30/07/2024 ~ 30/07/2024
ກົມເຕັກໂນໂລຊີດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ບໍລິສັດ ສະມາດເທັກໂນໂລຢີ ຈຳກັດ ລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາຄວາມເປັນໄປໄດ້ໃນການພັດທະນາລະບົບໂຄສະນາເຜີຍແຜ່ວຽກງານດ້ານເຕັກໂນໂລຊີດິຈິຕອນ ຊຶ່ງການຮ່ວມມືໃນຄັ້ງນີ້ ກໍແມ່ນການຜັນຂະຫຍາຍຕາມສິດ ແລະ ພາລະບົດບາດ ຂອງກົມເຕັກໂນໂລຊີດິຈິຕອນ ໂດຍສະເພາະແມ່ນເຜີຍແຜ່ໂຄສະນາປະຊາສໍາພັນວຽກງານການພັດທະນາເຕັກໂນໂລຊີດິຈິຕອນ ແລະ ສ້າງເສດຖະກິດດິຈິຕອນ ຂອງ ສປປ ລາວ ໃຫ້ກວ້າງຂວາງໃນທົ່ວສັງຄົມ ສປປ ລາວ ຊຶ່ງສອດຄ່ອງກັບແຜນຍຸດທະສາດຂອງຂະແໜງເຕັກໂນໂລຊີ ແລະ ການສື່ສານ, ແຜນພັດທະນາເສດຖະກິດດິຈິຕອນແຫ່ງຊາດ ແລະ ແຜນພັດທະນາເສດຖະກິດສັງຄົມຂອງ ສປປ ລາວ ໃຫ້ປະສົບຜົນສໍາເລັດຕາມລະດັບຄາດໝາຍ.
ທ່ານ ບຸນທັນ ນັນທະວົງ, ຮອງຫົວໜ້າພະແນກຫັນເປັນດິຈິຕອນ, ກົມເຕັກໂນໂລຊີດິຈິຕອນ ກ່າວວ່າ: ໃນປັດຈຸບັນ, ສະພາບການພັດທະນາ ແລະ ນໍາໃຊ້ເຕັກໂນໂລຊີດິຈິຕອນ ແມ່ນມີຄວາມສະດວກສະບາຍ, ທັນສະໄໝແບບກ້າວກະໂດດ ບໍ່ວ່າຈະເປັນການເຜີຍແຜ່ຂໍ້ມູນຂ່າວສານ, ການສະໜອງຂໍ້ມູນ, ການຄົ້ນຫາຂໍ້ມູນການບໍລິການຕ່າງໆທັງພາກລັດ, ເອກະຊົນ, ອົງການຈັດຕັ້ງສາກົນ ທັງພາຍໃນ ແລະ ຕ່າງປະເທດ ແມ່ນນັບມື້ນັບມີຄວາມສະດວກສະບາຍ, ວ່ອງໄວ ແລະ ທັນສະໄໝ. ແຕ່ຜ່ານການຈັດຕັ້ງປະຕິບັດເຄື່ອນໄຫວຕົວຈິງຍັງເຫັນວ່າ ການເຜີຍແຜ່ຂໍ້ມູນຂ່າວສານຂອງພາກລັດ ກໍຄືຂະແໜງການເຕັກໂນໂລຊີ ແລະ ການສື່ສານ ໂດຍສະເພາະແມ່ນການຜັນຂະຫຍາຍວຽກງານການຫັນເປັນດິຈິຕອນ ຂອງ ສປປ ລາວ ຍັງບໍ່ທັນກວ້າງຂວາງເທົ່າທີ່ຄວນ ເຮັດໃຫ້ສັງຄົມ ກໍຄືພໍ່ແມ່ປະຊາຊົນຕະຫຼອດຮອດພາກສ່ວນຕ່າງໆໃນສັງຄົມຍັງບໍ່ທັນໄດ້ຮັບຂໍ້ມູນຂ່າວສານທີ່ຊັດເຈນ, ໜ້າເຊື່ອຖື ແລະ ທັນຕໍ່ສະພາບການ.