ຄະນະຜູ້ແທນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຢ້ຽມຢາມແລກປ່ຽນບົດຮຽນກັບ ສູນຂໍ້ມູນແຫ່ງຊາດ ສປ ຈີນ

02/05/2024 ~ 02/05/2024

ຄະນະຜູ້ແທນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຢ້ຽມຢາມແລກປ່ຽນບົດຮຽນກັບ ສູນຂໍ້ມູນແຫ່ງຊາດ ສປ ຈີນ

ໃນວັນທີ 06 ມີນາ 2024, ທ່ານ ແກ້ວວີສຸກ ໂສລະພົມ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຄະນະ ໄດ້ເດິນທາງໄປຢຽມຢາມ ສູນຂໍ້ມູນແຫ່ງຊາດ (State Information Center (SIC)) ທີ່ນະຄອນຫຼວງ ປັກກິ່ງ, ສປ ຈີນ ເພື່ອແລກປ່ຽນ ແລະ ທອດຖອນບົດຮຽນການພັດທະນາລະບົບ ໂຄງລ່າງພື້ນຖານດິຈິຕອນ ເປັນຕົ້ນການສ້າງສູນຂໍ້ມູນແຫ່ງຊາດ ເພື່ອຮອງຮັບການຫັນເປັນດິຈິຕອນ ຂອງ ສປປ ລາວ.
 
ສູນຂໍ້ມູນແຫ່ງຊາດ ສປ ຈີນ (SIC) ໄດ້ຮັບການອະນຸມັດໃຫ້ສ້າງຕັ້ງໂດຍສະພາແຫ່ງຊາດ ໃນປີ 1986 ແລະ ໄດ້ຮັບການສ້າງຕັ້ງຢ່າງເປັນທາງການໃນຕົ້ນປີ 1987 ໂດຍຂຶ້ນກັບ ຄະນະພັດທະນາ ແລະ ປະຕິຮູບແຫ່ງຊາດ ສປ ຈີນ (NDRC) ມີຈຸດປະສົ່ງຫຼັກເພື່ອນຳພາການພັດທະນາເຕັກໂນໂລຊີຂໍ້ມູນຂ່າວສານ, ສະໜັບສະໜູນ ແລະ ມີສ່ວນຮ່ວມໃນການພິຈາລະນາຕັດສິນບັນຫາສຳຄັນທີ່ຕິດພັນກັບການຂັບເຄື່ອນການຫັນເປັນທັນສະໄໝ ຂອງ ສປ ຈີນ ໃຫ້ທັນກັບສະພາບການ ແລະ ແນວໂນມໃນການພັດທະນານະວັດຕະກຳ. SIC ເປັນອົງການຫຼັກໃນການນຳພາ ແລະ ພັກດັນການພັດທະນາດ້ານຂໍ້ມູນຂ່າວເສດຖະກິດ ແລະ ສັງຄົມ ຂອງ ສປ ຈີນ. ຄຽງຄູ່ກັນນັ້ນ, SIG ຍັງຮັບຜິດຊອບ ການພັດທະນາໂຄງລ່າງພື້ນດິຈິຕອນ ທີ່ເປັນຍຸດທະສາດ ເປັນຕົ້ນແມ່ນ ລະບົບສູນຂໍ້ມູນແຫ່ງຊາດ (National Data Center), ລະບົບເຄືອຂ່າຍສຳລັບພາກລັດ (National e-Government Network) ແລະ ລະບົບແລກປ່ຽນຂໍ້ມູນຂ່າວສານ (National Data Exchange). ພ້ອມນັ້ນ, ອົງການ SIC ຍັງເຮັດໜ້າທີ່ເປັນຜູ້ຄົ້ນຄວ້າ ແລະ ໃຫ້ຄຳປຶກສາດ້ານການສ້າງນິຕິກຳ, ກຳນົດແຜນຍຸດທະສາດການພັດທະນາເຕັກໂນໂລຊີດິຈິຕອນໃຫ້ກັບພາກລັດ.
 
ຜ່ານການແລກປ່ຽນທອດຖອນບົດຮຽນ ກັບ ສູນຂໍ້ມູນແຫ່ງຊາດ ສປ ຈີນ ໄດ້ໃຫ້ຮູ້ວ່າ ທຸກໂຄງການທີ່ມີຄວາມຕ້ອງການໃນການພັດທະນາ ແມ່ນຕ້ອງໄດ້ສະເໜີຜ່ານ ຄະນະພັດທະນາ ແລະ ປະຕິຮູບແຫ່ງຊາດຈີນ (NDRC) ເພື່ອປະເມີນ, ກວດກາຄວາມຖືກຕ້ອງວ່າໂຄງການດັ່ງກ່າວແມ່ນນອນໃນແຜນພັດທະນາທີ່ໄດ້ກຳນົດໄວ້ ພ້ອມນັ້ນ, ຍັງມີ ການຕິດຕາມການຈັດຕັ້ງປະຕິບັດໂຄງການນັບຈາກເລີ່ມຕົ້ນຈົນຮອດສຳເລັດ ເພື່ອຮັບປະກັນຄວາມຍືນຍົງ ແລະ ໃຫ້ສາມດເຊື່ອມຕໍ່ເຂົ້າກັບລະບົບອື່ນ ຕາມມາດຕະຖານທີ່ໄດ້ກຳນົດໄວ້.
 
ເນື່ອງໃນໂອກາດພົບປະຢຽມຢາມດັ່ງກ່າວ, ທ່ານຮອງລັດຖະມົນຕີ ຍັງໄດ້ສະເໜີສືບຕໍ່ພົວພັນກັບສູນຂໍ້ມູນແຫ່ງຊາດ ສປ ຈີນ ເພື່ອຄົ້ນຄວ້າເຊັນບົດບັນທຶກຄວາມເຂົ້າໃຈຮ່ວມກັນ ແນໃສ່ຂໍຄວາມຊ່ວຍເຫຼືອໃນການສ້າງສູນຂໍ້ມູນແຫ່ງຊາດ ສປປ ລາວ.

 

ວາລະສານ ດ້ານໄອຊີທີ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ