ລາວ-ກໍາປູເຈຍ ລົງນາມຮ່ວມມືພັດທະນາຊັບພະຍາກອນມະນຸດໃນຂະແໜງເຕັກໂນໂລຊີດິຈິຕອນ

30/07/2024 ~ 30/07/2024

ລາວ-ກໍາປູເຈຍ ລົງນາມຮ່ວມມືພັດທະນາຊັບພະຍາກອນມະນຸດໃນຂະແໜງເຕັກໂນໂລຊີດິຈິຕອນ

ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຮ່ວມກັບ ສະຖາບັນເຕັກໂນໂລຊີດິຈິຕອນ, ກະຊວງໄປສະນີ ແລະ ໂທລະຄົມມະນາຄົມ ແຫ່ງ ຣາດຊະອານາຈັກ ກໍາປູເຈຍ ໄດ້ຮ່ວມລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການພັດທະນາຊັບພະຍາກອນມະນຸດໃນຂະແໜງເຕັກໂນໂລຊີດິຈິຕອນ, ເພື່ອ​ຊຸກຍູ້​ການ​ແລກປ່ຽນ ​ແລະ ການ​ຮ່ວມ​ມື​ທາງດ້ານ​ການ​ສຶກສາ, ການຄົ້ນຄວ້າ​ເຕັກ​ໂນ​ໂລ​ຊີ​ດິຈິ​ຕອນ, ​ການພັດທະນາ​ຊັບພະຍາກອນມະນຸດ​ທາງດ້ານ​ເຕັກ​ໂນ​ໂລ​ຊີ​ດິຈິຕອນ ​ແລະ ຊຸກຍູ້​ການ​ຮ່ວມ​ມື ​ແລະ ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ຜົນ​ປະ​ໂຫຍ​ດສູງສຸດຂອງ​ທັງສອງ​ສະຖາບັນ.

 

ທ່ານ ປອ. ປະດັບໄຊ ໄຊຍະໂຄດ, ຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໄດ້ກ່າວວ່າ: ຄວາມສຳຄັນຂອງການຮ່ວມມືທາງດ້ານເຕັກໂນໂລຊີດິຈິຕອນ ໄດ້ກາຍເປັນພື້ນຖານສຳຄັນຂອງການເຕີບໃຫຍ່ທາງດ້ານເສດຖະກິດ, ການພັດທະນາສັງຄົມ ແລະ ການປົກຄອງທີ່ດີ. ເຕັກໂນໂລຊີດິຈີຕອນ ເປັນ​ສິ່ງ​ຈຳ​ເປັນ​ທີ່​ຕ້ອງ​ໝູນ​ໃຊ້​ເພື່ອ​ຫຼຸດຜ່ອນຄວາມແຕກໂຕນທາງດ້ານ​ດິຈິ​ຕອນລະຫວ່າງຕົວເມືອງ ແລະ ຊົນນະບົດ, ສ້າງ​ໂອກາດ​ວຽກເຮັດງານທໍາອັນໃໝ່ໃຫ້​ແກ່​ປະຊາຊົນ​ ​ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ປະ​ເທດ​ຊາດ​. ທ່ານກ່າວວ່າ: ການຮ່ວມມືລະຫວ່າງ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແຫ່ງ ສປປ ລາວ ແລະ ສະຖາບັນເຕັກໂນໂລຊີດິຈິຕອນ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ຄັ້ງນີ້ ໄດ້ກາຍເປັນພິຍານເຖິງວິໄສທັດຮ່ວມກັນຂອງສອງສະຖາບັນ ໃນການສ້າງສັງຄົມໃຫ້ມີຄວາມເຂັ້ມແຂງທາງດ້ານດິຈິຕອນ.
:
ຂົງ​ເຂດ​ການ​ຮ່ວມ​ມື​ທີ່​ສຳ​ຄັນ​ໃນບົດບັນທຶກຄວາມເຂົ້າໃຈ ທີ່​ລົງ​ນາມ​ຮ່ວມ​ກັນປະກອບມີຄື: 1) ແລກປ່ຽນບັນດານັກຊ່ຽວຊານ, ນັກຄົ້ນຄວ້າ, ຄູອາຈານ, ພະນັກງານວິຊາການ ແລະ ນັກສຶກສາ; 2) ຮ່ວມມືໃນການສ້າງພອນສະຫວັນທາງດ້ານດິຈິຕອນໃນຮູບແບບການຮ່ວມມືພັດທະນາການສຶກສາ ແລະ ການຝຶກອົບຮົມ (ໄລຍະສັ້ນ ແລະ ໄລຍະຍາວ), ການຈັດກອງປະຊຸມ, ສຳມະນາ, ກອງປະຊຸມວິຊາການສະເພາະ ແລະ ໂຄງການທຶນການສຶກສາ; 3) ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ການຮຽນ-ການ​ສອນ, ​ເອກະສານ​ການ​ຄົ້ນ​ຄວ້າ ​ແລະ ຮ່ວມ​ມື​ກັນໃນ​ການ​ຄົ້ນຄວ້າ;​ ແລະ 4) ຮ່ວມມືກັນໃນດ້ານອື່ນໆຕາມຫົວຂໍ້ທີ່ມີຄວາມສົນໃຈຮ່ວມກັນ.
ພິທີດັ່ງກ່າວ ໄດ້ຈັດຂຶ້ນໃນຕອນແລງຂອງວັນທີ 27 ກໍລະກົດ 2024 ຜ່ານມາ, ທີ່ໂຮງແຮມ ຄຣາວພາຊາ, ນະຄອນຫຼວງວຽງຈັນ, ໂດຍການລົງນາມຂອງ ທ່ານ ປອ. ປະດັບໄຊ ໄຊຍະໂຄດ, ຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ ແລະ ທ່ານ ປອ. ເຊງ ໂສພຽບ (Dr. Seng Sopheap), ຫົວໜ້າສະຖາບັນເຕັກໂນໂລຊີດິຈິຕອນ, ກະຊວງໄປສະນີ ແລະ ໂທລະຄົມມະນາຄົມ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ ແລະ ທ່ານ ເຈຍ ວັນເດດ (Chea Vandeth), ລັດຖະມົນຕີກະຊວງໄປສະນີ ແລະ ໂທລະຄົມມະນາຄົມ ແຫ່ງ ຣາດຊະອານາຈັກ ກໍາປູເຈຍ ພ້ອມດ້ວຍບັນດາແຂກທີ່ຖືກເຊີນທີ່ກ່ຽວຂ້ອງຂອງທັງສອງຝ່າຍ.

 

ວາລະສານ ດ້ານໄອຊີທີ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ