ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມ​ລິ​ເລີ່ມ ແລະ ກອງປະຊຸມສົ່ງເສີມ ​ການ​ຮ່ວມ​ມືດ້ານ​ດິຈິຕອ​ນ ອາຊີໃຕ້ ​ແລະ ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຢູ່ ສປ ຈີນ

20/08/2024 ~ 20/08/2024

ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມ​ລິ​ເລີ່ມ ແລະ ກອງປະຊຸມສົ່ງເສີມ ​ການ​ຮ່ວມ​ມືດ້ານ​ດິຈິຕອ​ນ ອາຊີໃຕ້ ​ແລະ ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຢູ່ ສປ ຈີນ

ໃນລະຫວ່າງວັນທີ 23-26 ກໍລະກົດ 2024, ທີ່ ນະຄອນຄຸນໝິງ, ແຂວງ ຢູນານ, ສປ ຈີນ, ຄະນະຜູ້ແທນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ນໍາໂດຍ ທ່ານ ໄຊລືຊາ ອີນສີຊຽງໃໝ່, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມ​ລິ​ເລີ່ມ​ການ​ຮ່ວມ​ມື​ດ້ານ​ດິຈິຕອນ ອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ ​ຄັ້ງ​ທີ 1 ແລະ​ ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຮ່ວມ​ມື​ດ້ານ​ດິຈິຕອນ​ອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ (the 1st South and Southeast Asia Digital Cooperation Initiative Matchmaking Conference and South and Southeast Asia Digital Cooperation Promotion Conference), ໂດຍການເປັນເຈົ້າພາບຂອງຫ້ອງການອຸດສາຫະກໍາ ແລະ ຂໍ້ມູນຂ່າວສານ ແຂວງ ຢູນານ, ສປ ຈີນ. ໃນພິທີດັ່ງກ່າວ, ທ່ານ Wang Yubo, ຮອງເລຂາພັກແຂວງ, ເຈົ້າ​ຄອງ​ແຂວງ​ຢູນນານ, ສປ ຈີນ ໄດ້ເປັນປະທານກ່າວເປີດກອງປະຊຸມ, ຊຶ່ງມີບັນດາການນຳຂັ້ນສູງຂອງປະເທດເພື່ອນມິດ ເຂົ້າຮ່ວມຂຶ້ນກ່າວຄຳປາໄສ ແລະ ມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ເອກະຊົນທັງພາຍໃນ ແລະ ຕ່າງປະເທດ, ບັນດາອົງການຈັດຕັ້ງສາກົນຕ່າງໆ ເຂົ້າຮ່ວມກອງປະຊຸມຫຼາຍກວ່າ 200 ຄົນ.
ກອງປະຊຸມດັ່ງກ່າວ ເປັນເວທີໃນການປຶກສາຫາລື ຮ່ວມກັນສົ່ງເສີມການພັດທະນາດິຈິຕອນເພື່ອການຫັນເປັນທັນສະໄໜ ໂດຍການຮ່ວມມືລະຫວ່າງປະເທດທາງດ້ານດິຈິຕອນທີ່ເປັນການເປີດຊ່ອງທາງໃໝ່ໃຫ້ກັບການພັດທະນາອຸດສາຫະກຳດິຈິຕອນໃນລະດັບໂລກ. ພ້ອມກັນນັ້ນ, ກໍຍັງເປັນການສົ່ງເສີມດິຈິຕອນທີ່ເປີດກວ້າງ, ການໃຫ້ບໍລິການທີ່ຍຸຕິທຳ ແລະ ເປັນທຳ, ຮ່ວມກັນສ້າງຊຸມຊົນທີ່ມີຄວາມປອດໄພ. ບາງເນື້ອໃນທີ່ມີການຍົກມາແລກປ່ຽນລວມມີ ຂໍ້​ລິ​ເລີ່ມ​ ແລະ ການຈັບຄູ່ດິຈິຕອນ ລະຫວ່າງ ອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ ຊຶ່ງຂໍ້ລິເລີ່ມດັ່ງກ່າວ​ແມ່ນ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ, ​ເສີມ​ຂະຫຍາຍ​ພື້ນຖານ​ໂຄງ​ລ່າງ​ດິຈິຕອນ ​ແລະ ຊຸກຍູ້​ການ​ພັດທະນາ​ດິຈິຕອນ​ຮອບດ້ານ​ໃນ​ອາຊີ​ໃຕ້ ​ແລະ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ​ໂດຍ​ການ​ສຸມ​ໃສ່​ບັນດາ​ຂົງ​ເຂດ​ສຳຄັນ​ດັ່ງກ່າວ, ບັນດາ​ຂໍ້​ລິ​ເລີ່​ມຄາດ​ວ່າ​ຈະ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ຄວາມ​ຄືບ​ໜ້າ​ດ້ານ​ເສດຖະກິດ ​ແລະ ສັງຄົມ​ລວມຂອງ​ພາກ​ພື້ນ. ພ້ອມດຽວນັ້ນ, ການຮ່ວມມືລະຫວ່າງ ສປປ ລາວ ແລະ ສປ ຈີນ ພາຍໃຕ້ຂໍ້ລິເລີ່ມໜຶ່ງແລວທາງໜຶ່ງເສັ້ນທາງ ໄດ້ຖືເປັນຕົວຂັບເຄື່ອນຫຼັກຂອງການພັດທະນາດ້ານດິຈິຕອນຂອງ ສປປ ລາວ. ບັນດາວຽກທີ່ແນໃສ່ສ້າງເຄືອຂ່າຍຄວາມໄວສູງ, ສູນຂໍ້ມູນ ແລະ ການເຊື່ອມຕໍ່ ແມ່ນເປັນຈຸດສໍາຄັນໃນການຫັນປະເທດລາວຈາກປະເທດທີ່ບໍ່ມີຊາຍແດນຕິດຈອດໄປສູ່ປະເທດທີ່ມີຊາຍແດນຕິດຈອດ, ອໍານວຍຄວາມສະດວກໃຫ້ການພັດທະນາຂົງເຂດເສດຖະກິດ ແລະ ການນຳໃຊ້ຂອງສັງຄົມ.
ໃນໂອກາດທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ທ່ານ ໄຊລືຊາ ອີນສີຊຽງໃໝ່, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຍັງໄດ້ມີຄຳເຫັນໃນກອງປະຊຸມ ໂດຍໄດ້ກ່າວເຖີງສະພາບການພັດທະນາການຫັນເປັນດິຈິຕອນ ຂອງ ສປປ ລາວ ລວມໄປເຖິງການວາງນະໂຍບາຍໃນການຊຸກຍູ້ແບບຍືນຍົງ ແລະ ທ່ານຍັງ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ຄືບ​ໜ້າ​ຂອງ ສປປ ລາວ ​ໃນ​ການ​ພັດທະນາ​ດິຈິຕອນ, ​ໂດຍ​ໄດ້​ສຸມ​ໃສ່ 3 ​ເສົາ​ຄ້ຳ​ສຳຄັນ​ຄື: ລັດຖະບານ​ດິຈິຕອນ, ​ເສດຖະກິດ​ດິຈິຕອນ ທີ່ສົ່ງເສີມການຮ່ວມມືທີ່ດີກັບບັນດາພາກສ່ວນກ່ຽວຂ້ອງເພື່ອພ້ອມກັນສ້າງກາລະໂອກາດແກ່ການພັດທະນາເສດຖະກີດ ​ແລະ ສັງຄົມ​ດິຈິຕອນ. ຊຶ່ງສະແດງອອກໃນເດືອນ ມິຖຸນາ ປີ 2023, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສ້າງຕັ້ງຄະນະກຳມາທິການການຫັນເປັນດິຈິຕອນແຫ່ງຊາດ ໂດຍການເປັນປະທານຂອງທ່ານນາຍົກລັດຖະມົນຕີ, ເພື່ອຊຸກຍູ້ວາລະການຫັນເປັນດິຈິຕອນ ແລະ ຮັບປະກັນການຫັນເປັນດິຈິຕອນໃຫ້ປາກົດຜົນເປັນຈິງໃນປີ 2030. ສປປ ລາວ ມີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ອັນ​ຍາວ​ນານ​ກັບ​ ສປ ຈີນ ບົນ​ພື້ນຖານ​ຂໍ້​ລິ​ເລີ່ມໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ, ທິດ​ສະ​ດີ 4 ດີ ​ແລະ ຄວາມ​ມານະ​ພະຍາຍາມ​ກໍ່ສ້າງ​ປະຊາ​ຄົມ​ລາວ-ຈີນ ​ທີ່​ມີ​ອະນາຄົດ​ລວມ. ການຮ່ວມມືດັ່ງກ່າວໄດ້ນຳໄປສູ່ການຮ່ວມມືອັນສຳຄັນໃນຂະແໜງດິຈິຕອນຕ່າງໆ ລວມທັງເຕັກໂນໂລຊີ, ພື້ນຖານໂຄງລ່າງ, ເວທີດິຈິຕອນ, ໂທລະຄົມ, ເສດຖະກິດດິຈິຕອນ, ຄວາມອາດສາມາດດ້ານດິຈິຕອນ ແລະ ນະວັດຕະກໍາ.
ໃນໂອກາດອັນດຽວກັນນັ້ນ, ຄະນະຜູ້ແທນ ສປປ ລາວ ຍັງໄດ້ເຂົ້າຮ່ວມງານວາງສະແດງສີນຄ້າຈີນ-ອາຊີໃຕ້ ຄັ້ງທີ 8 ແລະ ງານວາງສະແດງສີນຄ້ານຳເຂົ້າ-ສົ່ງອອກ ຄຸນມີງ, ຄັ້ງທີ 28 ພາຍໃຕ້ຫົວຂໍ້: “ສາມັກຄີຮ່ວມກັນເພື່ອພ້ອມກັນພັດທະນາ” ຊຶ່ງຈຸດປະສົງຂອງງານດັ່ງກ່າວ ແມ່ນເພື່ອເປັນເວທີໃນການເຄື່ອນໄຫວຮ່ວມມືວຽກງານການທູດຫຼາຍຝ່າຍ, ການຮ່ວມມືດ້ານເສດຖະກິດ ແລະ ການຄ້າ, ການແລກປ່ຽນການໄປມາຫາສູ່ກັນລະຫວ່າງປະຊາຊົນຂອງຈີນ, ອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ ແລະ ພາກພື້ນອື່ນໆ.

 

ວາລະສານ ດ້ານໄອຊີທີ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ