ລາວ-ຈີນ ຮ່ວມມືດ້ານເສດຖະກິດດິຈິຕອນ ແລະ ເປີດແພລັດຟອມຂໍ້ມູນຂ່າວສານຄວາມໜ້າເຊື່ອຖືວິສາຫະກິດ

20/08/2024 ~ 20/08/2024

ລາວ-ຈີນ ຮ່ວມມືດ້ານເສດຖະກິດດິຈິຕອນ ແລະ ເປີດແພລັດຟອມຂໍ້ມູນຂ່າວສານຄວາມໜ້າເຊື່ອຖືວິສາຫະກິດ

ໃນວັນທີ 7 ສິງຫາ 2024 ຜ່ານມາ, ທີ່ໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ ໄດ້ມີກອງປະຊຸມການຮ່ວມມືດ້ານເສດຖະກິດດິຈິຕອນຈີນ-ລາວ ແລະ ພິທີເປີດແພລັດຟອມຂໍ້ມູນຂ່າວສານຄວາມໜ້າເຊື່ອຖືວິສາຫະກິດ ພາຍໃຕ້ຄຳຂວັນ “ຮ່ວມສ້າງເສັ້ນທາງສາຍໄໝດິຈິຕອນ ສ້າງອານາຄົດດິຈິຕອນຮ່ວມກັນ”, ຈັດໂດຍກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ກົມພັດທະນາຂໍ້ມູນໃຫຍ່ເຂດປົກຄອງຕົນເອງ ເຜົ່າຈ້ວງ ແຂວງກວາງຊີ ແລະ ຮ່ວມຈັດໂດຍ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດ. ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດທູດ ສປ ຈີນ ປະຈໍາ ສປປ ລາວ, ມີລັດຖະມົນຕີ, ຮອງລັດຖະມົນຕີ ຈາກກະຊວງອ້ອມຂ້າງ, ທະນາຄານແຫ່ງ ສປປ ລາວ, ປະທານສະມາຄົມໄອຊີທີ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໃນວາລະກ່າວຄໍາປາໃສ, ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ໄດ້ໃຫ້ຮູ້ວ່າ: ສປປ ລາວ ໄດ້ເລີ່ມເອົາເຕັກໂນໂລຊີດິຈິຕອນຕ່າງໆເຂົ້າມານໍາໃຊ້ໃນບັນດາຂົງເຂດວຽກງານຕ່າງໆ, ເພື່ອຊຸກຍູ້ສົ່ງເສີມການພັດທະນາເສດຖະກິດ ແລະ ສັງຄົມ, ໃນນັ້ນວຽກງານ ການບໍລິຫານ ແລະ ການບໍລິການລັດ ກໍໄດ້ຮັບການພັດທະນາຢ່າງວ່ອງໄວພໍສົມຄວນ ແຕ່ ກໍຍັງບໍ່ທັນສາມາດຕອບສະໜອງທັນກັບຄວາມຕ້ອງການຢູ່ສູນກາງ ແລະ ທ້ອງຖີ່ນ. ການປະເມີນຄວາມພ້ອມໃນການຫັນເປັນລັດຖະບານດິຈິຕອນ ສະແດງເຫັນວ່າ ສປປ ລາວ ຍັງຢູ່ໃນອັນດັບ 159 ໃນຈໍານວນ 192 ປະເທດໃນທົ່ວໂລກ, ຄວາມພ້ອມ ຂອງບັນດາກະຊວງ ແລະ ແຂວງ ກໍຍັງຢູ່ໃນຂັ້ນເລີ່ມຕົ້ນ. ສະນັ້ນ, ຈຶ່ງມີຄວາມຕ້ອງການຄົ້ນຄວ້ານຳໃຊ້ເຕັກໂນໂລຊີດິຈິຕອນຫຼາຍຂຶ້ນກວ່າເກົ່າ ເພື່ອຫັນວຽກງານການບໍລິຫານລັດເປັນທັນສະໄໝ. ທ່ານກ່າວວ່າ: ການຮ່ວມມືຄັ້ງນີ້ ຈະເປັນບາດກ້າວທີສໍາຄັນ ໃນການນໍາເອົາ ເຕັກໂນໂລຊີດິຈີຕອນ, ບົດຮຽນ, ທ່າແຮງ ແລະ ປະສົບການ ຂອງ ສປ ຈີນ ມາຊ່ວຍ ໃນການພັດທະນາການບໍລິຫານ ແລະ ການບໍລິການລັດດິຈິຕອນ ຂອງ ສປປ ລາວ, ເພື່ອຈະຫັນພາກລັດເປັນທັນສະໄໝ, ສ້າງມູນຄ່າເພີ່ມ ແລະ ອໍານວຍຄວາມສະດວກໃນການຄຸ້ມຄອງ ແລະ ຈັດການວຽກງານຂອງພາກລັດ, ຕອບສະໜອງໄດ້ ຕາມແນວທາງນະໂຍບາຍຂອງພັກ, ວິໄສທັດ ຍຸດທະສາດ ແລະ ແຜນພັດທະນາ ເສດຖະກິດດິຈິຕອນ ຂອງ ສປປ ລາວ.

ໃນຕອນທ້າຍ, ສອງຝ່າຍ ລາວ-ຈີນ ໄດ້ຮ່ວມກັນເປີດແພລັດຟອມຂໍ້ມູນຂ່າວສານຄວາມໜ້າເຊື່ອຖືວິສາຫະກິດລາວ ເພື່ອຊ່ວຍໃຫ້ວິສາຫະກິດລາວກ້າວສູ່ວົງຈອນການຮ່ວມມືກັບການຄ້າສາກົນ. ພ້ອມນັ້ນກໍໄດ້ມີການຮ່ວມລົງນາມ 2 ເອກະສານ ຄື: ບົດບັນທືກຄວາມເຂົ້າໃຈ ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ສໍານັກງານພັດທະນາຂໍ້ມູນຂະໜາດໃຫຍ່ຂອງ ແຂວງ ກວາງຊີ ສປ ຈີນ ໃນວຽກງານການພັດທະນາ ລັດດິຈິຕອນ ແລະ ເສດຖະກິດດິຈິຕອນ ຕ່າງໜ້າຝ່າຍລາວລົງນາມໂດຍ ທ່ານ ປອ. ສັນຕິສຸກ ສິມມາລາວົງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ຈ້າວ ຈື້ກ່າງ, ຫົວໜ້າກົມພັດທະນາ Big Data, ຮອງເລຂາທິການ ອໍານາດການປົກຄອງ ເຂດປົກຄອງຕົນເອງເຜົ່າຈວ້າງ ກວາງຊີ; ເອກະສານສະບັບທີ 2: ສັນຍາຮ່ວມມື ລະຫວ່າງ ສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ກັບບໍລິສັດສູນກາງຂໍ້ມູນຂ່າວສານຈີນ-ອາຊຽນ (CAIH), ແລະ ບໍລິສັດອາໂລ ເຕັກໂນໂລຊີ ຮ່ວມລົງນາມໂດຍ ທ່ານ ປອ. ທະວີສັກ ມະໂນທັມ, ຫົວໜ້າສຸນບໍລິຫານລັດດິຈິຕອນ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ທ່ານ ຫຼູ ຕົ່ງລ້ຽງ, ປະທານ ບໍລິສັດ ສູນກາງຂໍ້ມູນຂ່າວສານ ຈີນ-ອາຊຽນ ແລະ ທ່ານ ທະນູສອນ ພົນອາມາດ, ປະທານສະມາຄົມໄອຊີທີ ແລະ ດິຈິຕອນລາວ, ປະທານບໍລິສັດ ອາໂລເຕັກໂນໂລຊີ.

 

ວາລະສານ ດ້ານໄອຊີທີ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ