16/05/2024 ~ 16/05/2024
ໃນຕອນບ່າຍຂອງວັນທີ 23 ເມສາ 2024 ຜ່ານມານີ້, ທີ່ຫ້ອງປະຊຸມຂອງ ອົງການອິນເຕີເນັດ ແລະ ຄວາມປອດໄພ ສ.ເກົາຫຼີ (KISA), ປະເທດ ສ.ເກົາຫຼີ ໄດ້ມີພິທີລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມື ໃນວຽກງານລາຍເຊັນເອເລັກໂຕຣນິກ (CA) ແລະ ໂຄງລ່າງພື້ນຖານອິນເຕີເນັດ ລະຫວ່າງ ສູນອິນເຕີເນັດ ແຫ່ງຊາດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ແລະ ອົງການອິນເຕີເນັດ ແລະ ຄວາມປອດໄພ ສ.ເກົາຫຼີ (KISA). ຊຶ່ງຈຸດປະສົງໃນການລົງນາມດັ່ງກ່າວກໍເພື່ອຮ່ວມມືແລກປ່ຽນບົດຮຽນໃນການພັດທະນາ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນ ໃນວຽກງານຄຸ້ມຄອງລາຍເຊັນເອເລັກໂຕຣນິກ (CA) ແລະ ໂຄງລ່າງພື້ນຖານອິນເຕີເນັດ ຂອງສອງປະເທດ. ນອກຈາກນັ້ນ, ຜູ້ເຂົ້າຮ່ວມທັງໝົດຍັງໄດ້ຮັບຟັງການນຳສະເໜີພາມລວມກ່ຽວກັບ ສູນອິນເຕີເນັດ ແຫ່ງຊາດ, ການຄຸ້ມຄອງ ແລະ ໃຫ້ບໍລິການລາຍເຊັນເອເລັກໂຕຣນິກຂອງ ສປປ ລາວ, ການຫັນເປັນດິຈິຕອນ ແລະ ການພັດທະນາເສດຖະກິດດິຈິຕອນ ຂອງ ສປປ ລາວ ແລະ ຍັງໄດ້ຮັບຟັງການນຳສະເໜີພາບລວມກ່ຽວກັບ ອົງການອິນເຕີເນັດ ແລະ ຄວາມປອດໄພ ສ.ເກົາຫຼີ (KISA), ນິຕິກໍາທີ່ກ່ຽວຂ້ອງກັບລາຍເຊັນເອເລັກໂຕຣນິກ, ການຄຸ້ມຄອງ ແລະ ໃຫ້ບໍລິການລາຍເຊັນເອເລັກໂຕຣນິກ ຂອງ ສ. ເກົາຫຼີ ແລະ ແຜນພັດທະນາລາຍເຊັນເອເລັກໂຕຣນິກໃນອານາຄົດ ຂອງ ສ.ເກົາຫຼີ ອີກດ້ວຍ.