຍທ່ານ ສຸລິສັກ ໄຊຍະແສງ ຫົວໜ້າພະແນກ, ກົມຄວາມປອດໄພໄຊເບີ, ກຕສ;, ວຽກງານໂຄສະນານໍາພາຫາງສຽງສັງຄົມຜ່ານສື່ມວນຊົນ ໂດຍທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ, ກະຊວງຖະແຫຼ່ຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ, ກໍາມະການ ຄຄອຊ.
ນອກຈາກນີ້, ຜູ້ເຂົ້າຮ່ວມຍັງໄດ້ຮ່ວມກັນ ປຶກສາຫາລື, ແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາ ກ່ຽວກັບວຽກງານຄຸ້ມຄອງອິນເຕີເນັດ ພາຍໃນແຂວງຂອງຕົນ ກໍຄືພາຍໃນປະເທດ ແລະ ຂອງປະເທດອ້ອມຂ້າງ, ວິທີການປະສານງານລະຫວ່າງ ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ແລະ ຄະນະກຳມະການຄຸ້ມຄອງອິນເຕີເນັດຂັ້ນແຂວງ ລວມທັງຂໍ້ສະດວກ ແລະ ຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ເພື່ອໃຫ້ມີກົນໄກການປະສານງານຢ່າງສະດວກສະບາຍ, ການແກ້ໄຂບັນຫາ, ການໃຫ້ຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ທັນສະພາບການ.
 

 

ວາລະສານ ດ້ານໄອຊີທີ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ