ກອງປະຊຸມປຶກສາຫາລືຜົນຂອງການສຶກສາສຳຫຼວດ ແຜນພັດທະນາລະບົບຢັ້ງຢືນຕົວຕົນດິຈິຕອນ ຂອງ ສປປ ລາວ

02/05/2024 ~ 02/05/2024

ກອງປະຊຸມປຶກສາຫາລືຜົນຂອງການສຶກສາສຳຫຼວດ ແຜນພັດທະນາລະບົບຢັ້ງຢືນຕົວຕົນດິຈິຕອນ ຂອງ ສປປ ລາວ

ໃນຕອນບ່າຍ ຂອງວັນທີ 15 ມີນາ 2024 ຜ່ານມາ, ສູນບໍລິຫານລັດດິຈິຕອນ (ສລດ), ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມປຶກສາຫາລືຜົນຂອງການສຶກສາສຳຫຼວດ ແຜນພັດທະນາລະບົບຢັ້ງຢືນຕົວຕົນດິຈິຕອນ ຂອງ ສປປ ລາວ (Final Workshop on study on the implementation of digital identity solutions in the Lao PPDR) ຂຶ້ນທີ່ໂຮງແຮມຄຣາວພລາຊາ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຊຶ່ງມີຜູ້ຕາງໜ້າຈາກ ກະຊວງພາຍໃນ ແລະ ການສື່ສານ ປະເທດຍີ່ປຸ່ນ, ບໍລິສັດ Ryobi system, ບໍລິສັດ NEC ແລະ ບັນດາກົມ/ທຽບເທົ່າ ຂອງ ກຕສ ພ້ອມດ້ວຍບັນດາກະຊວງ ອ້ອມຂ້າງ ເຂົ້າຮ່ວມຈຳນວນ 50 ກວ່າທ່ານ.
:
ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອລາຍງານຜົນຂອງການສຶກສາສຳຫຼວດ ແຜນພັດທະນາລະບົບຢັ້ງຢືນຕົວຕົນດິຈິຕອນ ຂອງ ສປປ ລາວ ແລະ ປຶກສາຫາລືຕໍ່ແຜນພັດທະນາດັ່ງກ່າວ ກັບບັນດາກະຊວງທີ່ກ່ຽວຂ້ອງ. ການສືກສາ ແລະ ສໍາຫຼວດ ແຜນພັດທະນາລະບົບຢັ້ງຢືນຕົວຕົນດິຈິຕອນໃນຄັ້ງນີ້ ແມ່ນເປັນກິດຈະກຳ ພາຍໃຕ້ຂອບການຮ່ວມມືລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ແລະ ກະຊວງພາຍໃນ ແລະ ການສື່ສານ ປະເທດຢີ່ປຸ່ນ ເພື່ອຊ່ວຍສະໜັບສະໜູນວຽກງານຫັນເປັນດິຈິຕອນ ຂອງ ສປປ ລາວ. ການຈັດຕັ້ງປະຕິບັດວຽກງານນີ້, ກະຊວງພາຍໃນ ແລະ ການສື່ສານ ປະເທດຍີ່ປຸ່ນ ໄດ້ມອບໃຫ້ ບໍລິສັດ Ryobi System ແລະ ບໍລິສັດ NEC ປະເທດຍີ່ປຸ່ນ ດຳເນີນການ ແລະ ຝ່າຍ ສປປ ລາວ ຮ່ວມສືກສາໂດຍ ສູນບໍລິຫານລັດດິຈິຕອນ, ກຕສ.
ການສຶກສາສຳຫຼວດ ແຜນພັດທະນາລະບົບຢັ້ງຢືນຕົວຕົນດິຈິຕອນ ຂອງ ສປປ ລາວ ພາຍໃຕ້ຂອບການຮ່ວມມືດັ່ງກ່າວ ໄດ້ດໍາເນີນໄປເປັນເວລາ 6 ເດືອນ (ລະຫວ່າງເດືອນ ກັນຍາ 2023 ຫາ ເດືອນ ມີນາ 2024) ໂດຍໄດ້ມີການຈັດສຳມະນາແນະນໍາເບື້ອງຕົ້ນກ່ຽວກັບ ການຢັ້ງຢືນຕົວຕົນດິຈິຕອນ ແລະ ການລົງເກັບກຳຂໍ້ມູນ ຢູ່ 12 ຂະແໜງການ ແລະ ນຳຂໍ້ມູນມາວິເຄາະ, ປະເມີນ, ສ້າງບົດລາຍງານ ແລະ ຈັດສໍາມະນາປືກສາຫາລື ເຜີຍແຜ່ຜົນການສືກສາ.
:
ໃນໂອກາດນີ້, ທ່ານຮອງລັດຖະມົນຕີ ກຕສ ໄດ້ກ່າວມີຄໍາເຫັນຕໍ່ກອງປະຊຸມ ຊຶ່ງມີເນື້ອໃນບາງຕອນວ່າ: ຈາກບົດຮຽນຂອງຫຼາຍປະເທດ ການກ້າວໄປສູ່ການບໍລິການຜ່ານທາງດິຈິຕອນ ແມ່ນຈຳເປັນຕ້ອງມີລະບົບທີ່ສາມາດພິສູດ ແລະ ຢັ້ງຢືນຕົວຕົນດິຈິຕອນ ຂອງບຸກຄົນໃນໜຶ່ງໃນປະເທດ ເພື່ອອໍານວຍຄວາມສະດວກໃນການຢັ້ງຢືນຄວາມຖືກຕ້ອງໃນການເຮັດທຸລະກໍາເອເລັກໂຕຣນິກ ແລະ ປ້ອງກັນການສໍ້ໂກງ ຫຼື ອາດຊະຍາກຳທາງດິຈິຕອນ. ສະນັ້ນ, ລະບົບພິສູດ ແລະ ຢັ້ງຢືນຕົວຕົນທາງດິຈິຕອນ ຈຶ່ງມີຄວາມຈຳເປັນຫຼາຍ ສຳລັບວຽກງານທຸກຂະແໜງການທັງພາກລັດ ແລະ ພາກທຸລະກິດ. ສປປ ລາວ ກໍມີແຜນພັດທະນາເພື່ອຫັນໄປສູ່ດິຈິຕອນ ເປັນຕົ້ນແມ່ນ: ແຜນພັດທະນາເສດຖະກິດດິຈິຕອນ ແລະ ຮ່າງແຜນພັດທະນາລັດຖະບານດິຈິຕອນ (ທີ່ຄາດວ່າຈະສໍາເລັດຜ່ານລັດຖະບານຮັບຮອງໃນປີນີ້) ຊຶ່ງຈະເປັນການຊຸກຍູ້ ການບໍລິການຂອງລັດຫຼາຍຢ່າງ ກ້າວໄປສູ່ບໍລິການຜ່ານອອນລາຍ. ສະນັ້ນ, ພວກເຮົາກໍຕ້ອງໄດ້ກຽມຄວາມພ້ອມ ໂດຍສະເພາະວາງແຜນພັດທະນາລະບົບພິສູດ ແລະ ຢັ້ງຢືນຕົວຕົນດິຈິຕອນ ນີ້. ​
ກອງປະຊຸມຄັ້ງນີ້, ບັນດາຜູ້ຊ່ຽວຊານຈາກ ປະເທດຢີ່ປຸ່ນ ໄດ້ລາຍງານສະພາບການສຶກສາ, ຍົກໃຫ້ເຫັນສິ່ງທ້າທາຍ ແລະ ແນວທງການແກ້ໄຂ ສຳລັບການພັດທະນາລະບົບຢັ້ງຢືນຕົວຕົນ. ພ້ອມທັງ ນຳສະເໜີແຜນການສຳລັບການຈັດຕັ້ງປະຕິບັດ. ຄຽງຄູ່ກັນນັ້ນ, ຕາງໜ້າສູນບໍລິຫານລັດດິຈິຕອນ ກໍໄດ້ລາຍງານ ການພັດທະນາລັດຖະບານດິຈິຕອນ ແລະ ຍົກໃຫ້ເຫັນຄວາມສຳຄັນຂອງການພັດທະນາລະບົບຢັ້ງຢືນຕົວຕົນດິຈິຕອນ ຢູ່ ສປປ ລາວ. ໃນວາລະກອງປະຊຸມ, ຜູ້ຕາງໜ້າບັນດາກະຊວງ, ກົມກອງ ໄດ້ປະກອບຄຳເຫັນ ຊຶ່ງໄດ້ເຂົ້າໃຈ ແລະ ສະໜັບສະໜູນການພັດທະນາລະບົບຢັ້ງຢືນຕົວຕົນຢູ່ ສປປ ລາວ ແລະ ຍັງໄດ້ສະເໜີໃຫ້ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຍົກລະດັບໂຄງລ່າງພື້ນຖານທີ່ຈຳເປັນສຳລັບການພັດທະນາລະບົບດັ່ງກ່າວ ໂດຍສະເພາະດ້ານຂໍ້ມູນເພື່ອເປັນພື້ນຖານໃຫ້ແກ່ການພິສູດຕົວຕົນ.
:
ພາຍຫຼັງສຳເລັດກອງປະຊຸມນີ້, ຄະນະຮັບຜິດຊອບຈະສືບຕໍ່ປັບປຸງບົດສຶກສາຄົ້ນຄວ້າດັ່ງກ່າວ ແລະ ເປັນເອກະສານອ້າງອີງໃນການຕໍ່ຍອດການຮ່ວມມືຂອງສອງປະເທດ ລາວ ແລະ ຍີ່ປຸ່ນ ໃນຂົງເຂດດິຈິຕອນໃນຕໍ່ໜ້າ.

 

ວາລະສານ ດ້ານໄອຊີທີ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ